ໃນວັນທີ 20 ມັງກອນ 2025 ນີ້, ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກຳມະການສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ ໄດ້ເຂົ້າອວຍພອນ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ຮອງປະທານຜູ້ປະຈຳການ ຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ຮອງນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບ ຄົບຮອບ 76 ປີ.
ໂອກາດນີ້, ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກໍໄດ້ຕາງໜ້າໃຫ້ຄະນະນຳກະຊວງປ້ອງກັນປະເທດ ກໍຄືນາຍ ແລະ ພົນທະຫານໃນທົ່ວກອງທັບປະຊາຊົນລາວ ກ່າວຄຳອວຍພອນໄຊອັນປະເສີດມາຍັງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຈົ່ງມີພະລານະໄມສົມບູນ, ມີສຸຂະພາບແຂງແຮງ, ມີຄວາມສຸກໃນຊີວິດສ່ວນຕົວ ແລະ ຄອບຄົວຂອງສະຫາຍ ແລະ ສືບຕໍ່ໃຫ້ການຊີ້ນຳ-ນຳພາກອງທັບປະຊາຊົນລາວໃຫ້ເຕີບໃຫຍ່ຂະຫຍາຍຕົວ ກາຍເປັນກອງທັບທີ່ມີແບບແຜນ ແລະ ທັນສະໄໝ.
ໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ໄດ້ກ່າວສະແດງຄວາມຂອບໃຈຕໍ່ ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ພ້ອມດ້ວຍຄະນະ ທີ່ໄດ້ມາອວຍພອນໃນຄັ້ງນີ້, ພ້ອມທັງອວຍພອນໃຫ້ ສະຫາຍລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ ຈົ່ງມີສຸຂະພາບເຂັ້ມແຂງ, ເຮັດສຳເລັດໃນໜ້າທີ່ວຽກງານອັນມີກຽດ, ສືບຕໍ່ນຳພາ-ຊີ້ນຳ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງກອງທັບ ໃຫ້ເຕີບໃຫຍ່ຂະຫຍາຍຕົວກ້າວຂຶ້ນເລື້ອຍໆ.
ທີ່ມາ: Lao people’s Army News






