ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເຂົ້າຢ້ຽມຂໍ່ານັບ ນາຍົກລັດຖະມົນຕີ ແຫ່ງ ສ. ສິງກະໂປ

Aug 13, 2025

ໃນວັນທີ 12 ສິງຫາ 2025, ທີ່ ສໍານັກງານນາຍົກລັດຖະມົນຕີ ສິງກະໂປ (Istana), ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ພະນະທ່ານ ລໍເຣນສ ວອງ (Lawrence Wong), ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສິງກະໂປ, ໃນໂອກາດເດີນທາງຢ້ຽມຢາມ ສ. ສິງກະໂປ ຢ່າງເປັນທາງການ ໃນວັນທີ 11-12 ສິງຫາ 2025.
ໃນໂອກາດນີ້, ພະນະທ່ານ ລໍເຣນສ ວອງ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ພ້ອມທັງຕີລາຄາສູງຕໍ່ການເດີນທາງຢ້ຽມຢາມ ສິງກະໂປ ຂອງ ຄະນະຜູ້ແທນ ສປປ ລາວ ໃນຄັ້ງນີ້, ຊຶ່ງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີລະຫວ່າງສອງປະເທດໃຫ້ຂະຫຍາຍຕົວຍິ່ງໆຂື້ນກວ່າເກົ່າ.
ຂະນະດຽວກັນ, ທ່ານ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມປິຕິຍິນດີ ແລະ ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້ ແລະ ໄດ້ນໍາເອົາຄວາມຍື້ຍາມຖາມຂ່າວຂອງ ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສົ່ງເຖິງ ພະນະທ່ານ ລໍເຣນສ ວອງ, ພ້ອມທັງໄດ້ສະແດງຄວາມຊົມເຊີຍ ແລະ ອວຍພອນ ເນື່ອງໃນໂອກາດວັນຊາດສິງກະໂປ ຄົບຮອບ 60 ປີ ທີ່ຫາກໍຜ່ານພົ້ນໄປ ໃນວັນທີ 9 ສິງຫາ 2025. ພ້ອມນີ້, ກໍ່ໄດ້ຕາງໜ້າລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈ ລັດຖະບານ ແລະ ປະຊາຊົນ ສິງກະໂປ ທີ່ໄດ້ໃຫ້ການຮ່ວມມື ແລະ ການຊ່ວຍເຫຼືອອັນລໍ້າຄ່າ ໃຫ້ແກ່ ສປປ ລາວ ຕະຫຼອດໄລຍະຜ່ານມາ ເປັນຕົ້ນແມ່ນ ການຊ່ວຍສ້າງຊັບພະຍາກອນມະນຸດ, ການຈັດຝຶກອົບຮົມພາສາອັງກິດ ແລະ ການບໍລິຫານລັດ ໃຫ້ແກ່ພະນັກງານລັດຖະກອນ ແລະ ການນຳຂັ້ນສູງຂອງ ສປປ ລາວ, ລວມທັງການສົ່ງອາສາສະຫມັກ, ຄູອາຈານ ແລະ ຊ່ຽວຊານ ມາຊ່ວຍເຫຼືອ ວຽກງານພັດທະນາຊຸມຊົນ ຢູ່ແຂວງຕ່າງໆ ຂອງ ສປປ ລາວ ແລະ ອື່ນໆ, ພ້ອມນີ້ຍັງໄດ້ສະແດງຄວາມຂອບໃຈ ຕໍ່ການສະໜັບສະໜູນ ສປປ ລາວ ໃນການເປັນປະທານອາຊຽນ ໃນປີ 2024 ຜ່ານມາ.
May be an image of 6 people and dais May be an image of 4 people
ໃນໂອກາດນີ້, ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນລະຫວ່າງສອງປະເທດ ທີ່ນັບມື້ນັບຂະຫຍາຍຕົວສູງ ຕະຫຼອດໄລຍະເວລາ 51 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດຮ່ວມກັນ, ສະແດງອອກໃນການແລກປ່ຽນການຢ້ຽມຢາມຂອງການນຳຂັ້ນສູງໃນລະດັບຕ່າງໆ ແລະ ການຮ່ວມມືອັນດີໃນຂະແໜງການຕ່າງໆ ໃນໄລຍະຜ່ານມາ. ພ້ອມນີ້, ສອງຝ່າຍ ຍັງໄດ້ຊຸກຍູ້ສົ່ງເສີມການຮ່ວມມືທາງດ້ານການຄ້າ-ການລົງທຶນ, ການພັດທະນາຊັບພະຍາກອນມະນຸດ, ການສະໜອງສະບຽງອາຫານ, ພະລັງງານສະອາດ, ການຄ້າຂາຍສິນເຊື່ອກາກບອນ, ການສົ່ງເສີມການທ່ອງທ່ຽວຮ່ວມກັນ, ການສົ່ງເສີມການໄປມາຫາສູ່ລະຫວ່າງປະຊາຊົນສອງປະເທດ, ການຮ່ວມມືໃນຂະແໜງບໍລິການ ແລະ ໂລຈິດສຕິກ, ການສຶກສາ ແລະ ອື່ນໆ ໃຫ້ນັບມື້ນັບຂະຫຍາຍຕົວຍິ່ງຂຶ້ນ.
ຂ່າວ : ກະຊວງການຕ່າງປະເທດ