ໃນຕອນເຊົ້າຂອງວັນທີ 26 ກັນຍາ 2024 ທີ່ຫ້ອງຮັບແຂກ ຂອງກະຊວງຍຸຕິທຳ, ທ່ານ ໄພວີ ສີບົວລິພາ ລັດຖະມົນຕີກະຊວງຍຸຕິທຳ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງທ່ານ ໂຄອິຊຶມີ ຊຶໂຕະມຸ ເນື່ອງໃນໂອກາດທີ່ທ່ານໄດ້ຮັບການແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງ ເປັນເອກອັກຄະຣາຊະທູດ ແຫ່ງ ຍີ່ປຸ່ນ ຄົນໃໝ່ ປະຈໍາ ສປປ ລາວ.
ການເຂົ້າຢ້ຽມຂໍ່ານັບໃນຄັ້ງນີ້ ທ່ານ ລັດຖະມົນຕີກະຊວງຍຸຕິທຳ ກໍໄດ້ສະແດງຄວາມຍິນດີ ແລະ ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງ ຕໍ່ການມາປະຕິບັດໜ້າທີ່ວຽກງານທາງການທູດຢູ່ ສປປ ລາວ ໃນຄັ້ງນີ້. ພ້ອມນັ້ນ, ກໍໄດ້ສະແດງຄວາມຂອບໃຈ ຕໍ່ປະຊາຊົນ ແລະ ລັດຖະບານຍີ່ປຸ່ນ ທີ່ໄດ້ໃຫ້ສະໜັບສະໜູນ, ຊ່ວຍເຫຼືອແກ່ ສປປ ລາວ ເວົ້າລວມ, ເວົ້າສະເພາະ ກໍຄືຂະແໜງຍຸຕິທໍາ ໂດຍຜ່ານອົງການໄຈກາ ປະຈໍາ ສປປ ລາວ ກໍຄືໂຄງການສົ່ງເສີມການພັດທະນາ ແລະ ສ້າງຄວາມ ເຂັ້ມແຂງລັດທິປົກຄອງດ້ວຍກົດໝາຍໃນຂົງເຂດຍຸຕິທໍາ.
ພ້ອມນັ້ນ ທ່ານລັດຖະມົນຕີກະຊວງຍຸຕິທໍາ ໄດ້ແຈ້ງສະພາບ ການເຄື່ອນໄຫວວຽກງານຂອງຂະແໜງ ຍຸຕິທໍາໃນໄລຍະຜ່ານມາ ເປັນຕົ້ນ ການສ້າງ ແລະ ປັບປຸງກົດໝາຍ, ການໂຄສະນາເຜີຍແຜ່ກົດໝາຍ, ວຽກງານປະຕິບັດຄໍາຕັດສີນຂອງສານ ແລະ ການເຂົ້າເຖິງກົດໝາຍ ແລະ ຍຸຕິທໍາ ຂອງປະຊາຊົນ. ນອກຈາກນັ້ນ, ທ່ານຍັງສະແດງຄວາມເຊື່ອໝັ້ນວ່າ ທ່ານ ເອກອັກຄະຣາຊະທູດ, ຈະສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມືລະຫວ່າງສອງປະເທດ ສປປ ລາວ ແລະ ຍີ່ປຸ່ນ ໃຫ້ແຕກດອກອອກຜົນ ເວົ້າສະເພາະການຮ່ວມມືຂອງຂະແໜງຍຸຕິທໍາສອງປະເທດ ຍິ່ງໆຂຶ້ນໄປ.
ໃນໂອກາດດັ່ງກ່າວ ທ່ານ ໂຄອິຊຶມີ ຊຶໂຕະມຸ ເອກອັກຄະຣາຊະທູດ ແຫ່ງ ຍີ່ປຸ່ນ ຄົນໃໝ່ ປະຈໍາ ສປປ ລາວ ກໍໄດ້ສະແດງຄວາມຂອບໃຈ ຕໍ່ກັບການຕ້ອນຮັບອັນອົບອຸ່ນຂອງທ່ານລັດຖະ ມົນຕີກະຊວງຍຸຕິທຳ ພ້ອມທັງຢືນຢັນຈະສືບຕໍ່ເປັນຄູ່ຮ່ວມມືທີ່ດີ ແລະ ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນຂະແໜງຍຸຕິທຳຕື່ມອີກໃນຕໍ່ໜ້າ.
ຂ່າວ: ອ່ອນຄຳ ໄຊຍະວົງ
ພາບ: ປາວີຄໍາ ເພັດທະລາກຸນ





