ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ບັນດາລັດຖະມົນຕີປ້ອງກັນປະ ເທດທີ່ເຂົ້າຮ່ວມງານວາງສະແດງສິນຄ້າປ້ອງກັນຊາດສາກົນຫວຽດນາມ ປະຈຳປີ 2024.

Dec 20, 2024

ວັນທີ 19 ທັນວາ 2024. ທີ່ສຳນັກງານກະຊວງປ້ອງກັນປະເທດຫວຽດນາມ, ສະຫາຍ ພົນເອກ ຟານວັນຢາງ ກຳມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສສ. ຫວຽດນາມ ໄດ້ຕ້ອນຮັບບັນດາລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ການນຳປ້ອງກັນຊາດປະເທດຕ່າງໆ. ໃນໂອກາດທີ່ເດີນທາງເຂົ້າຮ່ວມງານວາງສະແດງສີນຄ້າປ້ອງກັນຊາດສາກົນຫວຽດນາມ ປະຈຳປີ 2024.
ສະຫາຍ ພົນເອກ ຟານວັນຢາງ ໄດ້ກ່າວວ່າ: ການເຂົ້າຮ່ວມຂອງບັນດາການນຳກະຊວງປ້ອງກັນປະເທດ, ການເຂົ້າຮ່ວມຂອງບໍລິສັດ, ລັດວິສາຫະກິດ ແລະ ບັນດາສະຖາບັນອຸດສາຫະກຳປ້ອງກັນຊາດຂອງປະເທດຕ່າງໆໃນທົ່ວໂລກ ເປັນສິ່ງທີ່ມີຄຸນ ຄ່າຄວາມໝາຍສຳຄັນຫຼາຍ ຊື່ງກຳນົດເຖີງຜົນສຳເລັດໃນການຈັດງານວາງສະແດງສີນຄ້າປ້ອງກັນຊາດສາກົນ ປະຈຳປີ 2024 ທີ່ ສສ.ຫວຽດນາມ ໄດ້ເປັນເຈົ້າພາບຈັດຂື້ນໃນຄັ້ງນີ້.
ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກຳມະການສູນກາງພັກ ລັດຖະມົນຕີກະ ຊວງປ້ອງກັນປະເທດແຫ່ງ ສປປ ລາວ ໄດ້ມີຄຳເຫັນວ່າ: ງານວາງສະແດງສີນຄ້າປ້ອງກັນຊາດສາກົນ ປະຈຳປີ 2024 ທີ່ຈັດຂື້ນຢູ່ ສສ.ຫວຽດນາມ ໃນຄັ້ງນີ້. ສຸດທີ່ມີຄວາມໝາຍຄວາມສຳຄັນ ເພາະຈັດຂື້ນໃນທ່າມກາງບັນຍາກາດທີ່ທົ່ວພັກ-ລັດກໍ່ຄືກອງທັບປະຊາຊົນຫວຽດນາມ ພວມສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມຄົບຮອບ 80 ປີ ແລະ ວັນບຸນປ້ອງກັນຊາດທົ່ວປວງຊົນຫວຽດນາມຄົບຮອບ 35 ປີ.
ງານວາງສະແດງສີນຄ້າອຸດສາຫະກຳປ້ອງກັນຊາດສາກົນ ໃນຄັ້ງນີ້ ໄດ້ສ້າງປະໂຫຍດຢ່າງໃຫຍ່ຫຼວງໃຫ້ແກ່ກອງທັບຂອງບັນດາປະເທດໃນພາກພື້ນ ແລະ ທົ່ວ ໂລກ. ເພື່ອສຶກສາ, ຮຽນຮູ້ວິທະຍາສາດ, ເຕັກໂນໂລຊີ, ເຕັກນິກການທະຫານທີ່ທັນສະໄໝ ເພື່ອໝູນໃຊ້ເຂົ້າໃນການພັດທະນາກອງທັບຂອງແຕ່ລະປະເທດ ໃຫ້ມີຄວາມເຂັ້ມແຂງຂື້ນ, ຮ່ວມກັນປົກປັກຮັກສາສັນຕິພາບ ແລະ ຄວາມໝັ້ນຄົງຂອງໂລກ ແລະ ພາກພື້ນ. ພ້ອມກັນນັ້ນຍັງເປີດໂອກາດໃຫ້ນັກວິທະຍາສາດ, ນັກຜະລິດອຸດສາຫະກຳປ້ອງກັນຊາດ ໄດ້ແລກປ່ຽນຮຽນຮູ້ປະສົບການ, ປືກສາຫາຫລືພົວພັນຮ່ວມມື, ສ້າງຄວາມເຂົ້າອົກເຂົ້າໃຈເຊີ່ງກັນ ແລະ ກັນ. ສືບຕໍ່ພັດທະນາເຕັກໂນໂລຊີ-ອຸດສາຫະກຳປ້ອງກັນຊາດໃຫ້ທັນສະໄໝຂື້ນຢ່າງບໍ່ຢຸດຢັ້ງ, ຈັບມືກັນກ້າວຂື້ນເພື່ອສັນຕິພາບ, ມິດຕະພາບ ແລະ ຄວາມໝັ້ນຄົງ.
ໂອກາດນີ້ ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສສ.ຫວຽດນາມ ຍັງໄດ້ເນັ້ນຫນັກວ່າ ຫວຽດນາມ ຈະຍຶດຫມັ້ນກັບນະໂຍບາຍການຕ່າງປະເທດ ເລື່ອງສັນຕິສຸກ, ມິດຕະພາບ, ການຮ່ວມມື, ການພັດທະນາ ແລະ ການ ສ້າງລະບົບການປ້ອງກັນປະເທດຊາດທີ່ເຂັ້ມແຂງພໍ ເພື່ອປົກປ້ອງຄວາມເປັນອິດສະລະພາບ, ສິດທິສູງສຸດໃນການປົກຄອງ, ຄວາມຊື່ສັດຂອງເຂດແດນ, ຜົນປະໂຫຍດຂອງປະເທດຊາດ ແລະ ໃນເວລາດຽວກັນກໍປະຕິບັດຫນ້າທີ່ຮັບຜິດຊອບ ແລະ ພັນທະສາກົນທີ່ສູງທີ່ສຸດ.
ຂ່າວ-ພາບ:ທອງມາ