ໃນວັນທີ 12 ມິຖຸນາຜ່ານມາ ທີ່ໂຮງຮຽນ ມ.ສ ຊະນະຄາມ ແຂວງວຽງຈັນ, ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ) ພ້ອມຄະນະໄດ້ເຄື່ອນໄຫວຕິດຕາມຊຸກຍູ້ກວດກາ ການສອບເສັງຈົບຊັ້ນ ມ.4 ຢູ່ເມືອງຊະນະຄາມ ໂດຍການເປັນກຽດຕ້ອນຮັບຂອງ ທ່ານ ອ໋ອດ ແສງພິມ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ ພ້ອມດ້ວຍຄະນະນຳເມືອງ.
ການເຄື່ອນໄຫວຄັ້ງນີ້ໄດ້ຮັບຟັງການລາຍງານສະພາບວຽກງານການສຶກສາ ຢູ່ແຂວງວຽງຈັນ ໂດຍສະເພາະທົ່ວແຂວງວຽງຈັນ ມີໂຮງຮຽນຊັ້ນປະຖົມ 345 ແຫ່ງ, ການສອບເສັງຊັ້ນ ປ.5 ແລະ ມ.4 ແມ່ນມອບໃຫ້ເມືອງເປັນຜູ້ຈັດຕັ້ງປະຕິບັດໃນການສອບເສັງ, ສ່ວນຊັ້ນ ມ.7 ແມ່ນຂັ້ນແຂວງເປັນຜູ້ຈັດຕັ້ງປະຕິບັດ; ພ້ອມນີ້ຍັງໄດ້ລາຍງານສະພາບຄູອາສາຢູ່ແຂວງວຽງຈັນ ມີຈຳນວນທັງໝົດ 158 ຄົນ ໄດ້ຮັບການແກ້ໄຂດ້ານໂກຕ້າລັດຖະກອນ 12 ຄົນ ໂດຍສະເພາະແມ່ນຂົງເຂດຫ່າງໄກສອກຫຼີກທີ່ມີຄວາມຈຳເປັນ, ຄູອາສາໄດ້ຮັບເງິນອຸດໜູນຕາມຊັ້ນ, ຂັ້ນປົກກະຕິແບບຄູທົ່ວໄປ ແລະ ຍັງຈະໄດ້ສືບຕໍ່ແກ້ໄຂຄູອາສາໃນຕໍ່ໜ້າ, ສ່ວນການສອບເສັງຊັ້ນ ມ4 ໃນຄັ້ງນີ້ ແມ່ນໄດ້ເອົາໃຈໃສ່ວຽກງານຮັບປະກັນໃຫ້ໄດ້ 100% ຊຸກຍູ້ບັນດາຫ້ອງການສຶກສາທິການ ແລະ ກິລາທົ່ວເມືອງໃຫ້ຊີ້ນຳໂຮງຮຽນຕິດຕາມກວດການັກສອບເສັງເພື່ອບໍ່ໃຫ້ເກີດປະກົດການຫຍໍ້ທໍ້ຢູ່ໃນຂົງເຂດດັ່ງກ່າວ.
ໂອກາດນີ້, ທ່ານ ພຸດ ສິມມາລາວົງ ໄດ້ໃຫ້ກຽດໂອ້ລົມຕໍ່ຄະນະນໍາແຂວງ, ເມືອງ ແລະ ຄະນະອໍານວການໂຮງຮຽນວ່າ ການພັດທະນາຊັບພະຍາກອນມະນຸດ ແມ່ນປັດໃຈສຳຄັນກ່ວາໝູ່ ເພື່ອສ້າງຄົນໃຫ້ມີຄວາມຮູ້, ຄວາມສາມາດມີຄຸນສົມບັດສິນທຳປະຕິວັດ ມີຫົວຄິດປະດິດສ້າງ ພ້ອມນີ້ການພັດທະນາແບບຍືນຍົງຕ້ອງພັດທະນາເສດຖະກິດສັງ-ຄົມ, ຄວາມໝັ້ນຄົງທາງດ້ານຄວາມສະຫງົບ ແລະ ສິ່ງແວດລ້ອມ, ພັກ-ລັດຍາມໃດກໍໄດ້ເອົາໃຈໃສ່ບັນຫາເຫຼົ່ານີ້ ແລະ ແມ່ນໜ້າທີ່ປວງຊົນລາວທັງຊາດແນໃສ່ສືບຕໍ່ຮັກສາມູນເຊື້ອຄວາມສະຫງົບຄວາມໝັ້ນຄົງ, ການພັດທະນາເສດຖະກິດ ການສ້າງເສດຖະກິດເປັນເຈົ້າຕົນເອງ ເພິ່ງຕົນເອງ, ກຸ້ມຕົນເອງຢ່າງແທ້ຈິງ.
ຂ່າວ: ເມືອງຊະນະຄາມ




