ໃນຕອນເຊົ້າຂອງວັນທີ 19 ກັນຍາ 2024, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ສປປ ລາວ ພ້ອມຄະນະ ໄດ້ພົບປະກັບ ທ່ານ ວາດີເມຍ ຣີເຊບ ຮອງລັດຖະມົນຕີ ກະຊວງພັດທະນາເສດຖະກິດ, ສະຫະພັນລັດເຊຍ ພ້ອມຄະນະ ໃນໂອກາດທີ່ເດີນທາງມາຮ່ວມໃນກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ-ສ.ລັດເຊຍ ຄັ້ງທີ 13 ກໍຄື ກອງປະຊຸມປິ່ນອ້ອມຂອງ ກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ ຄັ້ງທີ 56 ທີ່ ສປປລາວ ເປັນເຈົ້າພາບ.
ໃນໂອກາດນີ້, ທ່ານ ວາດີເມຍ ຣີເຊບ ຮອງລັດຖະມົນຕີ ກະຊວງພັດທະນາເສດຖະກິດ, ສະຫະພັນລັດເຊຍ ໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍ ສປປ ລາວ ໃນການເປັນປະທານອາຊຽນ ໃນປີ 2024. ພ້ອມນີ້, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ສປປ ລາວ ຍັງສະແດງຄວາມຊົມເຊີຍ ແລະ ຍິນດີຕ້ອນຮັບ ທ່ານ ວາດີເມຍ ຣິເຊບ ພ້ອມດ້ວຍຄະນະ ໃນການພົບປະສອງຝ່າຍ ແລະ ເຂົ້າຮ່ວມກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ-ສ.ລັດເຊຍ ຄັ້ງທີ 13 ທີ່ ນະຄອນຫຼວງວຽງຈັນ ສປປ ລາວ.
ພ້ອມນີ້, ທັງສອງຝ່າຍໄດ້ມີການທົບທວນຄືນຜົນຂອງການຮ່ວມມື ທາງດ້ານເສດຖະກິດຂອງສອງປະເທດ ໃນໄລຍະຜ່ານມາ ແລະ ມີການປຶກສາຫາລືກັນບາງບັນຫາ ໃນການສືບຕໍ່ຮ່ວມມືກັນ ໃນຕໍ່ໜ້າ, ການພົວພັນດ້ານການຄ້າ ລະຫວ່າງ ສປປ ລາວ ແລະ ສ.ຣັດເຊຍ ໃນໄລຍະຜ່ານມາ ແມ່ນຈັດຕັ້ງປະຕິບັດຕາມສິທິພິເສດດ້ານການຄ້າແບບທົ່ວໄປ GSP (Generalized System of Preferences), ເຊິ່ງໃນປີ 2023 ມູນຄ່າການຄ້າລະຫວ່າງ ສປປ ລາວ ແລະ ສ.ຣັດເຊຍ ສາມາດປະຕິບັດໄດ້ 3,9 ລ້ານໂດລາສະຫະລັດ. ໃນນັ້ນ, ມູນຄ່າການນໍາເຂົ້້າ ປະຕິບັດໄດ້ 3,7 ລ້ານໂດລາສະຫະລັດ ແລະ ສ່ວນມູນຄ່າການສົ່ງອອກ ປະຕິບັດໄດ້ 0,2 ລ້ານໂດລາສະຫະລັດ; ສິນຄ້າຫຼັກທີ່ ສປປ ລາວ ນໍາເຂົ້້າຈາກ ສ.ຣັດເຊຍ ໃນປີ 2024 ມີພາຫະນະທາງບົກ, ສາຍໄຟ, ນ້ຳມຶກພິມພັນທະບັດ, ອຸປະກອນກົນຈັກ, ອາໄຫຼ່ລົດ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ ແລະ ອື່ນໆ, ສິນຄ້າຫຼັກທີ່ ສປປ ລາວ ສົ່ງອອກໄປ ສ.ຣັັດເຊຍ ໃນປີ 2024 ມີກາເຟສໍາເລັດຮູບ, ໄມ້ແປຮູບ, ເກີບ, ໄມ້ອັດ ແລະ ອື່ນໆ.






