ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລັດຖະມົນຕີກະຊວງພາຍໃນ ຕ້ອນຮັບທູດຫວຽດນາມ ປະຈໍາ ລາວ ຄົນໃໝ່

Feb 12, 2025

ລັດຖະມົນຕີກະຊວງພາຍໃນ ຕ້ອນຮັບທູດຫວຽດນາມ ປະຈໍາ ລາວ ຄົນໃໝ່
ທ່ານ ປອ ວິໄລວົງ ບຸດດາຄໍາ ລັດຖະມົນຕີກະຊວງພາຍໃນ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານຫງວຽນ ມິງ ເຕີມ ເອກ ອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດ ນາມ ຄົນໃໝ່ ປະຈໍາ ສປປ ລາວ ພ້ອມຄະນະ ໃນວັນທີ 10 ກຸມ ພາ 2025.
ທ່ານ ປອ ວິໄລວົງ ບຸດດາຄໍາ ໄດ້ສະແດງຄວາມຍິນດີຕ້ອນ ຮັບ ແລະ ສະແດງຄວາມຊົມເຊີຍຕໍ່ທ່ານຫງວຽນ ມິງ ເຕີມ, ພ້ອມ ທັງສະແດງຄວາມຂອບໃຈ ແລະຕີລາຄາສູງຕໍ່ການພົວພັນຮ່ວມມືພາຍໃຕ້ການພົວພັນຮ່ວມມືມິດຕະພາບອັນຍິ່ງໃຫຍ່, ດ້ວຍຄວາມສາມັກຄີພິິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ, ຫວຽດນາມ-ລາວ ທີ່ມີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ- ຫວຽດນາມ ທີ່ປະທານ ໂຮ່ຈິມິນ ແລະ ປະທານ ໄກສອນ ພົມ ວິຫານ ໄດ້ກໍ່ຕັ້ງ ແລະ ໄດ້ຮັບການເພີ່ມພູນຄູນສ້າງ ຈາກບັນດາຮຸ່ນການນໍາ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ສືບຕໍ່ໄດ້ຮັບການເສີມຂະຫຍາຍເຂົ້າສູ່ລວງເລິກແລະ ມີປະສິດທິຜົນ ຈົນເຖິງປະຈຸບັນ.
ໃນໂອກາດນີ້, ທ່ານ ຫງວຽນ ມິງ ເຕີມ ໄດ້ສະແດງຄວາມຂອບ ໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງ ທ່ານ ປອ ວິໄລວົງ ບຸດດາຄໍາ ລັດຖະມົນຕີກະຊວງພາຍໃນ ພ້ອມຄະນະ ແລະ ມີຄວາມປິຕິຍິນ ດີທີ່ຖືກມອບໝາຍໃຫ້ຈັດຕັ້ງປະຕິບັດໜ້າທີ່ອັນສູງສົ່ງ ແລະ ມີກຽດສະຫງ່າ ຂອງຕົນຢູ່ ສປປ ລາວ ດວ້ຍມູນເຊື້ອມິດຕະພາບອັນດູດດື່ມ, ຄວາມສະໜິດສະໜົມ, ຄຳອວຍພອນໄຊອັນປະ ເສີດ ຖານສະຫາຍອ້າຍນ້ອງ ລາວ-ຫວຽດນາມ ມາສູ່ຄະນະພັກ, ຄະນະນຳ ແຕ່ລະຂັ້ນ. ພ້ອມດຽວກັນນີ້, ທ່ານຫງວຽນ ມິງ ເຕີມ ຍັງຍິນດີໃຫ້ການສະໜັບສະໜູນສປປ ລາວ, ກໍຄືກະຊວງພາຍໃນ ເປັນຕົ້ນການຮວ່ມມື ສອງຝ່າຍ ທາງດ້ານວຽກງານການຫັນເປັນດີຈີຕອນ, ການສົ່ງເສີມ ແລະ ພັດທະນາ ບຸກຄະລາກອນ ແລະ ວຽກງານອື່ນໆ.
Cr: ຂ່າວກະຊວງພາຍໃນ