ວັນທີ 6 ກັນຍາ 2024 ນີ້ທີ່ກະຊວງແຮງງານແລະສະຫວັດດີການສັງຄົມ (ຮສສ), ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງ ຮສສ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ Fang Hong ເອກະອັກຄະລັດຖະທູດ ສປ ຈີນປະຈຳສປປລາວຄົນໃໝ່.
ໃນໂອກາດນີ້, ທ່ານນາງ ໃບຄຳ ຂັດທິຍະ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມ ເຊີຍ ຕໍ່ ທ່ານ Fang Hong ທີ່ໄດ້ຮັບການແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງ ເປັນເອກອັກຄະລັດຖະທູດ ຄົນໃໝ່ ປະຈຳ ສປປ ລາວ, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ດ້ວຍຄວາມຮູ້ ແລະ ປະສົບການທາງດ້ານການທູດ ແລະ ບົດຮຽນ, ຄວາມຮູ້ຄວາມສາມາດ ທີ່ອຸດົມສົມບູນຂອງທ່ານທູດ ຈະເປັນຂົວຕໍ່ເຮັດໃຫ້ສາຍພົວພັນມິດ ຕະພາບ ແລະ ການຮ່ວມມືລະຫວ່າງສອງພັກ-ລັດ, ສອງລັດຖະບານ ລາວ-ຈີນ ເວົ້າລວມ, ເວົ້າສະເພາະ ກໍຄຶວຽກງານແຮງງານ ແລະ ສະຫັດດດີການສັງຄົມ, ພ້ອມທັງຫວັງຢ່າງຍິ່ງວ່າ ທ່ານທູດຈະຊຸກຍູ້ສົ່ງເສີມຂະຫຍາຍການຮວ່ມມືເຂົ້າສູ່ລວງເລິກ ແລະ ຢ່າງມີປະສິດທິພາບ, ປະສິດທິຜົນສູງ ໃນອະນາຄົດຍິ່ງຂື້ນ.ໃນນັ້ນແມ່ນການຮ່ວມມື ສອງຝາຍ ໃນໂຄງການພັດທະນາສູນພັດທະນາສີມືແຮງງານແຂວງອຸດົມໄຊ.
ທ່ານ Fang Hong ໄດ້ສະແດງຄວາມຂອບໃຈຕໍ່ ທ່ານນາງ ໃບຄຳ ຂັດທິຍະທີ່ໃຫ້ການຕ້ອນຮັບ ພ້ອມທັງຢືນຢັນຈະສຸມທຸກເຫື່ອແຮງ, ສະຕິປັນຍາ ເຂົ້າໃນການປະຕິ ບັດໜ້າທີ່ການທູດຢູ່ ສປປ ລາວ ກໍຄື ສົ່ງເສີມການພົວພັນຮ່ວມມື ລະຫວ່າງ ສອງລັດຖະບານ ເພື່ອນໍາເອົາຜົນປະໂຫຍດສູງສຸດມາສູ່ ປະຊາຊົນສອງຊາດກໍຄື ຈີນ-ລາວ, ລາວ-ຈີນ ໃຫ້ນັບມື້ໄດ້ຮັບການເສີມຂະຫຍາຍ ຂຶ້ນສູ່ບາດກ້າວໃໝ່, ຊື່ງ່ທ່ານທູດ ຍິນດີສືບຕໍ່ສະໜັບສະໜູນທາງດ້ານວຽກແຮງງານ ກໍຄືວຽກງານອື່ນໆນຳອີກ.
ຂ່າວ: ຂາ່ວສານຮສສ




