ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນວັນທີ 13 ມັງກອນ 2022, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະ ມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງບັນດາທູດຕ່າງປະເທດ ຄົນໃໝ່ ປະຈຳ ສປປ ລາວ ຄື: ທ່ານ ໂຄບາຢາຊິ ເຄນອິຈິ (KOBAYASHI Kenichi), ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ປະເທດຍີ່ປຸ່ນ; ທ່ານ ບຽມບາຊູເຣນ ຈໍາສ໌ຣັງ (Byambasuren Jamsran), ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ປະເທດມົງໂກລີ; ທ່ານ ນາງ ອັນເນັດເຕີ ໂຄບລັອກ (Annette Knobloch), ເອກອັກຄະລັດຖະ ທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ.ເຢຍລະມັນ ແລະ ທ່ານ ນາງ ຊີບ-ແລັງ ຊູຍອອກ (Siv Leng CHHUOR), ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສ.ຝຣັ່ງ.
ໃນໂອກາດດັ່ງກ່າວ, ທ່ານລັດຖະມົນຕີ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍບັນດາທ່ານທູດ ທີ່ຖືກແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ປະເທດ ຍີ່ປຸ່ນ, ມົງໂກ ລີ, ສສ.ເຢຍລະມັນ ແລະ ສ.ຝຣັ່ງ ປະຈໍາ ສປປ ລາວ, ພ້ອມທັງຕີ ລາຄາສູງຕໍ່ການພົວພັນຮ່ວມມືສອງຝ່າຍລະຫວ່າງ ລາວ-ຍີ່ປຸ່ນ, ລາວ-ມົງໂກລີ, ລາວ-ເຢຍລະມັນ ແລະ ລາວ-ຝຣັ່ງ ໃນໄລຍະຜ່ານມາ ເຖິງ ປະຈຸບັນ. ພ້ອມກັນນັ້ນ, ທ່ານ ລັດຖະມົນຕີ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອອັນລໍ້າຄ່າ ຂອງລັດຖະບານ ແລະ ປະຊາຊົນ ຍີ່ປຸ່ນ, ມົງໂກລີ, ເຢຍ ລະມັນ ແລະ ຝຣັ່ງ ທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ໃນໄລ ຍະຜ່ານມາ ເຊິ່ງເປັນການປະ ກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ກໍຄື ການຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນລາວໃຫ້ດີຂຶ້ນເປັນກ້າວໆ ພ້ອມທັງສະເໜີໃຫ້ບັນດາທ່ານທູດ ສືບຕໍ່ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືສອງຝ່າຍໃຫ້ຂະຫຍາຍຕົວ ແລະ ແໜ້ນແຟ້ນຍິ່ງໆຂຶ້ນໃນຕໍ່ໜ້າ ໂດຍສະເພາະການຮ່ວມມືທາງດ້ານເສດຖະກິດ, ການຄ້າ-ການລົງທຶນ, ການພັດທະນາລະບົບ ພື້ນຖານໂຄງລ່າງ, ການພັດທະນາຊັບພະຍາກອນມະນຸດ ແລະ ດ້ານອື່ນໆ. ພິເສດ, ຍັງໄດ້ສະເໜີໃຫ້ບັນດາທ່ານທູດຊຸກ ຍູ້ນັກທ່ອງ ທ່ຽວເຂົ້າມາທ່ອງທ່ຽວຢູ່ ສປປ ລາວ ພາຍຫຼັງສະພາບການແຜ່ລະບາດຂອງພະຍາດ ໂຄວິດ-19 ຜ່ອນຄາຍລົງ.
ພ້ອມນັ້ນ, ທ່ານ ລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ຍັງໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອອັນລໍ້າຄ່າ ຂອງລັດ ຖະບານ ແລະ ປະຊາຊົນ ຍີ່ປຸ່ນ, ເຢຍລະມັນ ແລະ ຝຣັ່ງ ທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ໃນການຕ້ານ ແລະ ສະກັດກັ້ນການແຜ່ລະບາດ ຂອງພະຍາດ ໂຄວິດ-19 ດ້ວຍການສະໜອງວັກແຊັງ, ອຸປະກອນການແພດ ແລະ ອື່ນໆ ຜ່ານຂອບການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ, ອັນເປັນການປະກອບສ່ວນເຮັດໃຫ້ ສປປ ລາວ ສາມາດຄວບຄຸມ ແລະ ແກ້ ໄຂການແຜ່ລະບາດຂອງພະຍາດດັ່ງກ່າວໄດ້ຢ່າງມີປະສິດທິຜົນ.
ນອກຈາກນັ້ນ, ທ່ານລັດຖະມົນຕີ ໄດ້ອວຍພອນໃຫ້ບັນດາທ່ານທູດມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນການປະຕິບັດໜ້າທີ່ການທູດອັນສູງສົ່ງຂອງທ່ານ ຢູ່ ສປປ ລາວ.
ໃນໂອກາດດຽວກັນນີ້, ບັນດາທ່ານທູດກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານລັດຖະ ມົນຕີ ສະເຫຼີມໄຊ ກົມມະສິດ ທີ່ໄດ້ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້ ແລະ ທັງໃຫ້ຄຳໝັ້ນສັນຍາວ່າຈະພະຍາຍາມຢ່າງສຸດຄວາມສາມາດເພື່ອຊຸກຍູ້ການພົວພັນຮ່ວມມືສອງຝ່າຍ ໃຫ້ສືບຕໍ່ໄດ້ຮັບການເສີມຂະຫຍາຍຍິ່ງໆຂຶ້ນໃນຕໍ່ໜ້າ.
ຂ່າວ;ພາບ: ກົມຂ່າວກະຊວງການຕ່າງປະເທດ