ໃນວັນທີ 11 ກໍລະກົດ 2025 ທີ່ ກົວລາລໍາເປີ, ມາເລເຊຍ, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ສືບຕໍ່ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ອັງກິດ, ແລະ ອີຢູ. ໃນວັນດຽວກັນ, ທ່ານ ລັດຖະມົນຕີ ທອງສະຫວັນ ພົມວິຫານ ຍັງໄດ້ເຂົ້າຮ່ວມ ກອງປະຊຸມລັດຖະມົນຕີຕ່າງປະເທດຂອງກອງປະຊຸມສຸດຍອດອາຊີຕາເວັນອອກ (ອີເອເອັສ) ຄັ້ງທີ 15 ແລະ ກອງປະຊຸມເວທີພາກພື້ນອາຊຽນ ຄັ້ງທີ 32.
ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ອັງກິດ ໄດ້ທົບທວນຄືນການພົວພັນຮ່ວມມືອາຊຽນ-ອັງກິດ ໃນໄລຍະ 1 ປີ ຜ່ານມາ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດແຜນປະຕິບັດງານອາຊຽນ-ອັງກິດ (2022-2026) ແລະ ຕີລາຄາສູງຕໍ່ກັບຄວາມຄືບໜ້າການຈັດຕັ້ງປະຕິບັດ 5 ໂຄງການບູລິມະສິດ.ພ້ອມນີ້, ກອງປະຊຸມ ຍັງໄດ້ຊຸກຍູ້ໃຫ້ສືບຕໍ່ຈັດຕັ້ງປະຕິບັດແຜນປະຕິບັດງານແລະ ບັນດາໂຄງການບູລິມະສິດດັ່ງກ່າວ ຢ່າງມີປະສິດທິພາບ ແລະ ຄົບຖ້ວນ ໂດຍເນັ້ນໃສ່ຂົງເຂດທີ່ສອງຝ່າຍມີທ່າແຮງ ແລະ ມີຄວາມສົນໃຈຮ່ວມກັນ ເປັນຕົ້ນແມ່ນ ການຮ່ວມມືທາງດ້ານເສດຖະກິດ, ການເຊື່ອມຈອດ, ການສຶກສາ ແລະ ການໄປມາຫາສູ່ ລະຫວ່າງປະຊາຊົນສອງພາກພື້ນ.
ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ອີຢູໄດ້ປຶກສາຫາລື ແລະ ທົບທວນຄືນຄວາມຄືບໜ້າໃນການຈັດຕັ້ງປະຕິບັດແຜນປະຕິບັດງານການຮ່ວມມືອາຊຽນ-ອີຢູ່(2023-2027) ແລະ ໄດ້ເຫັນດີສືບຕໍ່ຮັດແໜ້ນການຮ່ວມມືຜ່ານການຈັດຕັ້ງປະຕິບັດໂຄງການພາຍໃຕ້ກົນໄກການຮ່ວມມືອາຊຽນ-ອີຢູ ໂດຍສະເພາະໃນຂົງເຂດການເຊື່ອມຈອດພາກພື້ນ, ການຮ່ວມມືດ້ານເສດຖະກິດ, ການຄ້າ-ການລົງທຶນ, ການໄປມາຫາສູ່ລະຫວ່າງປະຊາຊົນ, ການຫັນເປັນດິຈິຕອນ, ສິ່ງແວດລ້ອມແລະການປ່ຽນແປງດິນຟ້າອາກາດ.

ກອງປະຊຸມລັດຖະມົນຕີຕ່າງປະເທດຂອງກອງປະຊຸມສຸດຍອດອີເອເອັສ ຄັ້ງທີ 15 ໄດ້ທົບທວນຄືນການຮ່ວມມື ໃນໄລຍະຜ່ານມາ ກໍຄືການຈັດຕັ້ງປະຕິບັດບັນດາກິດຈະກໍາພາຍໃຕ້ ແຜນປະຕິບັດງານ ອີເອເອັສ ສົກປີ 2024-2028.ກອງປະຊຸມ ເຫັນດີສືບຕໍ່ເພີ່ມທະວີການຮ່ວມມື ໂດຍສະເພາະໃນຂົງເຂດບູລິມະສິດພາຍໃຕ້ຂອບການຮ່ວມມື ອີເອເອັສ ເປັນຕົ້ນແມ່ນ: ການພັດທະນາແບບຍືນຍົງ, ການປ່ຽນແປງດິນຟ້າອາກາດ, ພະລັງງານ, ເສດຖະກິດດິຈິຕອນ, ຄວາມໝັ້ນຄົງທາງໄຊເບີ, ສາທາລະນະສຸກ, ການສຶກສາ, ແລະ ການຮ່ວມມືທາງທະເລ. ພ້ອມນີ້, ກອງປະຊຸມ ໄດ້ຢໍ້າຄືນຄວາມໝາຍໝັ້ນເພື່ອຮັດແໜ້ນການຮ່ວມມືພາຍໃຕ້ກົນໄກ ອີເອເອັສ, ໃນຖານະທີ່ເປັນເວທີຂອງຜູ້ນໍາ ເພື່ອປຶກສາຫາລື ແລະ ຮ່ວມມືໃນຂົງເຂດຍຸດທະສາດ, ການເມືອງ ແລະ ເສດຖະກິດ ທີ່ມີຄວາມເປັນຫ່ວງ ແລະ ຜົນປະໂຫຍດຮ່ວມກັນ ໂດຍແນໃສ່ປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ຄວາມສົມບູນພູນສຸກ ພາຍໃນພາກພື້ນ ແລະ ໂລກ.ພ້ອມນີ້, ກອງປະຊຸມ ໄດ້ປຶກສາຫາລື ເພື່ອກະກຽມໃຫ້ແກ່ກອງປະຊຸມສຸດຍອດ ອີເອເອັສ ຄັ້ງທີ 20 ແລະໄດ້ຮັບຊາບການສະເໜີບັນດາເອກະສານຜົນກອງປະຊຸມສຸດຍອດ ອີເອເອັສ ຄັ້ງທີ 20 ໂດຍສະເພາະແມ່ນຖະແຫຼງການ ກົວລາລໍາເປີ ວ່າດ້ວຍການຄົບຮອບ 20 ປີ ຂອງ ອີເອເອສ.

ກອງປະຊຸມເວທີພາກພື້ນອາຊຽນ ຄັ້ງທີ 32 ໄດ້ທົບທວນຄືນການຈັດຕັ້ງປະຕິບັດແຜນວຽກ ແລະ ກິດຈະກໍາຕ່າງໆທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະຜ່ານມາ ແລະ ທິດທາງໃນອະນາຄົດຂອງເວທີພາກພື້ນອາຊຽນ. ໃນນັ້ນ, ໄດ້ພິຈາລະນາ ແລະ ເຫັນດີຮັບຮອງເອົາ ເອກະສານສໍາຄັນຄື: ບັນຊີກິດຈະກຳ ສຳລັບການຈັດຕັ້ງປະຕິບັດໃນສົກປີ 2025-2026 ແລະ ເອກະສານສັງລວມບົດຮຽນທີ່ດີ ເພື່ອຮັດແໜ້ນການຮ່ວມມືຂອງພາກພື້ນກ່ຽວກັບຄວາມປອດໄພຂອງທ່າເຮືອຂ້າມຟາກລະຫວ່າງປະເທດຜູ້ເຂົ້າຮ່ວມເວທີພາກພື້ນອາຊຽນ. ນອກນັ້ນ, ກອງປະຊຸມລັດຖະມົນຕີຂອງເວທີພາກພື້ນອາຊຽນ ຍັງໄດ້ປຶກສາຫາລື ກ່ຽວກັບການສົ່ງເສີມບົດບາດຂອງເວທີພາກພື້ນອາຊຽນໃຫ້ມີປະສິດທິພາບສູງຂຶ້ນ ຄຽງຄູ່ກັບການຮັບປະກັນບົດບາດຄວາມເປັນແກນກາງຂອງອາຊຽນໃນກົນໄກດັ່ງກ່າວ ແລະ ໄດ້ແລກປ່ຽນຄຳຄິດຄຳເຫັນກ່ຽວກັບ ບັນຫາພາກພື້ນ ແລະ ສາກົນ ທີ່ພົ້ນເດັ່ນທີ່ມີຄວາມສົນໃຈຮ່ວມກັນ ໂດຍສະເພາະສິ່ງທ້າທາຍດ້ານຄວາມໝັ້ນຄົງທັງແບບເກົ່າ ແລະ ແບບໃໝ່ ໃນພາກພື້ນອາຊີ-ປາຊີຟິກ, ລວມທັງສະພາບການໃນທະເລຈີນໃຕ້, ແຫຼມເກົາຫຼີ, ມຽນມາ, ຕາເວັນອອກກາງ ແລະ ອູເເກຣນ.


