ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລັດຖະມົນຕີກະຊວງການຕ່າງປະເທດ ເເຫ່ງສປປ ລາວ ເຂົ້າຮ່ວມກອງປະຊຸມພົບປະລະຫວ່າງລັດຖະມົນຕີຕ່າງປະເທດອາຊຽນ ກັບ ບັນດາຜູ້ຕາງໜ້າຄະນະກໍາມາທິການລະຫວ່າງລັດຖະບານອາຊຽນ ວ່າດ້ວຍສິດທິມະນຸດແລະ ກອງປະຊຸມຄະນະກໍາມາທິການເຂດປອດອາວຸດນິວເຄລຍອາຊີຕາເວັນອອກສ່ຽງໃຕ້

Jul 9, 2025

ໃນວັນທີ 8 ກໍລະກົດ 2025 ທີ່ ກົວລາລໍາເປີ, ປະເທດ ມາເລເຊຍ, ທ່ານ ທອງສະຫວັນ ພົມວິຫານ,ລັດຖະມົນຕີກະຊວງການຕ່າງປະເທດ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະ ເຂົ້າຮ່ວມກອງປະຊຸມພົບປະລະຫວ່າງລັດຖະມົນຕີຕ່າງປະເທດອາຊຽນ ກັບ ບັນດາຜູ້ຕາງໜ້າຄະນະກໍາມາທິການລະຫວ່າງລັດຖະບານອາຊຽນ ວ່າດ້ວຍສິດທິມະນຸດ ແລະ ກອງປະຊຸມຄະນະກໍາມາທິການເຂດປອດອາວຸດນິວເຄລຍອາຊີຕາເວັນອອກສ່ຽງໃຕ້.
ໃນກອງປະຊຸມພົບປະລະຫວ່າງລັດຖະມົນຕີຕ່າງປະເທດອາຊຽນ ກັບບັນດາຜູ້ຕາງໜ້າຄະນະກໍາມາທິການລະຫວ່າງລັດຖະບານອາຊຽນ ວ່າດ້ວຍສິດທິມະນຸດ, ບັນດາລັດຖະມົນຕີຕ່າງປະເທດອາຊຽນ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດບັນດາກິດຈະກໍາຂອງຄະນະກໍາມາທິການດັ່ງກ່າວ ໃນໄລຍະໜຶ່ງປີຜ່ານມາ ອັນໄດ້ປະກອບສ່ວນເຂົ້າໃນວຽກງານສົ່ງເສີມ ແລະ ປົກປ້ອງສິດທິມະນຸດໃນອາຊຽນ ກໍຄືຂະບວນການສ້າງປະຊາຄົມອາຊຽນໂດຍລວມ ແລະ ຊຸກຍູ້ໃຫ້ຄະນະກໍາມາທິການດັ່ງກ່າວ ສືບຕໍ່ປະຕິບັດຕາມພາລະບົດບາດຂອງຕົນທີ່ຖືກມອບໝາຍ ແລະ ຈັດຕັ້ງປະຕິບັດບັນດາກິດຈະກໍາພາຍໃຕ້ແຜນວຽກ 5 ປີ ສະບັບໃໝ່ (2026-2030) ໃຫ້ສໍາເລັດ ແລະ ມີປະສິດທິຜົນ.
ໃນຕອນບ່າຍຂອງວັນດຽວກັນ, ທ່ານ ລັດຖະມົນຕີທອງສະຫວັນ ພົມວິຫານ ໄດ້ສືບຕໍ່ນໍາພາຄະນະ ເຂົ້າຮ່ວມກອງປະຊຸມຄະນະກຳມາທິການເຂດປອດອາວຸດນິວເຄລຍອາຊີຕາເວັນອອກສ່ຽງໃຕ້, ຊຶ່ງກອງປະຊຸມໄດ້ທົບທວນຄວາມຄືບໜ້າຂອງການຈັດຕັ້ງປະຕິບັດແຜນງານສົນທິສັນຍາເຂດປອດອາວຸດນິວເຄລຍ ອາຊີຕາເວັນອອກສຽງໃຕ້ສໍາລັບສົກປີ 2023-2027 ໂດຍລວມເຫັນວ່າມີຄວາມຄືບໜ້າເປັນຢ່າງດີ. ພ້ອມນັ້ນ, ກໍໄດ້ປຶກສາຫາລືກ່ຽວກັບການລົງນາມອະນຸສັນຍາຂອງສົນທິສັນຍາດັ່ງກ່າວ ແລະ ການກະກຽມເຂົ້າເປັນພາຄີສົນທິສັນຍາເຂດປອດອາວຸດນິວເຄລຍ ອາຊີຕາເວັນອອກສ່ຽງໃຕ້ຂອງ ຕີມໍເເລັດສະເຕ, ຊຶ່ງຄາດວ່າ ອາຊຽນ ແລະ ຕີມໍແລັດສະເຕ ຈະດໍາເນີນການຕາມຂັ້ນຕອນພາຍໃນຂອງຕົນໃຫ້ສໍາເລັດ ເພື່ອໃຫ້ທັນຮັບເອົາ ຕີມໍແລັດສະເຕ ເປັນພາຄີໃນສົນທິສັນຍາເຂດປອດອາວຸດນິວເຄລຍອາຊີຕາເວັນອອກສ່ຽງໃຕ້ ໃນໂອກາດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ທີ່ຈະຈັດຂຶ້ນໃນເດືອນຕຸລາ 2025 ນີ້.
May be an image of 10 people, dais and text that says 'ASEAN Foreign ASEANForeign Ministers' Interface with the ASEAN Intergovernmental Commission Human Rights (AICHR) Representatives KualaLumpur,8July2025 Lumpur. Kuala 2025 4'
May be an image of 13 people and text that says 'Meeting of the Southeast Asia Nuclear Weapon-Free Free Zone (SEANWFZ) Commission Kuala Lumpur, 8 July 2025'
May be an image of 13 people, dais and text that says 'Meeting of the Southeast Asia Weapon-Free Zone (SEANWFZ) Commission Kuala Lumpur, 8 July 2025 Tpa Midic ်'