ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບຜູ້ອໍານວຍການຫ້ອງການທະນາຄານໂລກ ເຂົ້າຢ້ຽມອໍາລາ

Jun 21, 2025

ໃນຕອນບ່າຍວັນທີ 20 ມິຖຸນາ 2025 ທີ່ ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ອາເລັກຊານເດີ ແຄຣເມີ (Alexander Kremer) ຜູ້ອໍານວຍການ ຫ້ອງການທະນາຄານໂລກ ປະຈໍາ ສປປ ລາວ ໃນໂອກາດຈົບວາລະການປະຕິບັດໜ້າທີ່ ຢູ່ ສປປ ລາວ.
ໂອກາດນີ້, ທ່ານລັດຖະມົນຕີ ໄດ້ສະແດງຄວາມຂອບໃຈຕໍ່ການຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ທະນາຄານໂລກ ທີ່ມີຜົນສຳເລັດ ແລະ ມີບາດກ້າວທີ່ຂະຫຍາຍຕົວຕະຫລອດມາ, ພ້ອມນີ້ ຍັງໄດ້ຕີລາຄາສູງ ຕໍ່ການປະຕິບັດໜ້າທີ່ຂອງ ທ່ານ ອາເລັກຊານເດີ ແຄຣເມີ ຕະຫລອດໄລຍະການປະຕິບັດໜ້າທີ່ 4 ປີ ຢູ່ ສປປ ລາວ ໂດຍໄດ້ຊຸກຍູ້ບັນດາໂຄງການ ພາຍໃຕ້ຂອບການຮ່ວມມືກັບທະນາຄານໂລກ ໃຫ້ໄດ້ຮັບການອະນຸມັດ ແລະ ຈັດຕັ້ງປະຕິບັດ ເຊິ່ງໄດ້ປະກອບສ່ວນສຳຄັນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9 ໂດຍຜ່ານບັນດາກະຊວງຂະແໜງການ ຂອງ ສປປ ລາວ. ອັນພົ້ນເດັ່ນ, ຊຸກຍູ້ໃນການອະນຸມັດໂຄງການຊ່ວຍເຫລືອໃຫ້ແກ່ ສປປ ລາວ ຫລາຍກວ່າ 10 ໂຄງການ ເຊັ່ນ: ໂຄງການພັດທະນາຕາມແລວເສດຖະກິດຕາອາຊີຕາເວັນອອກສຽງໃຕ້ ເພື່ອການເຊື່ອມຈອດ (SEARECC), ໂຄງການປັບປຸງທາງຫລວງທ້ອງຖິ່ນ ເພື່ອການເຊື່ອມໂຍງ-ເຊື່ອມຈອດໃຫ້ມີຄວາມທົນທານຕໍ່ກັບການປ່ຽນແປງສະພາບດິນຟ້າອາກາດ ແລະ ໂຄງການຄຸ້ມຄອງມົນລະພິດ ແລະ ສິ່ງເສດເຫລືອຢູ່ ສປປ ລາວ.
ໃນໂອກາດດັ່ງກ່າວ, ທ່ານ ອາເລັກຊານເດີ ແຄຣເມີ ກໍໄດ້ລາຍງານຜົນສຳເລັດໃນການເຄື່ອນໄຫວວຽກງານຂອງຕົນຜ່ານມາ ແລະ ສະແດງຄວາມຂອບໃຈຢ່າງສູງຕໍ່ລັດຖະບານ ແລະ ປະຊາຊົນ ສປປ ລາວ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຮ່ວມມືໃນການປະຕິບັດໜ້າທີ່ຄັ້ງນີ້, ຫວັງຢ່າງຍິ່ງວ່າ ສປປ ລາວ ຈະສືບຕໍ່ສະໜັບສະໜູນ ແລະ ໃຫ້ການຮ່ວມມືກັບ ຜູ້ອຳນວຍການຫ້ອງການທະນາຄານໂລກ (ຜູ້ໃໝ່) ທີ່ຈະເດີນທາງມາ ສປປ ລາວ ໃນມໍ່ໆນີ້.
ພ້ອມກັນນີ້, ທ່ານລັດຖະມົນຕີ ກໍຍິນດີຕ້ອນຮັບທ່ານ ຜູ້ອຳນວຍການ ຫ້ອງການທະນາຄານໂລກ (ຜູ້ໃໝ່) ແລະ ຫວັງຢ່າງຍິ່ງວ່າ ທະນາຄານໂລກ ຈະໄດ້ສືບຕໍ່ໃຫ້ການສະໜັບສະໜູນການຈັດຕັ້ງປະຕິບັດໂຄງການຕ່າງໆ ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 10 ຂອງ ສປປ ລາວ ໃນຕໍ່ໜ້າ. ພ້ອມທັງ ໄດ້ອວຍພອນໃຫ້ທ່ານ ອາເລັກຊານເດີ ແຄຣເມີ ຈົ່ງປະສົບຜົນສຳເລັດໃນໜ້າທີ່ວຽກງານອັນໃໝ່ໃນອະນາຄົດ.