ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ລັດຖະມົນຕີກະຊວງ ຖວທ ຕ້ອນຮັບທູດ ມຽນມາ ຄົນໃໝ່
ໃນວັນທີ 18 ມີນາ 2024 ນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ອອງ ໂກ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ສະຫະພາບ ມຽນມາ ໃນໂອ ກາດມາດຳລົງຕຳ ແໜ່ງເປັນ ທູດຄົນໃໝ່ ປະຈຳ ສປປ ລາວ.
ໂອກາດນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ຕໍ່ທ່ານ ອອງ ໂກ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງ ເປັນເອກອັກຄະລັດຖະທູດ ຄົນໃໝ່ ປະຈຳ ສປປ ລາວ, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ດ້ວຍປະສົບການທາງດ້ານການທູດ ແລະ ບົດຮຽນ, ຄວາມຮູ້ຄວາມສາມາດ ທີ່ອຸດົມສົມບູນຂອງທ່ານທູດ ຈະເປັນຂົວຕໍ່ເຮັດ ໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ລາວ- ມຽນມາ ໂດຍສະເພາະວຽກງານຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ສືບຕໍ່ໄດ້ຮັບການເສີມຂະຫຍາຍເຂົ້າສູ່ລວງເລິກ ແລະ ມີປະສິດທິພາບ, ປະສິດທິຜົນສູງ ໃນອະນາຄົດ.
ທ່ານ ອອງ ໂກ ກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານນາງ ສວນສະຫວັນ ວິຍະເກດ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ໃນຄັ້ງນີ້, ພ້ອມທັງ ຢືນຢັນວ່າ ຈະສຸມທຸກເຫື່ອແຮງ, ສະຕິປັນຍາ ເຂົ້າການ ປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ກໍຄື ຊຸກຍູ້ສົ່ງເສີມການພົວພັນຮ່ວມມື ລະຫວ່າງ ມຽນມາ-ລາວ ໃຫ້ນັບມື້ໄດ້ຮັບການເສີມຂະຫຍາຍຂຶ້ນສູ່ບາດກ້າວໃໝ່ ໃນອະນາຄົດ. ທັງນີ້, ກໍເພື່ອນໍາເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນຂອງທັງ ສອງປະເທດ ມຽນມາ-ລາວ, ລາວ-ມຽນມາ.
ຂ່າວ: ວຽງສະຫວັນ
ພາບ: ຂັນໄຊ