ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ-ຫວຽດນາມ ພົບປະສອງຝ່າຍ

Nov 20, 2024

ໃນໂອກາດທີ່ເດີນທາງມາເຂົ້າຮ່ວມ ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ຄັ້ງທີ18 ເເລະ ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດບວກ ຄັ້ງທີ 11 ທີ່ລາວ ໄດ້ຮັບກຽດເປັນເຈົ້າ ພາບ ໃນລະຫວ່າງວັນທີ 19-22 ພະຈິກ 2024 ນີ້ ສະຫາຍ ພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ພ້ອມຄະນະ ໄດ້ເຂົ້າພົບປະສອງຝ່າຍຮ່ວມກັນ ສະຫາຍ ພົນເອກ ຈັນສະໝອນ ຈັນ ຍາລາດ, ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງປ້ອງກັນປະເທດລາວ ພ້ອມຄະນະຢູ່ກະຊວງການຕ່າງປະເທດໃນວັນທີ 19 ພະຈິກ 2024 ທີ່ກະຊວງປ້ອງກັນປະ ເທດ, ນະຄອນຫລວງວຽງຈັນ.
ໂອກາດດັ່ງກ່າວ, ສະຫາຍພົນເອກ ຈັນສະໝອນ ຈັນຍາລາດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການເຂົ້າພົບປະໃນຄັ້ງນີ້,ສະແດງໃຫ້ເຫັນເຖິງການພົວພັນທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ, ສອງກອງທັບ ແລະ ປະຊາຊົນສອງຊາດລາວ-ຫວຽດ ນາມ ນັບມື້ມີບາດກ້າວໃໝ່ ແລະ ແຕກດອກອອກຜົນຍີ່ງຍີ່ງຂື້ນ ພ້ອມທັງສະແດງຄວາມຂອບໃຈຕໍ່ການຊ່ວຍເຫລືອຂອງກອງທັບຫວຽດນາມ ໃນການກໍ່ສ້າງບຸກຄະລາກອນ ແລະອື່ນໆໃຫ້ກອງທັບປະຊາຊົນລາວ ຕະຫລອດໄລຍະຜ່ານມາ ໃນຕໍ່ໜ້າທັງ ສອງຝ່າຍຍີ່ງຕ້ອງໄດ້ເພີ່ມທະວີ ການພົວພັນຮ່ວມມືກັນກັນຫລາຍຂື້ນກ່ວາເກົ່າ ໃນຂົງເຂດວຽກງານທີ່ສອງຝ່າຍໄດ້ເຫັນດີ ແລະ ຕົກລົງກັນແລ້ວນັ້ນໃຫ້ບັນລຸຕາມແຜນການທີ່ວາງໄວ້.
ສະຫາຍ ພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຂອງຫວຽດນາມ ໄດ້ສະແດງຄວາມຂອບໃຈຕໍ່ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງໄດ້ຕີລາຄາສູງຕໍ່ການພົບປະຄັ້ງນີ້, ເປັນການສະແດງໃຫ້ເຫັນເຖິງການພົວພັນຮ່ວມມືທີ່ດີຕໍ່ກັນ ບົນພື້ນຖານຄວາມເຂົ້າໃຈເຊິ່ງກັນ ແລະ ກັນຖານສະຫາຍອ້າຍນ້ອງໃນການຊ່ວຍເຫລືອກັນຕະຫລອດມາ, ປັດ ຈຸບັນການພົວພັນຮ່ວມມືຫວຽດນາມ-ລາວ ຍິ່ງໄດ້ຮັບການເພີ່ມພູນຄູນສ້າງ ແລະ ໄດ້ຮັບການຖະນຸຖະໜອມ ແຕກດອກອອກຜົນຂຶ້ນເລື່ອຍໆ.
ຂ່າວ: ເດດອາລຸນ ແກ້ວວິໄລ