ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລັດຖະມົນຕີກະຊວງການຕ່າງປະເທດ ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມລັດຖະກິດຢູ່ລາວ ຂອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ແຫ່ງ ສສ ຫວຽດນາມ

Feb 3, 2026

ວັນທີ 02 ກຸມພາ 2026 ສະຫາຍ ທອງສະຫວັນ ພົມວິຫານ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນລາວ ແລະ ຫວຽດນາມ ທີ່ກະຊວງການຕ່າງປະເທດ ເນື່ອງໃນໂອກາດທີ່ ສະຫາຍ ໂຕ ເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ແຫ່ງ ສສ ຫວຽດນາມ ຈະເດີນທາງມາຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ. ສະຫາຍ ຊີ້ໃຫ້ເຫັນວ່າ: ການມາຢ້ຽມຢາມທາງລັດຖະກິດ ສປປລາວຂອງສະຫາຍໂຕເລີ່ມ ແມ່ນມີຄວາມໝາຍສໍາຄັນຫຼາຍທາງປະຫວັດສາດ ສາມາດເວົ້າໄດ້ວ່າສະຫາຍໄດ້ມາຢ້ຽມຢາມລາວເປັນປະເທດທໍາອິດ ພາຍຫຼັງສໍາເລັດກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດ ຄັ້ງທີ 14 ຂອງພັກກອມມູນິດຫວຽດນາມ ແລະ ໄດ້ຮັບເລືອກຕັ້ງເປັນເລຂາທິການໃຫ່ຍພັກກອມມູນິດຫວຽດນາມອີກສະໄໝໜື່ງ. ເມື່ອບໍ່ດົນມານີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫ່ຍຄະນະບໍລິຫານງານສູນກາງພັກ ປະທານປະເທດ ໄດ້ປະສົບຜົນສໍາເລັດໃນການຢ້ຽມຢາມທາງລັດຖະກິດ ສສ ຫວຽດນາມ ພາຍຫຼັງສຳເລັດກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດ ຄັ້ງທີ 12 ຂອງພັກປະຊາຊົນປະຕິວັດລາວ ຊື່ງການນໍາສູງສຸດຂອງສອງປະເທດໄດ້ຢ້ຽມຢາມຊື່ງກັນ ແລະ ກັນ ເປັນເຫດການທີ່ຫາໄດ້ຍາກ ທັງເປັນໂອກາດທີ່ສອງປະເທດຍົກລະດັບການພົວພັນຮ່ວມມືເມື່ອບໍ່ດົນມານີ້ ເປັນສາຍພົວພັນມິດຕະພາບອັນຍີ່ງໃຫ່ຍ ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຄູ່ຮ່ວມຍຸດທະສາດ ຊື່ງລັດຖະບານລາວໄດ້ຕີລາຄາສູງຕໍ່ການຢ້ຽມຢາມລັດຖະກິດຢູ່ ສປປ ລາວ ຂອງສະຫາຍ ໂຕ ເລິມ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ແຫ່ງ ສສ ຫວຽດນາມໃນວັນທີ 5 ກຸມພາ 2026.
ໃນໄລຍະຜ່ານມາ, ສອງປະເທດ ລາວ ແລະຫວຽດນາມ ໄດ້ມີກົນໄກພົວພັນຮ່ວມມື ພາຍຫຼັງສໍາເລັດກອງປະຊຸມໃຫ່ຍຂອງສອງພັກແລ້ວ ຈະໄດ້ດຳເນີນການຢ້ຽມຢາມອວຍພອນຊື່ງກັນ ແລະ ກັນ ເພື່ອແຈ້ງຜົນສໍາເລັດກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດຂອງພັກຂອງແຕ່ລະປະເທດໃຫ້ກັນຮັບຊາບ. ສະເພາະປີ 2026 ນີ້,ການນໍາສູງສຸດຂອງສອງປະເທດ ຈະໄດ້ພົບປະກັນເປັນຄັ້ງທີ 3, ສະທ້ອນໃຫ້ເຫັນວ່າ ການພົວພັນຮ່ວມມືຂອງສອງປະເທດແມ່ນພິເສດທີ່ສຸດ ມີໜື່ງແລ້ວບໍ່ມີສອງ ຫຼື ບໍ່ຄືປະເທດໃດຢູ່ໃນໂລກ, ການພົບປະກັນແຕ່ລະຄັ້ງ ໄດ້ສ້າງຄວາມໃກ້ຊິດ, ຄວາມສາມັກຄີຮັກແພງທີ່ເລິກຊື່ງ ເຮັດໃຫ້ຄົນຮຸ່ນໃໝ່ຮັບຮູ້ໄດ້ເຖິງສາຍພົວພັນທີ່ຫາໄດ້ຍາກລະຫວ່າງສອງປະເທດ ລາວ ແລະ ຫວຽດນາມ ຊື່ງມີປະຫວັດສາດອັນຍາວນານ ມີຕົ້ນກຳເນີດມາຈາກພັກກອມມູນິດອິນດູຈີນ ຄຽງບ່າຄຽງໄຫຼ່ກັນຕໍ່ສູ້ກັບຈັກກະພັດຜູ້ຮຸກຮານລ່າເມືອງຂື້ນແບບເກົ່າ ແລະ ແບບໃໝ່ ຈົນສາມາດຍາດໄດ້ເອກະລາດຮ່ວມກັນເປັນກ້າວໆມມາ. ຜົນສໍາເລັດທີ່ຍາດມາໄດ້ນັ້ນ,ແມ່ນຍ້ອນການຮ່ວມແຮງຮ່ວມໃຈກັນ ອຸທິດເຫື່ອແຮງສະຕິປັນຍາ, ເລືອດເນື້ອ ແລະ ຊີວິດຂອງນັກປະຕິວັດ ແລະ ປະຊາຊົນຂອງສອງປະເທດ ຊື່ງການພົວພັນນີ້ໄດ້ກາຍເປັນມໍລະດົກທີ່ສອງປະເທດຕ້ອງປົກປັກຮັກສາໃຫ້ຄົງຢູ່ຄຽງຄູ່ຄົນຮຸ່ນຕໍ່ໆໄປ.
ລາວ ແລະ ຫວຽດນາມ ເປັນປະເທດບ້ານໃກ້ເຮືອນຄຽງ ແລະ ມີສາຍພູ, ສາຍນໍ້າຕິດຈອດກັນ ປະຊາຊົນທັງສອງປະເທດມີຂະນົບທໍານຽມ ແລະຮີດຄອງປະເພນີທີ່ຄ້າຍຄືກັນ. ໃນປະຫວັດສາດສອງຊາດລາວ-ຫວຽດນາມໄດ້ຮ່ວມກັນຕໍ່ສູ້, ມາເຖິງປັດຈຸບັນນີ້ ສອງປະເທດ ຕ້ອງໄດ້ສືບຕໍ່ ແລະ ພ້ອມກັນພັດທະນາຂຶ້ນໄປເລື້ອຍໆ. ການຍົກລະດັບຮ່ວມມືຄູ່ຮ່ວມຍຸດທະສາດນັ້ນ ແມ່ນເນັ້ນໃສ່ການພັດທະນາ ເພື່ອໃຫ້ສົມຄູ່ກັບການພົວພັນແບບພິເສດຂອງສອງປະເທດ. ໃນໄລຍະຜ່ານມາການພົວພັນດ້ານການເມືອງ ແລະ ຄວາມໝັ້ນຄົງ ລະຫວ່າງສອງປະເທດ ລ້ວນແຕ່ໄດ້ຮັບຜົນສໍາເລັດເປັນຢ່າງດີ. ສ່ວນຂົງເຂດການພັດທະນາດ້ານເສດຖະກິດ-ສັງຄົມ ຕ້ອງໄດ້ສືບຕໍ່ພັດທະນາຢ່າງແຂງແຮງໃຫ້ສົມຄູ່ກັບທ່າແຮງບົ່ມຊ້ອນຂອງສອງປະເທດທີ່ມີ ໂດຍສະເພາະການຍົກລະດັບຄວາມເປັນຫຸ້ນສ່ວນຍຸດທະສາດ ຊື່ງມີຄວາມໝາຍເລິກຊື່ງ ແລະ ຮອບດ້ານ, ສອງປະເທດຕ້ອງໄດ້ເຊື່ອມສານ, ເຊື່ອມຈອດ ແລະ ເຊື່ອມໂຍງ ໃນຂົງເຂດຕ່າງໆ ເປັນຕົ້ນ:ດ້ານຄົມມະນາຄົມ, ພະລັງງານ, ການຂົນສົ່ງ, ການຄ້າ, ການລົງທືນ ແລະ ການທ່ອງທ່ຽວ ແນໃສ່ສູ້ຊົນໃຫ້ມູນຄ່າການຄ້າລະຫວ່າງສອງປະເທດ ບັນລຸຫຼາຍກວ່າ 3 ຕື້ໂດລາໃນຊຸມປີຕໍ່ໜ້າ ລວມເຖິງການພັດທະນາຊັບພະຍາກອນມະນຸດໃຫ້ມີຄຸນນະພາບ ເພື່ອຮອງຮັບໃຫ້ແກ່ການພົວພັນແບບພິເສດຂອງສອງປະເທດ.
ການຢ້ຽມຢາມທາງລັດຖະກິດ ສປປ ລາວ ຂອງສະຫາຍ ໂຕເລີ່ມ ພ້ອມດ້ວຍຄະນະ ໃນຄັ້ງນີ້ ພວກເຮົາມີຄວາມເຊື່ອໝັ້ນວ່າ ຈະປະສົບຜົນສໍາເລັດໃນລະດັບສູງສຸດ ຕາມເປົ້າໝາຍທີ່ວາງໄວ້ ເນື່ອງຈາກວ່າການນໍາສູງສຸດຂອງພັກ, ລັດຖະບານ ແລະ ຂະແໜງການຕ່າງໆຂອງສອງປະເທດ ລ້ວນແຕ່ມີຄວາມເປັນເອກະພາບໃນລະດັບສູງ ເພື່ອຊຸກຍູ້ໃຫ້ການຮ່ວມມື ຂະຫຍາຍຕົວໃນຈັງຫວະທີ່ດີກວ່າເກົ່າ. ປີ 2026 ນີ້ ເປັນໂອກາດທີ່ ສປປ ລາວ ເຂົ້າຮ່ວມໃນຂະບວນການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ທີ່ອົງການສະຫະປະຊາຊາດກຳນົດ ຊື່ງເປັນໂອກາດ ແລະ ສີ່ງທ້າທາຍ ທີ່ຈະໄດ້ພ້ອມກັນພັດທະນາ ໂດຍສະເພາະນະໂຍບາຍສຳຄັນຂອງລາວ ທີ່ຈະນໍາພາປະເທດຊາດຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາ ຊື່ງ ສສ ຫວຽດນາມ ໄດ້ໃຫ້ການສະໜັບສະໜູນຢ່າງເຕັມທີ່ ເພື່ອປະກອບສ່ວນໃຫ້ ສປປລາວ ບັນລຸຕາມຄາດໝາຍທີ່ວາງໄວ້.