ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລັດຖະມົນຕີກະຊວງການຕ່າງປະເທດ ລົງເຄື່ອນໄຫວແກ້ໄຂບັນຫາລະເບີດບໍ່ທັນແຕກ ຢູ່ແຂວງຫລວງພະບາງ

Feb 18, 2026

17 ກຸມພາ 2026 ທີ່ເເຂວງຫລວງພະບາງ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ປະທານຄະນະກໍາມະການຄຸ້ມຄອງແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ (ຄຊກລ) ພ້ອມດ້ວຍຄະນະໄດ້ລົງເຄື່ອນໄຫວວຽກງານຕົວຈິງການແກ້ໄຂບັນຫາລະເບີດບໍ່ທັນແຕກ (ລບຕ) ຢູ່ແຂວງຫລວງພະບາງ ເພື່ອຊຸກຍູ້ການກະກຽມຄວາມພ້ອມການເປັນເຈົ້າພາບ ແລະ ປະທານກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານຮອບວຽນທີ 3 (The 3rd Review Conference of Convention on Cluster Munitions) ທີ່ມີແຜນຈະຈັດຂຶ້ນໃນລະຫວ່າງວັນທີ 13-18 ກັນຍາ 2026.

ການລົງເຄື່ອນໄຫວໃນຄັ້ງນີ້, ຄະນະຜູ້ແທນໄດ້ລົງຢ້ຽມຢາມສະໜາມປະຕິບັດງານຕົວຈິງຢູ່ບ້ານນ້ຳພິກ ແລະ ບ້ານຫາດຄໍ້, ເມືອງປາກອູ ຊຶ່ງເປັນພື້ນທີ່ມີລະເບີດທີ່ບໍ່ທັນແຕກທີ່ຕົກຄ້າງ ແລະ ສະຖານທີ່ດັ່ງກ່າວ ແມ່ນຈະຖືກກຳນົດເຂົ້າໃນວາລະກະກຽມເພື່ອຕ້ອນຮັບການຢ້ຽມຢາມພາກສະໜາມການສໍາຫຼວດ-ກວດກູ້ ລບຕ ຂອງຄະ ນະຜູ້ແທນລະດັບສູງໃນໄລຍະກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານຮອບວຽນທີ 3.

No photo description available.

ໃນໂອກາດດັ່ງກ່າວນີ້, ທ່ານ ທອງສະຫວັນ ພົມວິຫານ ໄດ້ຕິດຕາມການສຳຫຼວດດ້ານເຕັກນິກ ແລະ ການທຳລາຍລະເບີດບໍ່ທັນແຕກທີ່ກວດພົບ, ພ້ອມທັງໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການປະຕິບັດຕາມພັນທະສາກົນ ແລະ ປະສິດທິພາບຂອງການດຳເນີນງານ, ຊຶ່ງເປັນຈຸດສຸມຕົ້ນຕໍຂອງການເຄື່ອນ ໄຫວວຽກງານໃນການກຽມຄວາມພ້ອມສໍາລັບ ສປປ ລາວ ໃນການປະຕິບັດໜ້າທີ່ປະທານກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານຮອບວຽນທີ 3, ຊຶ່ງກຳນົດຈະຈັດຂຶ້ນໃນລະຫວ່າງວັນທີ 14-18 ກັນຍາ 2026 ທີ່ນະຄອນຫຼວງວຽງຈັນ, ພາຍໃຕ້ຫົວຂໍ້: “ຊຸກຍູ້ຄວາມຄືບໜ້າໃນການຈັດຕັ້ງປະຕິບັດສົນທິສັນຍາເພື່ອສ້າງໃຫ້ໂລກນີ້ປາສະຈາກໄພຂົ່ມຂູ່ຈາກລະເບີດລູກຫວ່ານ” (Accelerating Progress Towards a World Free from the Threat of Cluster Munitions)”, ກອງປະຊຸມຄາດວ່າຈະມີການຕ້ອນຮັບຄະນະຜູ້ແທນປະມານ 700-900 ທ່ານ ຈາກຫຼາຍກວ່າ 150 ປະເທດ.

“ບົດບາດຂອງພວກເຮົາໃນນາມປະເທດເຈົ້າພາບ ແລະ ປະທານກອງປະຊຸມແມ່ນບໍ່ພຽງແຕ່ໜ້າທີ່ທາງການທູດເທົ່ານັ້ນ, ແຕ່ຍັງແມ່ນຄວາມຮັບຜິດຊອບອັນສູງສົ່ງຕໍ່ສາກົນທີ່ມີເນື້ອໃນຕິດພັນກັບປະຫວັດສາດ ແລະ ຄວາມໝາຍໝັ້ນອັນແຮງກ້າຂອງພວກເຮົາ ເພື່ອອະນາຄົດທີ່ປອດໄພຈາກລະເບີດບໍ່ທັນແຕກ” ທ່ານທອງສະຫວັນ ພົມວິຫານ ກ່າວໃນລະຫວ່າງການພົບປະກັບອຳນາດການປົກຄອງແຂວງດັ່ງກ່າວ.

May be an image of tree

ທ່ານລັດຖະມົນຕີ ຍັງໄດ້ເນັ້ນຕື່ມວ່າພາລະກິດນີ້ເປັນການສະໜັບສະໜູນຍຸດທະສາດແຫ່ງຊາດການແກ້ໄຂບັນຫາລະເບີດບໍ່ທັນແຕກ “ເສັ້ນທາງແຫ່ງຄວາມປອດໄພ III (2021-2030)” ແລະ ການບັນລຸເປົ້າໝາຍການພັດທະນາແບບຍືນຍົງ SDG 18, ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນປອດໄພຈາກໄພຂົ່ມຂູ່ຂອງ ລບຕ.

ນອກຈາກນີ້, ເນື່ອງໃນໂອກາດວັນສ້າງຕັ້ງໂຄງການເກັບກູ້ລະເບີດແຫ່ງຊາດ ຄົບຮອບ 30 ປີ (13/2/1996-13/2/2026) ທ່ານລັດຖະມົນຕີ ພ້ອມດ້ວຍຄະນະ ຍັງໄດ້ຢ້ຽມຢາມສູນຂໍ້ມູນຂ່າວສານຂອງໂຄງການເກັບກູ້ລະເບີດເເຫ່ງຊາດ (UXO Lao) ຢູ່ແຂວງຫຼວງພະບາງ ແລະ ໂຄງການສະໜັບສະໜູນໂດຍອົງການ “Free the Bears” ຊຶ່ງສະແດງໃຫ້ເຫັນເຖິງການປະສົມປະສານລະຫວ່າງຄວາມຄືບໜ້າດ້ານມະນຸດສະທຳ ແລະ ທ່າແຮງດ້ານການທ່ອງທ່ຽວຂອງແຂວງ.

ທີ່ມາ: ໂທລະພາບ ແຂວງຫລວງພະບາງ