ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລັດຖະມົນຕີກະຊວງ ກປ ຕ້ອນຮັບການເຂົ້າຢ້ຽມຢາມຂໍ່ານັບຂອງຫົວໜ້າຫ້ອງການທະນາຄານພັດທະນາຊີ

Oct 10, 2024

ໃນວັນ 8 ຕຸລາ 2024 ທີ່ ກະຊວງ​ກະສິກຳ ແລະປ່າໄມ້ (ກປ), ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຕ້ອນຮັບ ການເຂົ້າຢ້ຽມຢາມຂໍ່ານັບຂອງ ຂອງ ທ່ານ ນາງ ໂຊໂມມິ ທະນະກະ ຫົວໜ້າຫ້ອງການ ທະນາຄານ ພັດທະນາອາຊີ ຫຼື ADB ປະຈໍາ ສປປ ລາວ ພ້ອມຄະນະ.
ໂອກາດນີ້ ທ່ານລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການເຂົ້າຢ້ຽມຂໍ່ານັບໃນໂອກາດສຳເລັດການປະຕິບັດໜ້າວຽກຂອງທ່ານຫົວໜ້າຫ້ອງ ການທະນາຄານພັດທະນາອາຊີ ໃນຄັ້ງນີ້, ຊຶ່ງທ່ານລັດຖະມົນຕີໄດ້ສະແດງຄວາມຂອບໃຈຢ່າງສູງໃນຜົນງານການຮ່ວມມືກັນໃນໄລຍະຜ່ານມາທີ່ທາງທະນາຄານພັດທະນາອາຊີໄດ້ການໃຫ້ທຶນຊ່ວຍ ເຫຼືອໃຫ້ແກ່ຂະແໜງການກະສິກໍາ ແລະ ປ່າໄມ້, ເຊື່ອໝັ້ນວ່າການພົວພັນຮ່ວມມືນຳຈະໄດ້ຮັບການເສີມຂະຫຍາຍ ແລະ ຊຸກຍູ້ ໃນຂົງເຂດວຽກງານຂະແໜງການກະສິກໍາ ແລະ ປ່າໄມ້ ໃຫ້ດີຂຶ້ນເປັນກ້າວໆ.
ໃນການຢ້ຽມຢາມພົບປະໃນຄັ້ງນີ້ ທັງສອງຝ່າຍໄດ້ທົບທວນຄືນ ກ່ຽວກັບການຮ່ວມມືສອງຝ່າຍໃນໄລຍະຜ່ານມາ ໂດຍສະເພາະ ການຜັນຂະຫຍາຍຍຸດທະສາດການຮ່ວມມືຂອງ ການຈັດຕັ້ງຜັນຂະຫຍາຍການຮ່ວມມືຮອບດ້ານ ແລະ ວຽກຈຸດສຸມການພັດທະນາ ທີ່ຕິດພັນກັບຂະແໜງການກະສິກໍາ ແລະ ປ່າໄມ້ ທີ່ທັງສອງຝ່າຍຈະຈັດຕັ້ງປະຕິບັດໃນຫຼາຍໂຄງການຮ່ວມມືໂດຍມີເປົ້າໝາຍ ເພື່ອຍົກລະດັບການຜະລິດເປັນສິນຄ້າ ຂອງ ສປປ ລາວ.
ໃນຕອນທ້າຍທ່ານຫົວໜ້າຫ້ອງການທະນາຄານພັດທະນາອາຊີ ໄດ້ກ່າວຄໍາຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄມຕີ ຈິດມິດຕະພາບ ຂອງທ່ານລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ແລະ ເຊື່ອໝັ້ນວ່າການພົວພັນຮ່ວມມື ຈະໄດ້ຮັບການເສີມຂະຫຍາຍພ້ອມທັງໃຫ້ຄໍາໝັ້ນວ່າ ພ້ອມຈະໃຫ້ການຮ່ວມມື ແລະ ຊຸກຍູ້ ໃນຂົງເຂດວຽກງານຂະແໜງການກະສິກໍາ ແລະ ປ່າໄມ້ ພ້ອມທັງກ່າວອຳລາ ທ່ານລັດຖະມົນຕີເພື່ອໄປປະຕິບັດໜ້າທີ່ປະຈໍາຢູ່ ປະເທດ ເນປານ ໃນວະລາຕໍ່ໄປກັບການປະຕິບັດໜ້າທີ່.