ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ການາດາ ປະຈໍາອາຊຽນ

Mar 11, 2026

ໃນວັນທີ 10 ມີນາ 2026 ທີ່ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ Ambra Dickie ເອກອັກຄະລັດຖະທູດ ການາດາ ປະຈໍາອາຊຽນ ທີ່ ຈາກາກຕາ, ອິນໂດເນເຊຍ.
May be an image of text
ສອງຝ່າຍ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືອາຊຽນ-ການາດາ ຕະຫຼອດໄລຍະຜ່ານມາ ກໍຄື ການຈັດຕັ້ງຜັນຂະຫຍາຍການເປັນຄູ່ຮ່ວມຍຸດທະສາດອາຊຽນ-ການາດາ ແລະ ການຈັດຕັ້ງປະຕິບັດແຜນປະຕິບັດງານອາຊຽນ-ການາດາ ສະບັບປີ 2021-2025. ພ້ອມນີ້, ຍັງໄດ້ປຶກສາຫາລື ແລະ ກໍານົດທິດທາງການຮ່ວມມືໃນຕໍ່ໜ້າ ໂດຍສືບຕໍ່ເນັ້ນຢໍ້າຄວາມໝາຍໝັ້ນຮ່ວມກັນໃນການຮັບຮອງເອົາແຜນປະຕິບັດງານອາຊຽນ-ການາດາ ສະບັບປີ 2026-2030, ການເລັ່ງລັດຂະບວນການເຈລະຈາເຂດການຄ້າເສລີອາຊຽນ-ການາດາ (ACAFTA) ລວມເຖິງການກະກຽມໃຫ້ແກ່ການສະເຫຼີມສະຫຼອງການພົວພັນຮ່ວມມືອາຊຽນ-ການາດາ ຄົບຮອບ 50 ປີ ໃນປີ 2027 ແລະ ການຮັດແໜ້ນການຮ່ວມມືໃນບັນດາຂົງເຂດທີ່ສອງຝ່າຍມີທ່າແຮງ ແລະ ມີຄວາມສົນໃຈຮ່ວມກັນ ເປັນຕົ້ນແມ່ນການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນ, ພະລັງງານສະອາດ, ບໍ່ແຮ່, ການສຶກສາ ແລະ ການສ້າງຂີດຄວາມສາມາດ, ການພັດທະນາແບບຍືນຍົງ ແລະ ການທ່ອງທ່ຽວແບບອະນຸລັກ.
May be an image of one or more people and text
ໂອກາດນີ້, ທ່ານ ເອກອັກຄະລັດຖະທູດ ການາດາ ປະຈໍາອາຊຽນ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ການພົວພັນຮ່ວມມືອັນດີ ໃນນາມປະເທດປະສານງານໃຫ້ແກ່ການພົວພັນຮ່ວມມືອາຊຽນ-ການາດາ ສໍາລັບສົກປີ 2024-2027 ພ້ອມທັງສະແດງຄວາມໝາຍໝັ້ນໃນການສືບຕໍ່ເຮັດວຽກຢ່າງໃກ້ຊິດກັບ ສປປ ລາວ ເພື່ອປະກອບສ່ວນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍການພົວພັນຮ່ວມມືອາຊຽນ-ການາດາ ໃຫ້ນັບມື້ນັບຂະຫຍາຍຕົວຍິ່ງໆຂຶ້ນ.