ໃນວັນທີ 21 ມີນາ 2025 ນີ້, ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກຳມະການສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນ ປະເທດ ໄດ້ຕ້ອນຮັບບັນດາເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ທີ່ຈະໄປດໍາລົງຕໍາແໜ່ງຢູ່ຕ່າງປະເທດ ໃນນີ້ ມີ: ສະຫາຍ ອໍາໄພ ກິນດາວົງ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ຍີ່ປຸ່ນ, ສະຫາຍ ຄໍາແພງ ດວງທອງລາ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ໂອຕຣິດ, ສະຫາຍ ວິລັດສອນ ວິສອນນະວົງ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສາທາລະ ນະລັດ ສິງກະໂປ ແລະ ສະຫາຍ ສິດສັງຄົມ ສີສະເກດ ເອກອັກຄະ ລັດຖະທູດ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາ ອາຊຽນ ທີ່ ຈາກາກຕາ ປະເທດ ອິນໂດເນເຊຍ.
ໂອກາດນີ້, ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ໄດ້ສະແດງຄວາມຍິນດີ ທີ່ບັນດາສະຫາຍໄດ້ຮັບການແຕ່ງຕັ້ງໃນການລົງຕໍາແໜ່ງສໍາຄັນໃນຄັ້ງນີ້, ຮຽກຮ້ອງໃຫ້ບັນດາສະຫາຍ ຈົ່ງພ້ອມກັນສືບຕໍ່ຊຸກຍູ້ຜັນຂະຫຍາຍບັນດາຂົງເຂດວຽກງານ ທີ່ໄດ້ພ້ອມກັນຈັດຕັ້ງປະຕິບັດໃນໄລຍະຜ່ານມາ ເພື່ອເຮັດໃຫ້ການພົວພັນນັບມື້ດີຂຶ້ນ, ພ້ອມທັງ ໄດ້ຍົກໃຫ້ເຫັນການຊ່ວຍເຫຼືອດ້ານຕ່າງໆ ຂອງບັນດາປະເທດທີ່ໄປປະຈໍາ ຕໍ່ ສປປ ລາວ ເພື່ອເຮັດໃຫ້ການປະ ເທດຊາດຜົນປະໂຫຍດສູງສຸດ ພ້ອມນີ້, ຍັງໄດ້ ອວຍພອນໃຫ້ປະສົບຜົນສໍາເລັດໃນການປະຕິບັດໜ້າທີ່ໃນຄັ້ງນີ້.
ສະຫາຍ ອໍາໄພ ກິນດາວົງ ໄດ້ຕາງໜ້າໃຫ້ແກ້ບັນດາສະຫາຍ ທີ່ຈະເດີນທາງໄປປະຕິບັດໜ້າທີ່ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາຢູ່ຕ່າງປະເທດ ສະແດງຄວາມຂອບໃຈ ຕໍ່ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ພ້ອມທັງໃຫ້ຄໍາຍືນຍັນວ່າ ຈະນໍາເອົາທິດຊີ້ນໍາຂອງສະຫາຍ ໄປຈັດຕັ້ງປະຕິບັດເຂົ້າໃນວຽກງານຕົວຈິງ ໃນການດໍາລົງຕໍາແໜ່ງ.
ໂດຍ: ອາຫວຸ້ນ





