ລັດຖະມົນຕີກະຊວງ ຖວທ ພົບປະກັບເລຂາທິການໃຫຍ່ອາຊຽນ
ວັນທີ 24 ມັງກອນ 2024 ນີ້ ທີ່ນະຄອນຫລວງວຽງຈັນ, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ພົບປະກັບ ທ່ານ ກາວ ກິມ ຮວນ ເລຂາທິການໃຫຍ່ອາຊຽນໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີ ທ່ອງທ່ຽວ ອາຊຽນ ແລະ ງານວາງສະແດງທ່ອງທ່ຽວ ອາຊຽນ ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ.

ໃນໂອກາດນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ລາຍງານໃຫ້ທ່ານເລຂາທິການໃຫຍ່ອາຊຽນ ຮັບຮູ້ກ່ຽວກັບຄວາມພ້ອມ ແລະ ຜົນສຳເລັດ ດ້ານຕ່າງໆໃນການເປັນເຈົ້າພາບ ຈັດກອງປະຊຸມລັດຖະມົນຕີ ທ່ອງທ່ຽວ ອາຊຽນ ແລະ ງານວາງສະ ແດງທ່ອງທ່ຽວອາຊຽນ, ພ້ອມທັງ ລາຍງານໃຫ້ຮູ້ກ່ຽວກັບແຜນບູລິມະສິດຂອງເສົາຄໍ້າວັດ ທະນະທຳ-ສັງຄົມອາຊຽນ ສຳລັບ ປີ 2024 ເຊິ່ງມີຫລາຍດ້ານ ທີ່ຈະຕ້ອງໄດ້ສືບຕໍ່ຈັດຕັ້ງປະຕິບັດ ເປັນຕົ້ນ ດ້ານວັດທະນະທຳ ຈະສົ່ງເສີມບົດບາດວັດທະນະທຳ ແລະ ສິລະປະໃນອາຊຽນ ໃຫ້ກວມລວມ ແລະ ຍືນຍົງ; ດ້ານສິ່ງແວດລ້ອມ ສ້າງຄວາມທົນທານຕໍ່ການປ່ຽນແປງດິນຟ້າ ອາກາດ; ດ້ານແມ່ຍິງ ແລະ ເດັກນ້ອຍ ຈະສົ່ງເສີມບົດບາດແມ່ຍິງ ແລະ ເດັກນ້ອຍ ເພື່ອນຳໄປສູ່ການປ່ຽນແປງພຶດຕິກຳໃນອາຊຽນ; ດ້ານສາທາລະນະສຸກ ຈະຫັນປ່ຽນການພັດທະນາສາທາລະນະ ສຸກອາຊຽນໃຫ້ເຂັ້ມແຂງ ໃນສະພາບການໃໝ່.
ສໍາລັບການຮ່ວມມືໃນຕໍ່ໜ້າ, ທ່ານນາງ ສວນສະຫວັນ ວິຍະເກດ ສະເໜີໃຫ້ກອງເລຂາອາຊຽນ ຊ່ວຍແນະນໍາຕື່ມໃນການກະ ກຽມວຽກງານຕ່າງໆ ເປັນຕົ້ນ ດ້ານເນື້ອໃນ, ການປະສານງານ, ພິທີການຕ່າງໆ ເພື່ອໃຫ້ປະສົບຜົນສຳເລັດຕາມລະດັບຄາດ ໝາຍ. ພ້ອມທັງ ສະແດງຄວາມຫວັງວ່າການປຶກສາຫາລືລະ ຫວ່າງ ທີມງານເຈົ້າໜ້າທີ່ອາວຸໂສວັດທະນະທຳ-ສັງຄົມອາຊຽນລາວ, ກອງເລຂາອາຊຽນ, ບັນດາຂະແໜງການໃນເສົາຄໍ້າວັດ ທະນະທຳ-ສັງຄົມອາຊຽນ ລາວຈະໄດ້ຮັບໝາກຜົນອັນຈົບງາມ ໂດຍການສະໜັບສະໜູນ ແລະ ຊ່ວຍເຫລືອຈາກກອງເລຂາອາຊຽນ ເພາະໃນຕໍ່ຫນ້າ, ກະຊວງ ຖວທ ຍັງຈະໄດ້ເປັນເຈົ້າພາບ ແລະ ປະທານກອງປະຊຸມລັດຖະມົນຕີສະພາປະຊາຄົມວັດທະນະ ທຳ-ສັງຄົມອາຊຽນ ຈຳນວນ 2 ຄັ້ງຄື: ຄັ້ງທີ 31 ແລະ 32, ນອກນັ້ນຍັງມີບັນດາກອງປະຊຸມປິ່ນອ້ອມຕ່າງໆ ພາຍໃຕ້ເສົ້າຄໍ້າ ປະຊາຄົມວັດທະນະທຳ-ສັງຄົມ ອາຊຽນ ເຊິ່ງ ຄັ້ງທີ 31 ແລະ ກອງປະຊຸມປິ່ນອ້ອມ ຄາດວ່າຈະຈັດຂຶ້ນໃນວັນທີ 25-29 ມີນາ 2024 ທີ່ ແຂວງຫລວງພະບາງ. ສ່ວນຄັ້ງທີ 32 ຄາດວ່າຈະຈັດຂຶ້ນໃນວັນທີ 23-27 ກັນຍາ 2024 ທີ່ ນະຄອນຫລວງວຽງຈັນ.





