ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະໄດ້ລົງຕິດຕາມສະພາບເສັ້ນທາງຫຼວງແຫ່ງຊາດ ເລກທີ 13 ເໜືອ.

Jul 26, 2025

ໃນວັນທີ 26 ກໍລະກົດນີ້, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ພ້ອມຄະນະໄດ້ລົງຕິດຕາມສະພາບເສັ້ນທາງຫຼວງແຫ່ງຊາດ ເລກທີ 13 ເໜືອ
ທ່ານ ຄຳມອນ ສີສອນສັກ ຫົວໜ້າພະແນກ ຍທຂ ແຂວງວຽງຈັນ ກ່າວວ່າ: ສະເພາະເສັ້ນທາງແຕ່ຈຸດເມືອງກາສີ ຫາ ພູຄູນ ໄລຍະທາງ 34 ກິໂລແມັດ, ມີບ່າທາງເຈື່ອນ 8 ຈຸດ, ດິນເຈື່ອນຖົມທາງ 54 ຈຸດ ມາເຖິງປັດຈຸບັນໄດ້ຮັບການສ້ອມແປງເບື້ອງຕົ້ນເພື່ອໃຫ້ສາມາດສັນຈອນໄດ້, ຕໍ່ກັບສະພາບການດັ່ງກ່າວ ທ່ານ ເຫຼັກໄຫຼ ສີວິໄລ ໄດ້ຊີ້ນໍາໃຫ້ພະແນກ ຍທຂ ແຂວງ ແລະ ຫ້ອງການ ຍທຂ ເມືອງ ແລະ ບໍລິສັດທີ່ຮັບຜິດຊອບເພີ່ມທະວີຄວາມເອົາໃຈໃສ່ເຝົ້າລະວັງ ເພື່ອແກ້ໄຂບັນຫາເສັ້ນທາງເປ່ເພທີ່ເກີດໃນໄລຍະລະດູຝົນ.
ທ່ານ ບຸນໂຮມ ລັດຕະນະວົງ ຮອງຜູ້ອຳນວຍການບຸນໂຮມກໍ່ສ້າງເຄຫາຂົວທາງ ແລະ ຊົນລະປະທານຈຳກັດຜູ້ດຽວ ໄດ້ໃຫ້ຮູ້ວ່າ: ບໍລິສັດໄດ້ຈັດຕັ້ງທີມງານ ແລະ ກຽມຄວາມພ້ອມດ້ານເຄື່ອງກົນຈັກ ເພື່ອຕິດຕາມເຝົ້າລະວັງ ແລະ ແກ້ໄຂບັນຫາດິນເຈື່ອນທັບທາງໃຫ້ເພື່ອເປີດທາງໃຫ້ພາຫະນະສາມາດສັນຈອນໄດ້.
No photo description available. May be an image of 5 people
May be an image of 9 people May be an image of 13 people