ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລັດຖະມົນຕີກະຊວງການເງິນ ຢ້ຽມຢາມ 2 ໂຄງການ ຢູ່ແຂວງເຊກອງ

Sep 9, 2024

ໃນລະຫວ່າງວັນທີ 5-6 ກັນຍາ 2024 ຜ່ານມາ, ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ, ທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງ ພ້ອມຄະນະ ເຄື່ອນໄຫວຢ້ຽມຢາມ, ຕິດຕາມ ແລະ ຊຸກຍູ້ໂຄງການຂຸດຄົ້ນຖ່ານຫີນ ຢູ່ເມືອງກະລຶມ ຂອງກຸ່ມບໍລິສັດ ພອນສັກ ຈໍາກັດ ແລະ ໂຄງການໄຟຟ້າພະລັງງານລົມ ມອນຊູນ ວິນພາວເວີ ຈໍາກັດ ຢູ່ເມືອງດາກຈຶງ ໂດຍມີຄະນະຜູ້ບໍລິຫານທັງສອງ ບໍລິສັດ/ໂຄງການ ໃຫ້ການຕ້ອນຮັບ ແລະ ລາຍງານຄວາມຄືບໜ້າ, ຂໍ້ສະດວກ-ຫຍຸ້ງຍາກໃນການພັດ ທະນາໂຄງການ, ການປະຕິບັດພັນທະໃຫ້ລັດ, ການຊົດເຊີຍຜົນກະທົບຕໍ່ສິ່ງແວດ ລ້ອມ-ສັງຄົມ ແລະ ການປະກອບສ່ວນພັດທະນາທ້ອງຖິ່ນ ໃຫ້ທ່ານລັດຖະມົນຕີ ແລະ ເຈົ້າແຂວງຮັບຊາບ.
ໂຄງການຂຸດຄົ້ນຖ່ານຫີນ ຂອງກຸ່ມບໍລິສັດ ພອນສັກ ຈໍາກັດ ຕັ້ງຢູ່ເມືອງກະລຶມເກົ່າ ມີພື້ນທີ່ສຳປະທານທັງໝົດ 77.000 ເຮັກຕາ, ປັດຈຸບັນ ສໍາເລັດການຊອກຄົ້ນ-ສໍາຫຼວດແລ້ວ 20.280 ເຮັກຕາ, ຄາດຄະເນປະລິມານຖ່ານຫີນສໍາຮອງໃນພື້ນທີ່ ໄດ້ສໍາເລັດການຊອກຄົ້ນ-ສໍາຫຼວດປະມານ 800 ລ້ານໂຕນ. ໂດຍມີສອງໂຄງການທີ່ເປັນຈຸດສຸມໃນເຂດສໍາປະທານ ຄື: ໂຄງການໂຮງງານໄຟຟ້າ ຂະໜາດ 6×300 ເມກາວັດ ແລະ ໂຄງການຜະລິດຖ່ານຫີນເພື່ອຈໍາໜ່າຍທັງພາຍໃນ ແລະ ຕ່າງປະເທດ.
ສ່ວນໂຄງການໄຟຟ້າພະລັງງານລົມ ມອນຊູນ ວິນພາວເວີ ຕັ້ງຢູ່ເມືອງດາກຈຶງ ແຂວງເຊກອງ ແລະ ສ່ວນໜຶ່ງຂອງເມືອງຊານໄຊ ແຂວງອັດຕະປື, ມີເສົາກັງຫັນລົມທັງໝົດ 133 ຕົ້ນ ແລະ ມີກໍາລັງຕິດຕັ້ງ 600 ເມກາວັດ. ໂຄງການນີ້, ໄດ້ເລີ່ມລົງມືກໍ່ສ້າງນັບແຕ່ເດືອນເມສາ 2023 ມາຮອດປັດຈຸບັນ ສໍາເລັດແລ້ວ 85%, ຄາດຄະເນຈະສໍາເລັດ ແລະ ເປີດນໍາໃຊ້ຢ່າງເປັນທາງການໃນປີ 2025.
ລັດຖະມົນຕີກະຊວງການເງິນ ແລະ ທ່ານເຈົ້າແຂວງເຊກອງ ໄດ້ມີຄໍາເຫັນຊີ້ນໍາໃຫ້ຄະນະຜູ້ບໍລິຫານ ບໍລິສັດ/ໂຄງການ ຕ້ອງສືບຕໍ່ຈັດຕັ້ງປະຕິບັດບັນດາກິດຈະກໍາຕ່າງໆໃຫ້ມີຜົນສໍາເລັດຕາມລະດັບຄາດໝາຍແຜນການທີ່ວາງໄວ້ ແລະ ຮັບປະກັນໃຫ້ຖືກຕ້ອງຕາມມາດຕະຖານເຕັກນິກ ກໍຄືລະບຽບກົດໝາຍຕ່າງໆຢ່າງເຂັ້ມງວດ, ເອົາໃຈໃສ່ປະຕິບັດການຊົດເຊີຍຜົນກະທົບຕໍ່ສິ່ງແວດລ້ອມ-ສັງຄົມ, ປະຕິບັດພັນທະອາກອນໃຫ້ລັດ, ປະກອບສ່ວນພັດທະນາທ້ອງຖິ່ນ, ສ້າງອາຊີບ-ສ້າງວຽກເຮັດງານທໍາໃຫ້ປະຊາຊົນ ເພື່ອຍູ້ແຮງການພັດທະນາເສດຖະກິດ-ສັງຄົມ ຂອງຊາດ ກໍຄືແຂວງເຊກອງໃຫ້ເຂັ້ມແຂງ ແລະ ຂະຫຍາຍຕົວກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.