ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລັດຖະມົນຕີກະຊວງການຕ່າງປະເທດລາວ ຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ

Dec 22, 2025

ໃນວັນທີ 19 ທັນວາ 2025, ສະຫາຍ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ແຂວງກວາງນິງ, ໃນໂອກາດທີ່ເດີນທາງໄປຢ້ຽມຢາມເຮັດວຽກ ແລະ ເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີ ລະ ຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ຄັ້ງທີ 12 ໃນວັນທີ 17-20 ທັນວາ 2025 ທີ່ ສສ ຫວຽດນາມ.
ໂອກາດນີ້, ສະຫາຍ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ມີຄວາມປິຕິຍິນດີທີ່ໄດ້ມີໂອກາດນຳພາຄະນະ ພົບປະເຮັດວຽກກັບ ສະຫາຍ ນາງ ຈີງ ທິ ມີງ ແທງ ຮອງປະທານຜູ້ປະຈໍາການ ປະທານສະພາປະຊາຊົນ ແຂວງກວາງນິງ ພ້ອມຄະນະ ທີ່ສໍານັກງານກໍາມະການປະຊາຊົນແຂວງກວາງນິງໃນຄັ້ງນີ້, ພ້ອມທັງສະແດງຄວາມຊົມເຊີຍຕໍ່ຜົນສຳເລັດອັນໃຫຍ່ຫລວງ, ຮອບດ້ານ ແລະ ມີຄວາມໝາຍທາງດ້ານປະຫວັດສາດ ຂອງປະຊາຊົນຫວຽດນາມອ້າຍນ້ອງຍາດມາໄດ້ໃນຕະຫລອດໄລຍະທີ່ຜ່ານມາ, ຊຶ່ງໃນຜົນສຳເລັດດັ່ງກ່າວ ກໍມີການປະກອບສ່ວນ ຂອງ ແຂວງກວາງນິງ ເຊັ່ນດຽວກັນ.
ພ້ອມດຽວກັນນີ້, ສອງຝ່າຍໄດ້ແລກປ່ຽນຄວາມຄິດເຫັນ ຕໍ່ການພົວພັນຮ່ວມມືຂອງສອງປະ ເທດ ໂດຍໄດ້ຊົມເຊີຍ ແລະ ຕີລາຄາສູງ ຕໍ່ສາຍພົວພັນຮ່ວມມືລະຫວ່າງສອງປະເທດ ທີ່ມີການພັດທະ ນາ ແລະ ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງໃນທຸກຂົງເຂດ ຊຶ່ງສະແດງອອກໃນການສືບຕໍ່ມີການພົບປະ, ແລກ ປ່ຽນຢ້ຽມຢາມເຊິ່ງກັນ ແລະ ກັນ ຂອງຄະນະຜູ້ແທນຂັ້ນຕ່າງໆ ແຕ່ສູນກາງຮອດທ້ອງຖິ່ນ ຢ່າງເປັນປົກກະຕິ ໂດຍສະເພາະແມ່ນການພົວພັນຮ່ວມມື ລະຫວ່າງ ແຂວງກວາງນິງ ກັບບັນດາແຂວງທ້ອງຖິ່ນ ຂອງ ສປປ ລາວ ຊຶ່ງໄດ້ປະກອບສ່ວນສຳຄັນເຂົ້າໃນການເສີມຂະຫຍາຍ ສາຍພົວພັນພິເສດຂອງສອງປະເທດ.
May be an image of one or more people and dais
ນອກຈາກນີ້, ສະຫາຍ ທອງສະຫວັນ ພົມວິຫານ ໄດ້ແຈ້ງຜົນໂດຍຫຍໍ້ຂອງກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີ ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ຄັ້ງທີ 12 ແລະ ໄດ້ເຂົ້າຢ້ຽມຂໍ່ານັບການນຳຂັ້ນສູງ ຄື: ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແລະ ສະຫາຍ ເຈີ່ນ ແທັງ ເມີ້ນ ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ. ພ້ອມກັນນີ້, ສະຫາຍ ລັດ ຖະມົນຕີ ທອງສະຫວັນ ພົມວິຫານ ຍັງໄດ້ຕາງໜ້າໃຫ້ ພັກ, ລັດ, ສະພາແຫ່ງຊາດ ແລະ ປະຊາຊົນລາວ ບັນດາເຜົ່າ ກໍຄື ອຳນາດການປົກຄອງ ແລະ ປະຊາຊົນບັນດາແຂວງທ້ອງຖິ່ນຂອງລາວ, ສະແດງຄວາມຂອບໃຈຕໍ່ ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ກໍຄື ອົງຄະນະພັກ, ອຳນາດການປົກ ຄອງ ແລະ ປະຊາຊົນແຂວງກວາງນິງ ທີ່ຍາມໃດກໍໃຫ້ຄວາມເອົາໃຈໃສ່, ຊ່ວຍເຫລືອຢ່າງລໍ້າຄ່າ ແລະ ທັນການ ແກ່ ສປປ ລາວ ຕະຫລອດມາ.
ໃນໂອກາດດຽວກັນ, ສະຫາຍ ນາງ ຈີງ ທິ ມີງ ແທງ ຍັງໄດ້ເນັ້ນໜັກເຖິງບົດບາດ ແລະ ຄວາມໝາຍສໍາຄັນຂອງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບ ດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຫວຽດນາມ -ລາວ ໃນໄລຍະຜ່ານມາ ແລະ ປັດຈຸບັນ. ພິເສດ, ແມ່ນການພົວພັນຮ່ວມມືຮອບດ້ານລະຫວ່າງແຂວງກວາງນິງ ກັບ ບັນດາແຂວງທ້ອງຖິ່ນ ຂອງ ສປປ ລາວ.