ວັນທີ 10 ມິຖຸນາ 2025 ທີ່ ກົວລາລໍາເປີ ມາເລເຊຍ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ກັບ ບັນດາປະເທດຄູ່ເຈລະຈາ ເຊິ່ງປະກອບດ້ວຍ: ກອງປະຊຸມລັດຖະມົນຕີຕ່າງປະເທດ ລະຫວ່າງ ອາຊຽນ ກັບ ຈີນ ອົດສະຕຣາລີ ການາດາ ອິນເດຍ ນິວຊີແລນ ຍີ່ປຸ່ນ ລັດເຊຍ ສ.ເກົາຫລີ ສ.ອາເມລິກາ ແລະ ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນບວກສາມ ຄັ້ງທີ 26 ຕາມລໍາດັບ.
ໃນນາມທີ່ ສປປ ລາວ ເປັນປະເທດປະສານງານ ສໍາລັບການພົວພັນຮ່ວມມືອາຊຽນ-ການາດາ (2024-2027) ທ່ານ ລັດຖະມົນຕີ ທອງສະຫວັນ ພົມວິຫານ ໄດ້ເປັນປະທານຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ການາດາ ຮ່ວມກັບ ທ່ານ ນາງ ອານິຕາ ອາແນນ ລັດຖະມົນຕີຕ່າງປະເທດ ການາດາ ກອງປະຊຸມ ໄດ້ຕີລາຄາສູງຕໍ່ກັບຄວາມຄືບໜ້າການຈັດຕັ້ງຜັນຂະຫຍາຍການເປັນຄູ່ຮ່ວມຍຸດທະສາດອາຊຽນ-ການາດາ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດແຜນປະຕິບັດງານອາຊຽນ-ການາດາ (2021-2025) ແລະ ຢໍ້າຄືນຄວາມໝາຍໝັ້ນໃນການເລັ່ງລັດການເຈລະຈາແຜນປະຕິບັດງານ ສະບັບໃໝ່ (2026-2030) ເພື່ອໃຫ້ສາມາດຮັບຮອງເອົາພາຍ ໃນປີນີ້ ພ້ອມນີ້ ກອງປະຊຸມ ຍັງໄດ້ຊຸກຍູ້ໃຫ້ເລັ່ງລັດຂະບວນການເຈລະຈາສັນຍາເຂດການຄ້າເສລີອາຊຽນ-ການາດາ (ACAFTA) ໃຫ້ສໍາເລັດພາຍໃນປີ 2026 ນີ້.
ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ອິນເດຍ ໄດ້ສະແດງຄວາມຍິນດີຕໍ່ຜົນສໍາເລັດການຈັດຕັ້ງປະຕິບັດແຜນປະຕິບັດງານອາຊຽນ-ອິນເດຍ (2021-2025) ພ້ອມທັງຊຸກຍູ້ການເຈລະຈາເພື່ອຍົກລະດັບສັນຍາການຄ້າດ້ານສິນຄ້າອາຊຽນ-ອິນເດຍ (AITIGA) ໃຫ້ສໍາເລັດໂດຍໄວ ນອກນີ້ ກອງປະຊຸມ ຍັງໄດ້ຊຸກຍູ້ການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືທາງດ້ານການເຊື່ອມຈອດ ໃຫ້ເປັນຮູບປະທໍາ ເປັນຕົ້ນແມ່ນ ໂຄງການທາງດ່ວນສາມຝ່າຍ ອິນເດຍ-ມຽນມາ-ໄທ ເຊື່ອມຕໍ່ມາຍັງ ສປປ ລາວ ກໍາປູເຈຍ ແລະ ຫວຽດນາມ (ພ້ອມນີ້ ກອງປະຊຸມ ຍັງໄດ້ຮັບຮອງເອົາແຜນປະຕິບັດງານອາຊຽນ-ອິນເດຍ ສະບັບໃໝ່ (2026-2030) ເພື່ອຈັດຕັ້ງຜັນຂະຫຍາຍການເປັນຄູ່ຮ່ວມຍຸດທະສາດຮອບດ້ານອາຊຽນ-ອິນເດຍ ແນໃສ່ສົ່ງເສີມການພົວພັນຮ່ວມມືອາຊຽນ-ອິນເດຍ ໃນ 5 ປີຕໍ່ໜ້າ).
ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ອົດສະຕຣາລີ ໄດ້ສະແດງຄວາມໝາຍໝັ້ນໃນການສືບຕໍ່ຈັດຕັ້ງຜັນຂະຫຍາຍເອກະສານຜົນກອງປະຊຸມສຸດຍອດສະໄໝພິເສດ ເພື່ອສະເຫຼີມສະຫຼອງການພົວພັນຮ່ວມມືອາຊຽນ-ອົດສະຕຣາລີ ຄົບຮອບ 50 ປີ ທີ່ ໄດ້ຈັດຂຶ້ນໃນປີ 2024 ແລະ ໄດ້ສະແດງຄວາມຍິນດີຕໍ່ຄວາມຄືບໜ້າໃນການຈັດຕັ້ງປະຕິບັດແຜນປະຕິບັດງານອາຊຽນ-ອົດສະຕຣາລີ (2025-2029) ໃນໂອກາດດັ່ງກ່າວ ອາຊຽນ ແລະ ອົດສະຕຣາລີ ໄດ້ຮັບຮອງເອົາຖະແຫຼງການຮ່ວມ ວ່າດ້ວຍອະນາຄົດ ຮ່ວມກັນຂອງອາຊຽນ ແລະ ອົດສະຕຣາລີ ແລະ ໄດ້ເຫັນດີດ້ານຫຼັກການໃນການຮັບຮອງເອົາ ຖະແຫຼງການຮ່ວມ ວ່າດ້ວຍການປ້ອງກັນຂໍ້ຂັດແຍ່ງ ແລະ ການຈັດການກັບວິກິດການ ໃນໂອກາດກອງປະຊຸມສຸດຍອດອາຊຽນ-ອົດສະຕຣາລີ ຄັ້ງທີ 5 ທີ່ຈະຈັດຂຶ້ນໃນເດືອນຕຸລາ 2025.
ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ຈີນ ໄດ້ສະແດງຄວາມຍິນດີຕໍ່ການຈັດຕັ້ງປະຕິບັດບັນດາກິດຈະກໍາເພື່ອສະເຫຼີມສະຫຼອງປີແຫ່ງການໄປມາຫາສູ່ລະຫວ່າງປະຊາຊົນ ແລະ ໄດ້ຊຸກຍູ້ການຈັດຕັ້ງຜັນຂະຫຍາຍບັນດາໂຄງການ ແລະ ກິດຈະກໍາທີ່ຍັງຄົງຄ້າງສໍາລັບປີດັ່ງກ່າວ ໃຫ້ເປັນຮູບປະທໍາ ກອງປະຊຸມໄດ້ຮັບຊາບ ຄວາມຄືບໜ້າຂອງການເຈລະຈາສັນຍາເຂດການຄ້າເສລີ ອາຊຽນ-ຈີນ ສະບັບ 3.0 ທີ່ເຫັນວ່າຢູ່ໃນຂັ້ນຕອນສຸດທ້າຍແລ້ວ. ກອງປະຊຸມໄດ້ຢໍ້າຄືນຄວາມໝາຍໝັ້ນ ໃນການຮ່າງແຜນປະຕິບັດງານອາຊຽນ-ຈີນ ສະບັບໃໝ່ (2026-2030) ເພື່ອໃຫ້ສຳເລັດໃນທ້າຍປີນີ້. ພ້ອມນີ້, ກອງປະຊຸມຍັງໄດ້ຮັບຊາບ ການກຳນົດເອົາປີ 2026 ເປັນປີສະເຫຼີມສະຫລອງຄົບຮອບ 5 ປີ ແຫ່ງການເປັນຄູ່ຮ່ວມຍຸດທະສາດຮອບດ້ານອາຊຽນ-ຈີນ.
ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ນິວຊີແລນ ໄດ້ຕີລາຄາສູງຕໍ່ການພົວ ພັນຮ່ວມມືໄລຍະ 50 ປີ ຜ່ານມາ ແລະ ໄດ້ເຫັນດີເຮັດວຽກຮ່ວມກັນເພື່ອກະກຽມໃຫ້ແກ່ກອງປະຊຸມສຸດຍອດເພື່ອສະເຫຼີມສະຫຼອງການພົວພັນຮ່ວມມືອາຊຽນ-ນິວຊີແລນ ຄົບຮອບ 50 ປີ ພ້ອມນີ້ ໄດ້ເຫັນດີດ້ານຫຼັກການໃນການຮັບຮອງເອົາ ຮ່າງຖະແຫຼງການວິໄສທັດຜູ້ນໍາ ວ່າດ້ວຍຄົບຮອບ 50 ປີ ແຫ່ງການພົວພັນຮ່ວມມືອາຊຽນ-ນິວຊີແລນ ໃນໂອກາດກອງປະຊຸມສຸດຍອດສະເຫຼີມສະຫຼອງດັ່ງກ່າວ ທີ່ຈະຈັດຂຶ້ນໃນເດືອນຕຸລາ 2025.
ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ລັດເຊຍ ໄດ້ທົບທວນຄືນການພົວພັນຮ່ວມມືອາຊຽນ-ລັດເຊຍ ໃນໄລຍະຜ່ານມາ ໂດຍສະເພາະຄວາມຄືບໜ້າໃນການຈັດຕັ້ງປະຕິບັດແຜນປະຕິບັດງານການຮ່ວມມືອາຊຽນ-ລັດເຊຍ (2021-2025) ກອງປະຊຸມ ໄດ້ຢໍ້າຄືນຄວາມໝາຍໝັ້ນ ໃນການຮ່າງແຜນປະຕິບັດງານການຮ່ວມມືອາຊຽນ-ລັດເຊຍ ສະບັບໃຫມ່ (2026-2030) ເພື່ອໃຫ້ສໍາເລັດໃນທ້າຍປີນີ້ ພ້ອມນັ້ນ ກອງປະຊຸມ ຍັງໄດ້ເຫັນດີໃຫ້ສືບຕໍ່ເສີມຂະຫຍາຍການຮ່ວມມື ຜ່ານການຈັດຕັ້ງປະຕິບັດໂຄງການພາຍໃຕ້ກົນໄກການຮ່ວມມືອາຊຽນ-ລັດເຊຍ ໂດຍສະເພາະໃນຂົງເຂດການຄ້າ ແລະ ການລົງທຶນ ພະລັງງານ ການທ່ອງທ່ຽວ ການແລກປ່ຽນລະຫວ່າງຊາວໜຸ່ມ ວັດທະນະທຳ ແລະ ການສຶກສາ ການປ່ຽນແປງດິນຟ້າອາກາດ ຄວາມປອດໄພດ້ານສະບຽງອາຫານ ແລະ ສາທາລະນະສຸກ ເປັນຕົ້ນ.
ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ຍີ່ປຸ່ນ ໄດ້ຊຸກຍູ້ການຈັດຕັ້ງຜັນຂະຫຍາຍເອກະສານຜົນຂອງກອງປະຊຸມສຸດຍອດ ເພື່ອສະເຫຼີມສະຫຼອງການພົວພັນອາຊຽນ-ຍີ່ປຸ່ນ ຄົບຮອບ 50 ປີ ທີ່ໄດ້ຈັດຂຶ້ນໃນເດືອນທັນວາ 2023 ທີ່ ໂຕກຽວ ກໍຄືຖະແຫຼງການຮ່ວມວິໄສທັດຜູ້ນໍາອາຊຽນ-ຍີ່ປຸ່ນ ວ່າດ້ວຍມິດຕະພາບ ແລະ ການຮ່ວມມື ແລະ ແຜນການຈັດຕັ້ງປະຕິບັດຖະແຫຼງການດັ່ງກ່າວໃຫ້ເປັນຮູບປະທໍາ ພ້ອມນີ້ ກອງປະຊຸມ ໄດ້ເຫັນດີສືບຕໍ່ຮັດແໜ້ນການຮ່ວມມືໃນຂົງເຂດທີ່ມີຄວາມສົນໃຈຮ່ວມກັນ ເປັນຕົ້ນແມ່ນ: ການຄ້າດິຈິຕອນ, ເຕັກໂນໂລຊີການເງິນ ການຫັນເປັນດິຈິຕອນ ປັນຍາປະດິດ ການຫັນປ່ຽນເປັນພະລັງງານສະອາດ ການພັດທະນາຊັບພະຍາກອນມະນຸດ ແລະ ການແລກປ່ຽນລະຫວ່າງປະຊາຊົນ.
ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ສ.ເກົາຫລີ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືອາຊຽນ-ສ.ເກົາຫລີ ຄົບຮອບ 36 ປີ ແລະ ສະແດງຄວມໝາຍໝັ້ນໃນການສືບຕໍ່ເຮັດວຽກຮ່ວມກັນ ເພື່ອຈັດຕັ້ງຜັນຂະຫຍາຍການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ໃນນີ້ ກອງປະຊຸມ ໄດ້ເຫັນດີສືບຕໍ່ຮັດແໜ້ນການຮ່ວມມືໃນຂົງເຂດທີ່ມີຄວາມສົນໃຈຮ່ວມກັນ ເປັນຕົ້ນແມ່ນ: ເສດຖະກິດ ການຄ້າ-ການລົງທຶນ ພະລັງງານສະອາດ ການເງິນ ການສຶກສາ ການຮັດແຄບຄວາມແຕກໂຕນທາງດ້ານການພັດທະນາ ວັດທະນະທຳ ແລະ ກະສິກຳ ພ້ອມນີ້ ກອງປະຊຸມ ໄດ້ເຫັນດີຮັບຮອງເອົາແຜນປະຕິບັດງານ ເພື່ອຈັດຕັ້ງປະຕິບັດຄູ່ຮ່ວມຍຸດທະສາດຮອບດ້ານອາຊຽນ-ສ ເກົາຫລີ ສະບັບໃໝ່ (2026-2030).
ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ສ.ອາເມລິກາ ໄດ້ທົບທວນຄືນການຮ່ວມມື ອາຊຽນ-ສ.ອາເມລິກາ ໃນໄລຍະຜ່ານມາ ແລະ ໄດ້ຊຸກຍູ້ການຮັດແໜ້ນການຮ່ວມມືໃນຂົງເຂດທີ່ສໍາຄັນ ເປັນຕົ້ນແມ່ນ ການຄ້າ ແລະ ການລົງທຶນ ສາທາລະນະສຸກ ນະວັັດຕະກໍາ ປັນຍາປະດິດ ການພັດທະນາຊັບພາຍະກອນ ແລະ ອື່ນໆ ພ້ອມນີ້ ກອງປະຊຸມ ໄດ້ເຫັນດີດ້ານຫຼັກການໃນການຮັບຮອງເອົາ ຖະແຫຼງການວິໄສທັດຮ່ວມຜູ້ນໍາ ອາຊຽນ-ສ.ອາເມລິກາ ວ່າດ້ວຍການສົ່ງເສີມ ອາຊຽນ ແລະ ອາເມລິກາ ທີ່ເຂັ້ມແຂງ ປອດໄພ ແລະ ສົມບູນພູນສຸກຍິ່ງຂຶ້ນ ໃນໂອກາດກອງປະຊຸມສຸດຍອດ ອາຊຽນ-ສ ອາເມລິກາ ຄັ້ງທີ 13 ທີ່ຈະຈັດຂຶ້ນໃນເດືອນ ຕຸລາ 2025.
ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນບວກສາມ (ສປ ຈີນ ຍີ່ປຸ່ນ ແລະ ສ ເກົາຫຼີ) ຄັ້ງທີ 26 ໄດ້ທົບທວນຄືນການຮ່ວມມື ພາຍໃຕ້ຂອບອາຊຽນບວກສາມ ໃນໄລຍະຜ່ານມາ ແລະ ຊຸກຍູ້ການຈັດຕັ້ງຜັນຂະຫຍາຍແຜນວຽກການຮ່ວມມືອາຊຽນບວກສາມ ສໍາລັບໄລຍະ 2023-2027 ຢ່າງມີປະສິດທິພາບ ແລະ ຄົບຖ້ວນ ພ້ອມນີ້ ກອງປະຊຸມ ໄດ້ສະໜັບສະໜູນຂໍ້ສະເໜີຂອງ ມາເລເຊຍ ໃນນາມປະທານອາຊຽນ ປີ 2025 ເພື່ອອອກຖະແຫຼງການຜູ້ນໍາອາຊຽນບວກສາມ ວ່າດ້ວຍການຮັດແໜ້ນການຮ່ວມມືດ້ານການເງິນ ເພື່ອຮັບຮອງເອົາໃນກອງປະຊຸມສຸດຍອດອາຊຽນບວກສາມ ຄັ້ງທີ 28 ໃນເດືອນ ຕຸລາ 2025.



