ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລັດຖະມົນຕີກະຊວງ ຖວທ ຕ້ອນຮັບຜູ້ຕາງໜ້າອົງການອະນາໄມໂລກ ປະຈໍາ ລາວ ຄົນໃໝ່

Aug 2, 2024

ໃນວັນທີ 2 ສິງຫາ 2024 ທີ່ນະຄອນຫລວງວຽງຈັນ, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ໄດ້ຕ້ອນຮັບ ທ່ານ ທີໂມຕີ ອາມສຣອງ (Timothy Armstrong) ຜູ້ຕາງໜ້າອົງການອະນາໄມໂລກ ປະຈໍາ ສປປ ລາວ ຄົນໃໝ່ ໃນໂອກາດຖືກແຕ່ງຕັ້ງມາປະຈໍາຢູ່ ສປປ ລາວ.
ໂອກາດນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ທ່ານ ທີໂມຕີ ອາມສຣອງ ທີ່ໄດ້ຖືກແຕ່ງຕັ້ງເປັນຜູ້ຕາງໜ້າອົງການອະນາໄມໂລກ ປະຈໍາ ສປປ ລາວ ຄົນໃໝ່, ພ້ອມທັງອວຍພອນໃຫ້ທ່ານ ທີໂມຕີ ອາມສຣອງ ຈົ່ງປະສົບຜົນສຳເລັດ ໃນການປະຕິບັດໜ້າທີ່ຢູ່ ສປປ ລາວ ຊຶ່ງຈະເປັນການສືບຕໍ່ເສີມສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ລາວ ແລະ ອົງການອະນາໄມໂລກ ທີ່ເຄີຍມີມາແລ້ວນັ້ນ ໃຫ້ນັບມື້ຂະຫຍາຍຕົວກ້າວສູ່ລວງເລິກ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ ໂດຍສະເພາະ ດ້ານການຮ່ວມມື ໃນຂົງເຂດຖະແຫລງຂ່າວ ແລະ ທ່ອງທ່ຽວ ໃຫ້ນັບມື້ມີການຂະຫຍາຍຕົວຍິ່ງໆຂຶ້ນ.
ພ້ອມກັນນີ້, ທ່ານ ທີໂມຕີ ອາມສຣອງ ກໍໄດ້ສະແດງຄວາມຂອບໃຈເປັນຢ່າງສູງ ຕໍ່ທ່ານ ລັດຖະມົນຕີ ຖວທ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ແລະ ໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ສຸມທຸກຄວາມພະຍາຍາມ ເພື່ອປະກອບສ່ວນເຂົ້າໃນການຮັດແໜ້ນສາຍພົວພັນທີ່ດີ ລະຫວ່າງ ສປປ ລາວ ແລະ ອົງການອະນາໄມໂລກ ທີ່ມີມາແລ້ວນັ້ນໃຫ້ເຕີບໃຫຍ່ຂຶ້ນເລື້ອຍໆ.
ຂ່າວ: ສົມຫວັງ, ພາບ: ອ່າຍຄໍາ