ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍຄະນະເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຫົວພັນ

Aug 8, 2025

ວັນທີ 7 ສິງຫາ 2025 ນີ້ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍຄະນະເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຫົວພັນ,ໂດຍໄດ້ຮັບການຕ້ອນຮັບ ຈາກ ທ່ານ ຮຸ່ງອາລຸນ ບຸນທະເມືອງ ກໍາມະການພັກແຂວງ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງພ້ອມດ້ວຍຄະນະ ແລະ ພະນັກງານລັດຖະກອນດ້ວຍຄວາມອົບອຸ່ນຢູ່ທີ່ພະແນກ ຍທຂ ແລະ ທ່ານຍັງໄດ້ລາຍງານຫຍໍ້ ກ່ຽວກັບການຈັດຕັ້ງປະຕິບັດວຽກງານໂຍທາທິການ ແລະ ຂົນສົ່ງພາຍໃນແຂວງຫົວພັນໃນໄລຍະຜ່ານມາ ໂດຍສະເພາະແມ່ນຜົນກະທົບຈາກໄພພິບັດໃຫ້ຄະນະໄດ້ຮັບຊາບ, ຈາກນັ້ນທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ບັນດາຜົນງານທີ່ຈັດຕັ້ງປະຕິບັດໄດ້ໃນໄລຍະຜ່ານມາ ແລະ ທ່ານໄດ້ເນັ້ກໜັກໃຫ້ພະນັກງານລັດຖະກອນໃຫ້ຜູ້ທີ່ເຮັດວຽກງານໂທທາທິການ ແລະ ຂົນສົ່ງພາຍໃນແຂວງຫົວພັນຈົ່ງພ້ອມກັນສືບຕໍ່ສຸມໃສ່ຈັດຕັ້ງປະຕິບັດບັນດາໜ້າວຽກທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນໃຫ້ມີຜົນສໍາເລັດ, ສືບຕໍ່ຕິດຕາມແກ້ໄຂວຽກງານສຸກເສີນເປັນຕົ້ນແມ່ນ ລະບົບເສັ້ນທາງຫຼວງແຫ່ງຊາດ, ເສັ້ນທາງຫຼວງທ້ອງຖິ່ນ, ລະບົບນໍ້າປະປາ ທີ່ຖືກຜົນກະທົບຈາກໄພພິບັດທີ່ເກີດຂຶ້ນຈາກພາຍຸວິພາໃນທ້າຍເດືອນກໍລະກົດຜ່ານມາ, ສືບຕໍ່ປຸກລະດົມ ຍາດແຍ່ງທຶນຮອນ ເພື່ອນໍາມາປັບປຸງ ຟື້ນຟູ ບູລະນະບັນດາເສັ້ນທາງຫຼວງແຫ່ງຊາດ, ເສັ້ນທາງຫຼວງທ້ອງຖິ່ນໃຫ້ສາມາດແລ່ນໄດ້ສອງລະດູ, ສຸມໃສ່ຈັດຈັ້ງປະຕິບັດວຽກງານສາມສ້າງໃຫ້ບັນລຸຕາມລະດັບຄາມໜາມທີ່ວາງໄວ້.
May be an image of 7 people May be an image of 14 people
ໃນໂອກາດທີ່ທ່ານເດີນທາງມາຢ້ຽມຢາມແຂວງຫົວພັນໃນຄັ້ງນີ້ ທ່ານພ້ອມດ້ວຍຄະນະຍັງໄດ້ລົງຕິດຕາມ, ກວດກາເບິ່ງບັນດາເສັ້ນທາງຫຼວງແຫ່ງຊາດ, ເສັ້ນທາງຫຼວງທ້ອງຖິ່ນທີ່ເປ່ເຟ່ເສຍຫາຍຍ້ອນຖືກຜົນກະທົບຈາກໄພພິບັດໃນໄລຍະຜ່ານມາ ໂດຍສະເພາະແມ່ນເສັ້ນທາງຊໍາເໜືອ-ພູເລົ້າ, ລົງຕິດຕາມກວດກາ ເບິ່ງສະໜາມບິນ ໜອງຄ້າງ ເພື່ອຂະຫຍາຍ, ປັບປຸງ ເຮັດໃຫ້ການຂົນສົ່ງທາງອາກາດມີທ່າກ້າວດີຂຶ້ນກວ່າເກົ່າ, ໂອກາດນີ້ຍັງໄດ້ມອບເງິນສົດຈໍານວນໜຶ່ງໃຫ້ພະນກ ຍທຂ ເພື່ອນໍາໃຊ້ເຂົ້າໃນການເຄື່ອນໄຫວວຽກງານ ຍທຂ ໃຫ້ມີຄວາມສະດວກກວ່າເກົ່າ.
May be an image of 9 people May be an image of 8 people