ລັດຖະມົນຕີກະຊວງປ້ອງກັນປະເທດ ເຄື່ອນໄຫວຊຸກຍູ້ກວດກາວຽກງານຢູ່ໂຮງງານມິດຕະພາບ ລາວ-ຫວຽດນາມ, ວິທະຍາຄານເຕັກນິກການທະຫານ, ສາງກົນຈັກ 2 ແລະ ກອງພັນ 602

ໃນວັນທີ 12 ກຸມພາ 2025 ນີ້, ສະຫາຍ ພົນໂທ ຄໍາລຽງອຸທະໄກສອນ ກໍາມະການສູນກາງພັກ,ລັດຖະມົນຕີກະຊວງປ້ອງກັນ ປະເທດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້, ກວດກາວຽກງານ ຢູ່ໂຮງງານມິດຕະພາບ ລາວ-ຫວຽດນາມ, ວິ ທະຍາຄານເຕັກນິກການທະຫານ, ສາງກົນຈັກ 2 ແລະ ກອງພັນ 602, ມີຄະນະພັກ-ຄະນະບັນຊາ ໂຮງງານ, ວິທະຍາຄານ, ກອງ ພັນ ພ້ອມດ້ວຍພະນັກງານ-ວິຊາການ ໃຫ້ການຕ້ອນຮັບ.
ໃນການເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານຢູ່ແຕ່ລະກົມກອງໃນຄັ້ງນີ້ ໄດ້ຮັບຟັງການລາຍງານສະພາບຈຸດພິເສດ, ທີ່ ຕັ້ງ, ພາລະບົດບາດ, ໜ້າທີ່ຄວາມຮັບຜິດຊອບດ້ານວິຊາສະເພາະທີ່ກ່ຽວຂ້ອງ ເຊິ່ງແຕ່ລະກົມກອງ ໄດ້ເອົາໃຈໃສ່ປະຕິບັດ ຕາມທິດຊີ້ນໍາ ຂອງຂັ້ນເທິງ ໃນການເປັນເຈົ້າການສຶກສາອົບຮົມການເມືອງ -ນໍາພາແນວຄິດ ໃຫ້ພະນັກງານ-ນັກຮົບ ເຊື່ອມຊຶມກໍາແໜ້ນແນວທາງນະໂຍບາຍ ຂອງພັກ-ລັດ,ມະຕິ, ຄໍາສັ່ງ, ຂໍ້ກໍານົດ, ກົດລະ ບຽບຂອງກອງທັບ ຕິດແໜ້ນກັບ 4 ໜ້າທີ່ໃຫຍ່ 26 ແຜນ ງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ພ້ອມກັນປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນໜ້າທີ່ວິຊາສະເພາະເປັນຕົ້ນແມ່ນ ສຸມໃສ່ປັບປຸງກໍ່ສ້າງກົມກອງໃຫ້ມີການພັດທະນາຢ່າງຮອບດ້ານ, ຫັນເອົາການປັບປຸງປົວແປງ, ພາຫະນະເຕັກນິກ ໃຫ້ມີຄວາມທັນສະໄໝ ຄວບຄູ່ກັບການບົວລະບັດຜັດເຊັດພາຫະນະເຕັກ ນິກ, ອາວຸດຍຸດໂທປະກອນ ຢ່າງເປັນປົກກະຕິ, ຍົກສູງໃນການ ອົບຮົມ-ຫັດແອບ ການເມືອງ, ການທະຫານ, ພະລາທິການ-ເຕັກ ນິກ ເປັນປະຈໍາ ແລະ ຕໍ່ເນື່ອງ.
ໂອກາດດັ່ງກ່າວນີ້, ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍແຕ່ລະກົມກອງທີ່ໄດ້ສ້າງຜົນງານພົ້ນເດັ່ນຫຼາຍດ້ານໃນການປັບປຸງພັດທະນາກົມກອງໃນໄລຍະຜ່ານມາ ພ້ອມທັງເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ ຕະຫຼອດຮອດພະນັກງານ-ນັກຮົບ ແຕ່ລະກົມກອງ ສືບຕໍ່ເອົາໃຈໃສ່ໃນການ ຄົ້ນຄວ້າຮ່ຳຮຽນ-ຫັດແອບວິຊາສະເພາະໃຫ້ສູງຂຶ້ນ ເພື່ອເພີ່ມລະ ດັບຄວາມຮູ້ ຄວາມສາມາດ, ເພີ່ມທະວີຄວາມເອົາໃຈໃສ່ຕໍ່ໜ້າທີ່ວຽກງານການເມືອງຂອງກົມກອງ, ປະກອບສ່ວນຢ່າງຕັ້ງໃນປັບປຸງກໍ່ສ້າງກົມກອງໃຫ້ນັບມື້ມີການພັດທະນາ ແລະ ເຕີບໃຫຍ່ເຂັ້ມແຂງຢ່າງຮອບດ້ານ ພ້ອມນັ້ນ, ກໍພ້ອມກັນປົກປັກຮັກສາວັດຖຸພາຫະນະຮັບໃຊ້ທີ່ມີຢູ່ແລ້ວໃຫ້ສາມາດຮັບປະກັນ ແລະ ໃຊ້ໄດ້ຍາວນານ.
Cr: ໜັງສືພິມກອງທັບ




