ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລັດຖະມົນຕີກະຊວງປ້ອງກັນປະເທດ ໂອ້ລົມພະນັກງານຫລັກແຫລ່ງທະຫານແຂວງອັດຕະປື

Jan 27, 2025

ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ ພົບປະໂອ້ລົມ ພະນັກງານຫລັກແຫລ່ງຢູ່ກອງບັນຊາການທະຫານແຂວງອັດຕະປື ໃນວັນທີ 24 ມັງກອນ 2025 ຜ່ານມາ ໂດຍມີສະຫາຍ ພັນ ເອກ ສີສົມໃຈ ມະໂນລາ ເລຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາການທະ ຫານແຂວງອັດຕະປື ພ້ອມດ້ວຍພະນັກງານຫລັກແຫລ່ງ ເຂົ້າຮ່ວມ.
ໂອກາດດັ່ງກ່າວ, ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ໄດ້ມີຄໍາເຫັນໂອ້ລົມຫຼາຍບັນຫາສໍາຄັນ, ພ້ອມທັງໄດ້ເນັ້ນໃຫ້ຄະນະພັກ- ຄະນະບັນຊາແຕ່ຂັ້ນ, ແຕ່ລະກົມກອງ ຈົ່ງພ້ອມກັນກໍາແໜ້ນສະພາບການທັງພາຍໃນ, ຕ່າງປະເທດ ແລະ ທ້ອງຖິ່ນຂອງຕົນ, ມີສະຕິລະວັງຕົວຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິຂອງສັດຕູ, ເພີ່ມທະວີວຽກ ງານສຶກສາອົບຮົມການເມືອງແນວຄິດໃຫ້ມີຄຸນນະພາບ, ເຮັດຢ່າງເປັນປົກກະຕິຕໍ່ເນື່ອງ ເພື່ອເຮັດໃຫ້ພະນັກງານ-ນັກຮົບ ມີແນວຄິດອຸ່ນອຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ, ສຸມໃສ່ເຮັດໃຫ້ສະພາບມີຄວາມສະຫງົບໜັກແໜ້ນ, ຫັນເອົາພະນັກງານລົງກໍ່ສ້າງຮາກຖານການ ເມືອງ, ຕ້ານ ແລະ ສະກັດກັ້ນ ບັນຫາປະກົດ ການຫຍໍ້ທໍ້ຕ່າງໆ ໃຫ້ທັນເວລາ.
ພ້ອມກັນນັ້ນ, ຕ້ອງເອົາໃຈໃສ່ປັບປຸງກໍ່ສ້າງກຳລັງໃຫ້ເຂັ້ມແຂງກວ່າເກົ່າ, ຫັນເອົາກົມກອງເຂົ້າສູ່ລະບຽບແບບແຜນ ແລະ ຈັດຕັ້ງປະຕິບັດ 7 ລະບອບ 18 ວຽກຂອງກອງທັບ ໃຫ້ເຂັ້ມງວດ, ສືບຕໍ່ກໍ່ສ້າງພັກ-ພະນັກງານ ຕິດພັນກັບການສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ກອງປອດໃສ, ປອດໄພ, ປອດຄະດີ ໃຫ້ມີຄຸນນະພາບ, ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ, ແຕ່ລະກົມກອງ ຕ້ອງເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກ ຕາມຫລັກການລວມສູນປະຊາທິປະໄຕ, ເປັນໝູ່ ຄະນະ, ເອົາໃຈໃສ່ແກ້ໄຂຊີວິດການເປັນຢູ່ຂອງກົມກອງ ໂດຍສຸມໃສ່ການປູກຝັງ-ລ້ຽງສັດ ຕາມທ່າແຮງບົ່ມຊ້ອນຂອງແຕ່ລະກົມກອງ ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງພະນັກງານ-ນັກຮົບ ດີຂຶ້ນເທື່ອລະກ້າວ, ເອົາໃຈໃສ່ຄຸ້ມຄອງປົກປັກຮັກສາ ແລະ ບົວລະບັດຜັດເຊັດ ພາຫະນະເຕັກນິກ, ອາວຸດ-ຍຸດໂທປະກອນ ໃຫ້ສາມາດນໍາໃຊ້ໄດ້ເປັນປົກກະຕິ, ສືບຕໍ່ພົວພັນຮ່ວມມືກັບຕ່າງປະເທດ ເພື່ອຍາດແຍ່ງເອົາບົດຮຽນ, ການຊ່ວຍເຫລືອມາພັດທະນາກົມກອງ ແລະ ສືບຕໍ່ປັບປຸງພັດທະນາກົມກອງໃຫ້ເຂັ້ມແຂງ, ໜັກແໜ້ນຍິ່ງຂຶ້ນຢ່າງບໍ່ຢຸດຢັ້ງ.
ຂ່າວ: ແສງຫລ້າ ກຸວົງສາ