ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລັດຖະມົນຕີກະຊວງ ປກສ ຊຸກຍູ້ວຽກງານກຽມຄວາມພ້ອມ ແກ່ບັ້ນເລືອກຕັ້ງ ສສຊ ແລະ ສສຂ ຢູ່ ນວ

Feb 11, 2026

 

ທ່ານ ພົທ ວັນທອງ ກອງມະນີ ລັດຖະມົນຕີກະຊວງ ປ້ອງກັນຄວາມສະຫງົບ (ປກສ) ພ້ອມດ້ວຍຄະນະ ລົງຕິດຕາມ ແລະ ຊຸກຍູ້ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ (ປກຊ-ປກສ) ເພື່ອກຽມຄວາມພ້ອມຮັບໃຊ້ ໃຫ້ແກ່ບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V ຢູ່ນະຄອນຫລງວຽງຈັນ (ນວ) ໃນວັນທີ 10 ກຸມພາ 2026 ໂດຍມີ ທ່ານ ສີລິລາດທົງສິນ ທອງເພັງ ຮອງເຈົ້າຄອງນະຄອນຫລວງວຽງຈັນ, ມີຄະນະອະນຸກຳມະການ, ຄະນະກຳມະການເລືອກຕັ້ງລະດັບຊາດ ແລະ ຄະນະອະນຸກຳມະການຕ່າງໆເຂົ້າຮ່ວມ.
ໃນໂອກາດນີ້, ທ່ານ ສີລິລາດທົງສິນ ທອງເພັງ ໄດ້ລາຍງານການກະກຽມຄວາມພ້ອມ ໃຫ້ແກ່ການປ່ອນບັດເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ວ່າ: ສໍາລັບຢູ່ ນວ ມີຈຳນວນຜູ້ມີສິດເລືອກຕັ້ງ ທັງໝົດ 685.808 ຄົນ ຍິງ 340.980 ຄົນ, ໜ່ວຍປ່ອນບັດມີທັງໝົດ 843 ໜ່ວຍ ໃນນີ້, ມີໜ່ວຍເຄື່ອນທີ່ 8 ໜ່ວຍ ແລະ ໜ່ວຍສະເພາະກຳລັງ ປກຊ-ປກສ 59 ໜ່ວຍ, ຜູ້ມີສິດເລືອກຕັ້ງຢູ່ຕ່າງປະເທດ 23.349 ຄົນ, ມີ 41 ໜ່ວຍປ່ອນບັດ, ໄດ້ສ້າງຕັ້ງຄະນະກຳມະການເລືອກຕັ້ງຂັ້ນ ນວ ແລະ ຂັ້ນເມືອງ 9 ເມືອງ, ມີການຈັດຝຶກອົບຮົມວຽກງານ ເລືອກຕັ້ງໃຫ້ພະນັກງານຫລັກແຫລ່ງ ແລະ ລົງໂຄສະນາຫາສຽງຂອງຜູ້ສະໝັກໃນ 142 ຈຸດທົ່ວ ນວ, ດ້ານອຸປະກອນໄດ້ຈັດກຽມຫີບປ່ອນບັດ, ບັດເລືອກຕັ້ງ, ປ້າຍໂຄສະນາ ແລະ ເອກະສານຕ່າງໆຄົບຖ້ວນ ແລະ ພວມດຳເນີນການແຈກຢາຍໃຫ້ບັນດາເມືອງ ໃຫ້ສຳເລັດກ່ອນວັນທີ 15 ກຸມພາ 2026, ດ້ານການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄດ້ວາງແຜນການຮັກສາຄວາມສະຫງົບ ຢ່າງເຂັ້ມງວດໃນທຸກຈຸດປ່ອນບັດ ເພື່ອຮັບປະກັນໃຫ້ການເລືອກຕັ້ງ ດໍາເນີນໄປດ້ວຍຄວາມເປັນລະບຽບຮຽບຮ້ອຍ. ສໍາລັບພະນັກງານທີ່ໄປປະຕິບັດ ໜ້າທີ່ຢູ່ຕ່າງປະເທດ ແລະ ກຳລັງ ປກຊ-ປກສ ແມ່ນໄດ້ກຳນົດໃຫ້ມີການປ່ອນບັດລ່ວງໜ້າ ໃນວັນທີ 14 ກຸມພາ 2026. ສໍາລັບທິດທາງແຜນການຕໍ່ໜ້າ, ຄະນະກຳມະການເລືອກຕັ້ງ ຈະສືບຕໍ່ຊຸກຍູ້ການໂຄສະນາຫາສຽງ ໃຫ້ບັນລຸຕາມຄາດໝາຍ, ກວດກາຄືນຄວາມພ້ອມຂອງສະຖິຕິຜູ້ມີສິດເລືອກຕັ້ງ ແລະ ຄວາມພ້ອມຂອງໜ່ວຍປ່ອນບັດ ປະສານສົມທົບກັບຂັ້ນສູນກາງ ເພື່ອເຮັດໃຫ້ການນັບຄະແນນສຽງ ມີຄວາມຖືກຕ້ອງ ແລະ ໂປ່ງໃສ.


ໃນໂອກາດນີ້, ທ່ານ ພົທ ວັນທອງ ກອງມະນີ ໄດ້ຕາງໜ້າໃຫ້ອະນຸກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເນັ້ນໃຫ້ຄະນະພັກ-ຄະນະນໍາ ນວ ເພີ່ມທະວີຄວາມຮັບຜິດຊອບ ໃນການປົກປັກຮັກສາ ແນວທາງນະໂຍບາຍຂອງພັກ-ລັດ ແລະ ສະກັດກັ້ນທຸກກົນອຸບາຍທີ່ຫວັງມ້າງເພທຳລາຍ, ການເລືອກຕັ້ງຕ້ອງມີແບບແຜນວິທີເຮັດວຽກທີ່ທັນສະໄໝ, ມີລະບຽບວິໄນເຂັ້ມງວດ, ເສີມຂະຫຍາຍມູນເຊື້ອຮັກຊາດ ຂອງກຳລັງປະກອບອາວຸດ, ເພີ່ມທະວີການເຄື່ອນໄຫວວິຊາສະເພາະ ເພື່ອຕິດຕາມ ແລະ ເກັບກຳຂໍ້ມູນກຸ່ມຄົນບໍ່ດີ ທີ່ອາດສ້າງຄວາມບໍ່ສະຫງົບໃນທຸກຮູບແບບ, ສຸມໃສ່ການຄຸ້ມຄອງສື່ສັງຄົມອອນລາຍ, ການເຂົ້າ-ອອກເມືອງ, ການຄຸ້ມຄອງສຳມະໂນຄົວ ແລະ ແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆ ຕາມເສັ້ນທາງສັນຈອນເອົາໃຈໃສ່ຄຸ້ມຄອງ ແລະ ປ້ອງກັນເຂດຊາຍແດນຢ່າງຮັດກຸມ ເພື່ອຮັບປະກັນບໍ່ໃຫ້ມີເຫດການບໍ່ສະຫງົບ ທາງການເມືອງເກີດຂຶ້ນ, ເພີ່ມທະວີຄວາມເປັນເອກະພາບ ແລະ ການປະສານສົມທົບຢ່າງແໜ້ນແຟ້ນ ລະຫວ່າງ ກຳລັງ ປກຊ-ປກສ ກັບ ຄະນະກຳມະການເລືອກຕັ້ງທຸກຂັ້ນ ແລະ ການປ່ອນບັດລ່ວງໜ້າ ເນັ້ນໜັກໃຫ້ກວດກາຄວາມພ້ອມທັງໝົດ.


ສໍາລັບການປ່ອນບັດລ່ວງໜ້າຂອງກໍາລັງ ປກຊ-ປກສ ໃນວັນທີ 14 ກຸມພາ 2026 ນີ້ ໃຫ້ຖືກຕ້ອງຕາມຂັ້ນຕອນທີ່ກຳນົດໄວ້, ທັງໝົດນີ້ ກໍເພື່ອຮັບປະກັນໃຫ້ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ໃນຄັ້ງນີ້ ດຳເນີນໄປດ້ວຍບັນຍາກາດທີ່ສະຫງົບ-ປອດໄພ ແລະ ບັນລຸຕາມຈຸດປະສົງຄາດໝາຍທີ່ວາງໄວ້ຢ່າງຈົບງາມ.

ຂ່າວ: ແກ້ວ ອຸເພັດ