ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລັດຖະມົນຕີກະຊວງປ້ອງກັນປະເທດ​ ແລະ​ ເຈົ້າແຂວງຈໍາປາສັກ​ ຢ້ຽມຢາມກົມກອງທີ່ຂຶ້ນກັບ​ທະຫານແຂວງຈໍາປາສັກ

Jan 26, 2025

ໃນວັນທີ​ 25​ ມັງກອນ​ 2025​ ນີ້,​ ສະຫາຍ​ ພົນໂທ​ ຄໍາລຽງ​ ອ​ຸ​ທະ​ໄກສອນ​ ກຳມະ ການສູນກາງພັກ,​ ລັດຖະມົນຕີກະຊວງປ້ອງກັນປະເທດ​ ແລະ​ ສະຫາຍ​ ອາລຸນໄຊ ສູນນະລາດ, ເຈົ້າແຂວງ, ປະທານຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ​ ແຂວງ​ຈໍາປາສັກ​ ພ້ອມດ້ວຍ​ ຄະນະນໍາກອງບັນຊາການທະຫານແຂວງ, ກອງພົນທີ 5 ແລະ​ ພາກສ່ວນຕ່າງໆ​ ໄດ້ເຄື່ອນໄຫວຢ້ຽມຢາມ​ ບັນດາກົມກອງ​ທີ່ຂຶ້ນກັບ​ກອງບັນ ຊາການທະຫານແຂວງຈໍາປາສັກ​ ໃນນັ້ນ, ຈຸດກອງພັນທີ 20 ມີກອງຮ້ອຍທະຫານຊາຍແດນ​ 525​ ແລະ​ ກອງບັນຊາການທະຫານເມືອງມຸນລະປາໂມ​ກ​ ເຂົ້າຮ່ວມ, ຈຸດກອງພັນທີ​ 24​ ມີກອງຮ້ອຍທະຫານຊາຍແດນ 528, ກອງຮ້ອຍທະຫານຊາຍແດນ 520 ເຂົ້າຮ່ວມ​ ແລະ​ ຈຸດກອງພັນທີ​ 28 ມີກອງຮ້ອຍທະຫານຊາຍແດນ 529​ ເຂົ້າ ຮ່ວມ.​ ພ້ອມກັນນັ້ນ,​ ຍັງໄດ້ເຄື່ອນໄຫວຢ້ຽມຢາມບັນດາປ້ອມຕ່າງໆ ຂອບເຂດຊາຍ ແດນ ຕື່ມອີກ.
ສະຫາຍ​ ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ມີຄໍາເຫັນວ່າ​: ການເຄື່ອນໄຫວຢ້ຽມຢາມໃນຄັ້ງນີ້ ແມ່ນນອນຢູ່ໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ​ປະຊາ ຊົນລາວ​ ຄົບຮອບ​ 76​ ປີ,​​ ສະແດງໃຫ້ເຫັນເຖິງຄວາມເປັນຫ່ວງເປັນໃຍ ຂອງການນໍາກະຊວງປ້ອງກັນປະເທດ​ ກໍຄື​ ການນໍາຂອງແຂວງຈໍາປາສັກ ​ທີ່ມີຕໍ່ພະນັກງານ-ນັກ ຮົບ​ກອງທັບ​ປະຊາຊົນລາວ​ ໂດຍສະເພາະ​ກຳລັງປະກອບອາວຸດທ້ອງຖິ່ນ​ ແຂວງຈໍາປາ ສັກ,​ ເປັນການຊຸກຍູ້ ແລະ​ ໃຫ້ກໍາລັງໃຈພະນັກງານ-ນັກຮົບ​ ທີ່ພວມປະຕິບັດໜ້າທີ່ຢູ່ເຂດຫາງໄກ​ ເພື່ອປົກປັກຮັກສາອະທິປະໄຕຂອງຊາດໄວ້ໃຫ້ໝັ້ນຄົງ,​ ຮັກສາຄວາມເປັນລະບຽບຮຽບຮ້ອຍຕາມບໍລິເວນຊາຍແດນ,​ ປະກອບສ່ວນເຂົ້າໃນການປ້ອງກັນຄວາມສະຫງົບ​ ເຮັດໃຫ້ສະພາບພາຍໃນແຂວງຈໍາປາສັກ ມີຄວາມສະຫງົບໂດຍພື້ນ ຖານ.​
ຖືໂອກາດນີ້,​ ສະຫາຍ​ ລັດຖະມົນຕີກະຊວງປ້ອງກັນປະເທດ​ ຍັງໄດ້ມອບວັດຖຸປັດໄຈ ເພື່ອເປັນຂອງຂວັນ​ໃຫ້ແຕ່ລະກົມກອງ​ ແລະ​ ກ່າວອວຍພອນອັນປະເສີດມາຍັງພະນັກງານ-ນັກຮົບ​ ຈົ່ງມີສຸຂະພາບເຂັ້ມແຂງ,​ ມີຄວາມຜາສຸກ ພ້ອມກັນເຮັດສໍາເລັດໜ້າທີ່ການເມືອງ​ ຕາມການຈັດຕັ້ງຂັ້ນເທິງມອບໝາຍໃຫ້​ ດ້ວຍໝາກຜົນອັນຈົບງາມ.​
ໃນໂອກາດລົງເຄື່ອນໄຫວຢ້ຽມຢາມບັນດາກົມກອງຄັ້ງນີ້,​ ເຈົ້າແຂວງ ແຂວງຈໍາປາສັກ​ ຍັງໄດ້ປຸກລະດົມວັດຖຸປັດໄຈ ຈາກບັນດາບໍລິສັດ​ ແລະ​ ພາກສ່ວນຕ່າງໆ​ ເປັນເຄື່ອງອຸປະໂພກ-ບໍລິໂພກ​ ແລະ​ ເງິນສົດຈໍານວນໜຶ່ງ ນໍາໄປມອບໃຫ້ແຕ່ລະກົມກອງ ເພື່ອປະກອບສ່ວນຊຸກຍູ້ພະນັກງານ-ນັກຮົບ​ໃຫ້​ມີກຳລັງໃຈ​ໃນ​ການປະຕິບັດ​ໜ້າທີ່​ວຽກງານ​ຂອງຕົນ​ ກໍຄື​ ໜ້າທີ່ການເມືອງຂອງແຕ່ລະກົມກອງໃຫ້ໄດ້ຮັບຜົນສໍາເລັດສູງ.​
Cr. ໜັງສືພິມປ້ອງກັນປະເທດ
อาจเป็นรูปภาพของ 7 คน, โรงพยาบาล และ ข้อความ