ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລັດຖະມົນຕີກະຊວງການຕ່າງປະເທດລາວ ພົບປະທາງໄກ ກັບ ຮັກສາການ ລັດຖະມົນຕີ ກະຊວງການຕ່າງປະເທດ ຫວຽດນາມ

Sep 10, 2025

ໃນຕອນເຊົ້າຂອງວັນທີ 09 ກັນຍາ 2025, ສະຫາຍ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍ ຜ່ານລະບົບທາງໄກກັບ ສະຫາຍ ເລ ຮວາຍ ຈູງ, ຮັກສາການ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ.
ໃນໂອກາດນີ້, ສະຫາຍ ລັດຖະມົນຕີ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມປິຕິຍິນດີ ທີ່ໄດ້ພົບປະກັບ ສະຫາຍ ເລ ຮວາຍ ຈູງ ຜ່ານທາງລະບົບທາງໄກໃນຄັ້ງນີ້ ພ້ອມທັງໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງທີ່ ສະຫາຍ ເລ ຮວາຍ ຈູງ ໄດ້ຮັບການແຕ່ງຕັ້ງເປັນ ຮັກສາການ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ ແລະ ສະແດງຄວາມເຊື່ອຫມັ້ນຢ່າງຍິ່ງວ່າ ດ້ວຍບົດຮຽນ ແລະ ປະສົບການອັນອຸດົມສົມບູນຂອງ ສະຫາຍ ເລ ຮວາຍ ຈູງ ຈະເຮັດສໍາເລັດໜ້າທີ່ອັນສົມກຽດໃນຄັ້ງນີ້. ສະຫາຍ ທອງສະຫວັນ ພົມວິຫານ ໄດ້ອວຍພອນ ແລະ ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດພິທີສະເຫຼີມສະຫຼອງວັນຊາດ ແຫ່ງ ສສ. ຫວຽດນາມ ຄົບຮອບ 80 ປີ ໃນວັນທີ 2 ກັນຍາ 2025 ຜ່ານມາ. ໃນໂອກາດດັ່ງກ່າວ, ສະຫາຍ ທອງສະຫວັນ ພົມວິຫານ ໄດ້ເຊື້ອເຊີນ ສະຫາຍ ເລ ຮວາຍ ຈູງ ເດີງທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນເວລາທີ່ເຫັນວ່າເໝາະສົມ.
May be an image of 7 people and text
ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ທີ່ນັບມື້ນັບແໜ້ນແຟ້ນ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ ໃນທຸກຂົງເຂດວຽກງານ ໂດຍສະເພາະແມ່ນການຈັດຕັ້ງຜັນຂະຫຍາຍຂໍ້ຕົກລົງຂອງສອງກົມການເມືອງ ກໍຄື ຜົນຂອງກອງປະຊຸມ ຄັ້ງທີ 47 ຂອງຄະນະກໍາມະການຮ່ວມມື ລາວ-ຫວຽດນາມ, ຕີລາຄາສູງຕໍ່ການປະສານສົມທົບຢ່າງແໜ້ນແຟ້ນ ລະຫວ່າງ ສອງກະຊວງການຕ່າງປະເທດ ໂດຍສະເພາະແມ່ນຜົນສໍາເລັດການຈັດຕັ້ງຜັນຂະຫຍາຍ ບັນດາຂໍ້ຕົກລົງ ວ່າດ້ວຍການຮ່ວມມື ໄລຍະປີ 2021-2025 ທີ່ຜ່ານມາ, ພ້ອມທັງໄດ້ເຫັນດີເປັນເອກະພາບຈະສືບຕໍ່ປະກອບສ່ວນຮັດແໜ້ນ ແລະ ເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ ໃນຕໍ່ໜ້າ ໃຫ້ມີປະສິດທິຜົນ ແລະ ເປັນຮູບປະທໍາຍິ່ງໆຂຶ້ນ.
May be an image of 9 people, newsroom and text
ໃນຂະນະດຽວກັນ, ສະຫາຍ ເລ ຮວາຍ ຈູງ ກໍໄດ້ສະແດງຄວາມຂອບໃຈຕໍ່ຄໍາຊົມເຊີຍອັນຈົບງາມ ແລະ ສະແດງຄວາມຍິນດີທີ່ໄດ້ພົບປະກັບ ສະຫາຍ ລັດຖະມົນຕີ ທອງສະຫວັນ ພົມວິຫານ ໃນຄັ້ງນີ້, ພ້ອມທັງສະແດງຄວາມຍິນດີຕອບຮັບຕາມຄໍາເຊື້ອເຊີນ ເພື່ອຢ້ຽມຢາມ ສປປ ລາວ ໃນອະນາຄົດ ແລະ ສະແດງຄວາມໝາຍໝັ້ນວ່າ ຈະສືບຕໍ່ເຮັດວຽກຮ່ວມກັບຝ່າຍລາວຢ່າງໃກ້ຊິດ ເພື່ອປະກອບສ່ວນຊຸກຍູ້ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ໃຫ້ນັບມື້ນັບແໜ້ນແຟ້ນຍິ່ງໆຂຶ້ນ.
ຂ່າວ – ພາບ : ກົມການຂ່າວ, ກະຊວງການຕ່າງປະເທດ