ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລັດຖະມົນຕີກະຊວງປ້ອງກັນປະເທດ ຢ້ຽມຢາມ ນາຍແລະພົນ ທະຫານທີ່ເມືອງ​ມຸນ​ລະ​ປາ​ໂມກ

Jan 28, 2025

ລັດຖະມົນຕີກະຊວງປ້ອງກັນປະເທດ ຢ້ຽມຢາມ ນາຍແລະພົນ ທະຫານທີ່ເມືອງ​ມຸນ​ລະ​ປາ​ໂມກ
ວັນທີ 25 ມັງກອນນີ້, ສະຫາຍ ພົນໂທ ຄໍາລຽງ ອຸທະໄກ ສອນ ກຳມະການສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະ ເທດ, ສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລາຂາພັກແຂວງ ເຈົ້າແຂວງຈຳປາສັກ ພ້ອມຄະນະນໍາອ້ອມຂ້າງແຂວງຈໍາປາສັກ ໄດ້ເຄື່ອນໄຫວຢ້ຽມຢາມອວຍພອນ ນາຍ ແລະ ພົນທະຫານທີ່ເຮັດໜ້າທີ່ຢູ່ກົມກອງ, ຮາກຖານ ເຂດເມືອງມຸນລະປາໂມກ ແຂວງຈຳປາສັກ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ.
ການເຄື່ອນໄຫວຢ້ຽມຢາມ ແລະ ອວຍພອນ ບັນດາກົມກອງຮາກຖານໃນຄັ້ງນີ້, ສະຫາຍ ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມຄະນະ ໄດ້ຢ້ຽມຢາມ ແລະ ອວຍພອນ ກອງບັນຊາການທະຫານເມືອງມຸນລະປາໂມກ, ກອງພັນ 20, ກອງພັນ 24, ກອງ ພັນ 28, ກອງຮ້ອຍທະຫານຊາຍແດນ 520, 525, 528, 529, ຊຶ່ງໄດ້ຮັບການຕ້ອນຮັບ ຈາກຄະນະພັກ – ຄະນະບັນຊາ, ພ້ອມພະນັກງານ – ນັກຮົບ ໃນແຕ່ລະກົມກອງ.
ໂອກາດຢ້ຽມຢາມຢູ່ແຕ່ລະກົມກອງ ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ໄດ້ໃຫ້ການໂອ້ລົມ ຢ້ຽມຢາມຖາມຂ່າວ ເຖິງຊີວິດການເປັນຢູ່ຂອງອ້າຍ – ນ້ອງ ແລະ ການເຄື່ອນ ໄຫວຂອງແຕ່ລະກົມກອງດ້ວຍຄວາມເປັນຫວ່ງເປັນໃຍ ແລະ ຮັກແພງອັນອົບອຸ່ນ ພ້ອມທັງໄດ້ຕາງໜ້າໃຫ້ຄະນະ ກ່າວຄຳອວຍພອນໄຊອັນປະເສີດແດ່ ນາຍ ແລະ ພົນທະຫານທຸກກົມກອງ ເນື່ອງໃນໂອກາດວັນສ້າງຕັ້ງກອງ ທັບປະຊາຊົນລາວ ຄົບຮອບ 76 ປີ ຈົ່ງມີສຸຂະພາບເຂັ້ມແຂງ, ແຂງແຮງ ສືບຕໍ່ເຮັດສຳເລັດທຸກພາລະໜ້າທີ່ອັນມີກຽດສະຫງ່າ ທີ່ພັກ-ລັດ ແລະ ປະຊາຊົນລາວມອບໝາຍໃຫ້.
ນອກຈາກນີ້, ຍັງໄດ້ມອບເຄື່ອງອຸປະໂພກ – ບໍລິໂພກ ພ້ອມ ດ້ວຍເງິນສົດຈຳນວນໜື່ງ ເພື່ອເປັນຂັວນກໍາລັງໃຈໃຫ້ແຕ່ລະກົມກອງ. ສໍາລັບວັດຖຸປັດໃຈທີ່ນຳມາມອບໃນຄັ້ງນີ້, ແມ່ນໄດ້ມາຈາກການປະກອບສ່ວນຂອງບັນດາພະແນກການ, ຫ້ອງການ, ບໍລິສັດ – ຫ້າງຮ້ານຜູ້ປະກອບການ, ສະມາຄົມນັກທຸລະກິດ, ສະຖາບັນການສືກສາ, ໂຮງແຮມ, ທັງພາກລັດ – ເອກະຊົນ ອ້ອມຂ້າງແຂວງ.
Cr. ໜູລີ່ ຊາພັກດີ