ຕອນບ່າຍວັນທີ 5 ທັນວາ 2025 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ ຫຼື ຍທຂ ພ້ອມດ້ວຍຄະນະໄດ້ລົງຕິດຕາມ ແລະ ຊຸກຍູ້ວຽກງານ ຍທຂ ຢູ່ແຂວງ ສະຫວັນນະເຂດ ໂດຍການຕ້ອນຮັບຂອງທ່ານ ຄໍາຜອງ ສົມວິຈິດ ຫົວໜ້າພະແນກ ຍທຂ ແຂວງພ້ອມດ້ວຍຄະນະ.

ການລົງເຄື່ອນໄຫວຄັ້ງນີ້, ທ່ານ ເຫຼັກໄຫຼ ສີວິໄລ ໄດ້ລົງຕິດຕາມຢູ່ດ່ານຂົວມິດຕະພາບລາວ-ໄທ ແຫ່ງທີ 2 (ສະຫວັນນະເຂດ- ມຸກດາຫານ) ໂດຍສະເພາະ ຈຸດເກັບເງິນຄ່າຜ່ານຂົວມິດຕະພາບ 2 ໂດຍນໍາໃຊ້ລະບົບຂອງທະນາຄານພັດທະນາລາວ ຫຼັງຈາກນັ້ນ ໄປຕິດຕາມ ລະບົບໂປຣແກຣມຕ່າງໆ. ພ້ອມທັງໄປກວດກາຂົວ ເປັນຕົ້ນ: ສະພາບໜ້າຂົວແຫ່ງທີ 2. ຫຼັງຈາກນັ້ນ ໄດ້ລົງຕິດຕາມ ການບໍລິການຢູ່ ທ່າບົກ ແຂວງສະຫວັນນະເຂດ ໂດຍສະເພາະ ການເຂົ້າອອກຂອງລົດບັນທຸກສິນຄ້າຜ່ານດ່ານ, ໄດ້ລົງຕິດຕາມ ການຈັດຕັ້ງປະຕິບັດວຽກງານ ຂົນສົ່ງຕູ້ສິນຄ້າຢູ່ທ່າບົກ, ຕິດຕາມເບິ່ງການຍົກຍໍຄ່ຽນຖ່າຍສິນຄ້າພາຍໃນທ່າບົກ ຕື່ມອີກ.

ພາຍຫຼັງ ທີ່ລົງຕິດຕາມການຈັດຕັ້ງປະຕິບັດຄັ້ງນີ້ ທ່ານ ເຫຼັກໄຫຼ ສີວິໄລ ໄດ້ຊີ້ນໍາບາງຈຸດເປັນຕົ້ນ: ລະບົບການຈັດເກັບເງິນຜ່ານຂົວ, ຊຶ່ງກະຊວງ ຍທຂ ໄດ້ພັດທະນາລະບົບການເກັບເງິນ ພ້ອມນັ້ນໃຫ້ປະສານກັນລະຫວ່າງລະບົບຂອງ ຍທຂ ແລະ ຂອງກະຊວງການເງິນ.
ໃນການລົງຕິດຕາມ ທ່າບົກຄັ້ງນີ້ ທ່ານ ໄດ້ຊີ້ນໍາ ການຕິດຕັ້ງ ຊິງຊັ່ງ ຂອງລົດບັນທຸກ ໃຫ້ມີຄວາມເປັນເອກະພາບ ແລະ ເພື່ອຄວາມສະດວກລະຫວ່າງວຽກຂອງຂະແໜງພາສີ ກະຊວງການເງິນ ແລະ ວຽກງານຂອງກະຊວງ ຍທຂ ໃຫ້ມີຄວາມໂລ່ງລ່ຽນ ອໍານວຍຄວາມສະດວກໃນການຂົນສົ່ງ.


