ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລັດຖະມົນຕີກະຊວງການຕ່າງປະເທດເຂົ້າຮ່ວມກອງປະຊຸມ ຄັ້ງທີ 8 ຂອງຄະນະກຳມະການຊາຍແດນຮ່ວມ ລາວ-ກໍາປູເຈຍ (JBC) ທີ່ພະນົມເປັນ, ຣາຊະອານາຈັກກໍາປູເຈຍ

Jul 27, 2025

ກອງປະຊຸມຄະນະກຳມະການຊາຍແດນຮ່ວມ ລາວ-ກຳປູເຈຍ ແລະ ກຳປູເຈຍ-ລາວຄັ້ງທີ 8 ໄດ້ຈັດຂຶ້ນໃນວັນທີ 26 ກໍລະກົດ 2025 ທີ່ນະຄອນຫຼວງພະນົມເປັນ, ຣາຊະອານາຈັກກໍາປູເຈຍ. ຄະນະຜູ້ແທນຝ່າຍລາວນຳໂດຍ ພະນະທ່ານ ທອງສະຫວັນພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ, ປະທານຄະນະກໍາມະການຊາຍແດນຮ່ວມລາວ-ກໍາປູເຈຍ ແລະ ຄະນະຜູ້ແທນຝ່າຍກໍາປູເຈຍນໍາໂດຍ ພະນະທ່ານ ລາມເຈຍ, ລັດຖະມົນຕີປະຈໍາເລຂາທິການກ່ຽວກັບຊາຍແດນ, ປະທານຄະນະກໍາມະການຊາຍແດນຮ່ວມ ກໍາປູເຈຍ-ລາວ, ໂດຍມີຜູ້ຕາງໜ້າຈາກຂະແໜງການຂອງສູນກາງ ແລະ ທ້ອງຖິ່ນທີ່ກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມ.
May be an image of 11 people, dais and text that says 'ΝΤ BOUNDARY COMMISSION (JBC) 26th JULY 26JULY2025 2025 HNC ΡΕΙ CA CABODI BODI တာေုး'
ກອງປະຊຸມໄດ້ຮ່ວມກັນຮັບຮອງເອົາບົດບັນທຶກຂອງກອງປະຊຸມ ຄັ້ງທີ 11 ຂອງຄະນະອະນຸກໍາມະການເຕັກນິກຊາຍແດນຮ່ວມ ລາວ-ກຳປູເຈຍ ແລະ ກຳປູເຈຍ-ລາວ, ສະບັບລົງວັນທີ 28 ເມສາ 2025 ທີ່ແຂວງຫຼວງພະບາງ, ສປປ ລາວ ແລະ ບົດບັນທຶກຂອງກອງປະຊຸມ ລະຫວ່າງ ປະທານຄະນະອະນຸກໍາມະການເຕັກນິກຊາຍແດນຮ່ວມ ລາວ-ກຳປູເຈຍ ແລະ ກຳປູເຈຍ-ລາວ, ຄັ້ງວັນທີ 25 ກໍລະກົດ 2025 ທີ່ນະຄອນຫຼວງພະນົມເປັນ, ຣາຊະອານາຈັກກຳປູເຈຍ ກ່ຽວກັບການຮັບຮອງຜົນການປະຕິບັດວຽກງານຂອງຄະນະວິຊາການເຕັກນິກຂອງທັງສອງຝ່າຍ ຢູ່ພາກສະໜາມໃນການກໍານົດຈຸດທີ່ຕັ້ງຫຼັກໝາຍຊາຍແດນ ເພື່ອປັກຫຼັກໝາຍຊາຍແດນແບບໃໝ່ປ່ຽນແທນຫຼັກໝາຍຊາຍແດນແບບເກົ່າແລະ ປັກຫຼັກໝາຍຊາຍແດນເພີ່ມເຕີມໃສ່ຕາມເສັ້ນຊາຍແດນຕະຫລອດເສັ້ນຊາຍແດນລາວ-ກຳປູເຈຍ ນັບແຕ່ເດືອນມິຖຸນາ 2024 ຫາ ເດືອນກໍລະກົດ 2025 ສອງຝ່າຍສາມາດກໍານົດຈຸດທີ່ຕັ້ງຫຼັກຫມາຍຢູ່ພື້ນທີ່ຕົວຈິງໄດ້ທັງຫມົດ ຈໍານວນ 75 ຈຸດ (ຫຼັກຫມາຍ) ແລະສໍາເລັດການກໍ່ສ້າງຫຼັກຫມາຍຊາຍແດນໃຫມ່ປ່ຽນແທນຫຼັກໝາຍເກົ່າ ແລະ ປັກຫຼັກຫມາຍຊາຍແດນເພີ່ມເຕີມ (ຫຼັກຫມາຍຖີ່) ທີ່ແໜ້ນໜາຖາວອນ ຈໍານວນ 134 ຫຼັກຫມາຍ. ໂດຍລວມແລ້ວນັບແຕ່ຈັດຕັ້ງປະຕິບັດວຽກງານການປັກຫຼັກຫມາຍຊາຍແດນແບບໃຫມ່ປ່ຽນແທນຫຼັກຫມາຍແບບເກົ່າ ແລະ ປັກຫຼັກຫມາຍຊາຍແດນເພີ່ມເຕີມແຕ່ເດືອນພຶດສະພາ 2023 ເປັນຕົ້ນມາ, ສອງຝ່າຍສາມາດກຳນົດຈຸດທີ່ຕັ້ງຫຼັກຫມາຍຊາຍແດນຢູ່ພື້ນທີ່ຕົວຈິງໄດ້ທັງຫມົດ ຈໍານວນ 241 ຈຸດ (ຫຼັກຫມາຍ) ກວມເອົາ 47, 25% ແລະ ກໍ່ສ້າງໄດ້ຫຼັກຫມາຍຊາຍແດນສໍາເລັດແລ້ວ ຈໍານວນ 207 ຫຼັກຫມາຍ ກວມເອົາ 40,58% ໃນຈໍານວນຫຼັກໝາຍຊາຍແດນ ທັງຫມົດ 510 ຫຼັກຫມາຍ ທີ່ຈະປັກຕະຫລອດເສັ້ນຊາຍແດນ ລາວ-ກຳປູເຈຍ.
May be an image of 11 people, dais and text
ພ້ອມກັນນີ້, ທັງສອງຝ່າຍຍັງໄດ້ປຶກສາຫາລືກັນຢ່າງກົງໄປກົງມາ ເພື່ອຊອກຫາວິທີແກ້ໄຂຂໍ້ຄົງຄ້າງຮ່ວມກັນໃນໄລຍະຜ່ານມາ ແລະ ປຶກສາຫາລືກ່ຽວກັບກິດຈະກຳສະເຫຼີມສະຫຼອງຄົບຮອບ 30 ປີ ວຽກງານສຳຫຼວດ ແລະ ປັກຫຼັກໝາຍຊາຍແດນຮ່ວມ ລາວ-ກຳປູເຈຍ. ພ້ອມດຽວກັນນີ້, ຍັງໄດ້ເປັນເອກະພາບກັນວາງທິດທາງແຜນການເຮັດວຽກຮ່ວມກັນໃນຕໍ່ໜ້າ ໂດຍມອບໝາຍໃຫ້ຄະນະວິຊາການສອງຝ່າຍສືບຕໍ່ລົງປະຕິບັດວຽກງານຢູ່ພື້ນທີ່ຕົວຈິງຮ່ວມກັນ ເພື່ອບູລະນະຫຼັກຫມາຍຊາຍແດນ ແລະ ກໍ່ສ້າງຫຼັກຫມາຍຊາຍແດນເພີ່ມເຕີມໃຫ້ສຳເລັດຕາມແຜນການ.
ຄວາມຄືບໜ້າທີ່ສອງຝ່າຍສາມາດຍາດມາໄດ້ໃນຄັ້ງນີ້ ເປັນບາດກ້າວໜຶ່ງທີ່ສໍາຄັນຂອງວຽກງານສຳຫຼວດ ແລະ ປັກຫຼັກໝາຍຊາຍແດນລະຫວ່າງສອງປະເທດພາຍໃຕ້ບັນຍາກາດແຫ່ງການພົວພັນຮ່ວມມືອັນດີ ແລະ ນັບມື້ນັບແໜ້ນແຟ້ນລະຫວ່າງລັດຖະບານກໍຄືປະຊາຊົນສອງປະເທດ, ບັນຫາຊາຍແດນໄດ້ຮັບການແກ້ໄຂເທື່ອລະກ້າວ ແລະ ມີຄວາມຈະແຈ້ງ, ສ້າງຄວາມສະດວກໃຫ້ແກ່ການຄຸ້ມຄອງໄປພ້ອມໆກັບການຮັບປະກັນໃຫ້ປະຊາຊົນສອງປະເທດດໍາລົງຊີວິດຢ່າງສະຫງົບ ແລະ ໄປມາຫາສູ່ໄດ້ຢ່າງສະດວກ, ຕອບສະໜອງໃຫ້ແກ່ການສ້າງຊາຍແດນລະຫວ່າງສອງປະເທດ ລາວ-ກຳປູເຈຍ ໃຫ້ເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມືພັດທະນາຕາມຄວາມມຸ້ງມາດປາດຖະໜາອັນແຮງກ້າຂອງການນໍາຂັ້ນສູງສອງພັກ, ສອງລັດ, ກໍຄືຂອງປະຊາຊົນສອງຊາດ ລາວ ແລະ ກໍາປູເຈຍ.
May be an image of 21 people, dais and text that says 'THE EIGHTH MEETING OF THE CAMBODIAN-LAO AND NDLAO-CAMBODIAN JOINT BOUNDARY COMMISSION (JBC) JLY 2025 2025'
ກອງປະຊຸມຄັ້ງນີ້ໄດ້ດໍາເນີນໄປພາຍໃຕ້ບັນຍາກາດແຫ່ງໄມຕີຈິດມິດຕະພາບ, ມີຄວາມເຂົ້າອົກເຂົ້າໃຈຖານບ້ານໃກ້ເຮືອນຄຽງ ທີ່ມີມູນເຊື້ອການພົວພັນອັນດີງາມມາແຕ່ບູຮານນະການ ແລະ ໄດ້ອັດລົງດ້ວຍຜົນສຳເລັດທີ່ຈົບງາມ.