ໃນຕອນບ່າຍຂອງວັນທີ 10 ທັນວາ 2024, ທີ່ ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າພົບປະຂອງ ທ່ານ ຣັງເດີ ອິດສມາເອນ ເປຢາ ຣາມີເຣດສ (Rander Ismael Peña Ramírez), ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກສັງຄົມນິຍົມເອກະພາບເວເນຊູເອລາ, ຮອງລັດຖະມົນຕີກະຊວງການຕ່າງປະ ເທດ ແຫ່ງ ສາທາລະນະລັດ ໂບລີວາຣຽນ ເວເນຊູເອລາ, ໃນໂອກາດທີ່ເດີນທາງມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ.
ໃນໂອກາດນີ້, ທ່ານລັດຖະມົນຕີຕ່າງປະເທດ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຍິນດີຕ້ອນຮັບທ່ານ ຣັງເດີ ອິດສມາເອນ ເປຢາ ຣາມີເຣດສ ພ້ອມດ້ວຍຄະນະ ທີ່ມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້, ພ້ອມທັງ ໄດ້ຕີລາຄາສູງຕໍ່ການພົວ ພັນຮ່ວມມືລະຫວ່າງ ສປປ ລາວ ແລະ ເວເນຊູເອລາ, ເຊິ່ງເປັນການພົວພັນຮ່ວມມືແບບເພື່ອນມິດທີ່ດີນໍາກັນຕະຫຼອດມາ, ສອງຝ່າຍໄດ້ແລກປ່ຽນການຢ້ຽມຢາມກັນຢ່າງປົກກະຕິ ແລະ ສະຫນັບສະຫນູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາ ກົນ.
ການພົບປະຄັ້ງນີ້, ສອງຝ່າຍ ໄດ້ເຫັນດີສືບຕໍ່ຊຸກຍູ້ການແລກປ່ຽນຢ້ຽມຢາມຂອງການນໍາຂັ້ນສູງສອງປະເທດ ໃນຊຸມປີຕໍ່ຫນ້າ ແລະ ໄດ້ປຶກສາຫາລືການສົ່ງເສີມການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ, ການສຶກສາ, ການທ່ອງທ່ຽວ ແລະ ດ້ານອື່ນໆທີ່ສອງປະເທດມີທ່າແຮງ ແລະ ມີຄວາມສົນໃຈຮ່ວມກັນ, ພ້ອມນັ້ນທ່ານລັດຖະມົນຕີຕ່າງປະເທດລາວຍັງໄດ້ຝາກຄວາມຢື້ຢາມຖາມຂ່າວໄປຍັງ ທ່ານລັດຖະມົນຕີຕ່າງປະເທດ ເວເນຊູເອລາ ແລະ ເຊື້ອເຊີນມາຢ້ຽມຢາມ ສປປ ລາວຢ່າງເປັນທາງການໃນເວລາທີ່ເຫັນວ່າສະດວກ.
ໃນຂະນະດຽວກັນ, ທ່ານ ຣັງເດີ ອິດສມາເອນ ເປຢາ ຣາມີເຣດສ ໄດ້ແຈ້ງໃຫ້ຊາບໂດຍຫຍໍ້ກ່ຽວກັບຜົນສຳເລັດການມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ຄັ້ງນີ້, ເຊິ່ງໄດ້ພົບປະປຶກສາຫາລືສອງຝ່າຍກັບ ທ່ານ ບຸນເຫຼືອ ພັນດານຸວົງ, ຮັກສາການຫົວໜ້າຄະນະພົວພັນຕ່າງປະເທດສູງກາງພັກ ກ່ຽວກັບການພົວພັນຮ່ວມມື ລະຫວ່າງ ສອງພັກ ແລະ ທິດທາງໃນການຮ່ວມມືໃນອະນາຄົດ, ໂດຍສະເພາະ ໄດ້ຮ່ວມລົງນາມ ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການພົວພັນຮ່ວມມື ລະຫວ່າງ ສອງພັກ ໄລຍະ 5 ປີ (2024-2029), ຊຶ່ງເປັນບາດກ້າວສໍາຄັນ ແລະ ເປັນພື້ນຖານອັນໜັກແໜ້ນໃຫ້ແກ່ການເສີມຂະຫຍາຍການຮ່ວມມື ລະຫວ່າງ ສອງພັກ ໃຫ້ກ້າວເຂົ້າສູ່ລະດັບໃໝ່. ພ້ອມນັ້ນ, ທ່ານ ໄດ້ສະແດງຄວາມຂອບໃຈຕໍ່ການສະໜັບສະໜູນຊ່ວຍເຫຼືອຂອງ ສປປ ລາວ ໃນໄລຍະຜ່ານມາ ແລະ ເຫັນດີສືບຕໍ່ຊຸກຍູ້ສອງຝ່າຍສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ, ທ່ານ ຍັງໄດ້ນໍາເອົາຄວາມຢື້ຢາມຖາມຂ່າວຈາກລັດຖະມົນຕີຕ່າງປະເທດ ເວເນຊູເອລາ ແລະ ການນໍາຂັ້ນສູງເວເນຊູເອລາ ມາຍັງຄູ່ຮ່ວມຕຳແໜ່ງຝ່າຍລາວ, ພ້ອມທັງສະເໜີເຊື້ອເຊີນ ທ່ານລັດຖະມົນຕີຕ່າງປະເທດລາວ ໄປຢ້ຽມຢາມ ສາທາລະນະລັດ ໂບລີວາຣຽນ ເວເນຊູເອລາ ໃນເວລາທີ່ເຫມາະສົມ.
ທີ່ມາ: ກົມການຂ່າວ, ກະຊວງການຕ່າງປະເທດ




