ພິທີລົງນາມອະນຸສັນຍາ ຄັ້ງທີ 5 ເພື່ອປັບປຸງສັນຍາການລົງທຶນຮອບດ້ານຂອງອາຊຽນ ຈັດຂຶ້ນໃນວັນທີ 16 ກັນຍາ 2024 ທີ່ນະຄອນຫລວງວຽງຈັນ ໂດຍມີລັດຖະມົນຕີເສດຖະ ກິດອາຊຽນ, ເລຂາທິການໃຫຍ່ອາຊຽນ, ພ້ອມດ້ວຍຄະນະທີ່ກ່ຽວຂ້ອງ ແລະ ສື່ມວນຊົນ ເຂົ້າຮ່ວມເປັນສັກຂີພິຍານ.
ຕາງໜ້າລົງນາມໂດຍ ທ່ານ ມະໄລທອງ ກົມມະສິດ ລັດຖະມົນ ຕີກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປ ລາວ ແລະ ທ່ານ ກາວ ຄິມຮຸນ ເລຂາທິການໃຫຍ່ອາຊຽນ.
ການລົງນາມອະນຸສັນຍາທີ 5 ເພື່ອປັບປຸງສັນຍາການລົງທຶນຮອບດ້ານອາຊຽນ (ACIA) ໃນກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ຄັ້ງທີ 56 ແລະ ກອງປະຊຸມສະພາເຂດການລົງທຶນອາຊຽນ ຄັ້ງທີ 27 ແມ່ນຂໍ້ຕົກລົງສຳຄັນລະຫວ່າງບັນດາປະເທດສະມາຊິກອາຊຽນ. ຊຶ່ງສະແດງເຖິງຄວາມໝາຍໝັ້ນຢ່າງຕໍ່ເນື່ອງຕໍ່ກັບນັກລົງທຶນ ແລະ ພາກເອກະຊົນເປັນຈໍານວນຫຼວງຫຼາຍ, ເພື່ອເປັນການໃຫ້ຄວາມແນ່ນອນ, ຊັດເຈນ ແລະ ຄວາມໂປ່ງໃສຫຼາຍຂຶ້ນກ່ຽວກັບລະບົບການລົງທຶນໃນອາຊຽນ, ພ້ອມທັງຮັບປະກັນວ່າ: ສັນຍາການລົງທຶນພາຍໃນຂອງອາຊຽນ ຍັງຄົງມີຄວາມກ່ຽວ ຂ້ອງກັບບັນດາສັນຍາພາຍນອກຂອງອາຊຽນ, ທັນສະໄໝ, ມີວິໄສທັດ ແລະ ປັບຕົວເຂົ້າກັບທຸລະກິດ, ຈະເປັນການປູທາງໃຫ້ແກ່ບັນດານະໂຍບາຍ ແລະ ການລົງທຶນຂອງບັນດາປະເທດສະມາຊິກອາຊຽນຢ່າງເຂັ້ມແຂງ, ຈະດຶງດູດການລົງທຶນຈາກທົ່ວໂລກຢ່າງແໜ້ນແຟ້ນກ່ວາອີກເກົ່າ.
ອະນຸສັນຍາດັ່ງກ່າວໃຫ້ 3 ລັກສະນະສຳຄັນ ຄື: ການປະຕິບັດການຫັນປ່ຽນບັນຊີລາຍການຈອງເອກະສານຊ້ອນທ້າຍດຽວ ຂອງການລົງທຶນຮອບດ້ານອາຊຽນໃນປະຈຸບັນໄປຫາບັນຊີລາຍຊື່ລົບສອງເອກະສານຊ້ອນທ້າຍ, ລວມທັງການຈອງຕໍ່ກັບພັນທະກ່ຽວກັບການຫ້າມການປະຕິບັດຄວາມຕ້ອງການ ພາຍໃຕ້ອະນຸ ສັນຍາທີ 4 ເພື່ອແກ້ໄຂ ການລົງທຶນຮອບດ້ານອາຊຽນ; ຕໍ່ມາແມ່ນການຂະຫຍາຍຂອບເຂດຂອງການລົງທຶນຮອບດ້ານອາຊຽນເກີນຂອບເຂດທີ່ມີຢູ່ແລ້ວຂອງການຜະລິດ, ການກະສິກໍາ, ການປະມົງ, ປ່າໄມ້, ການຂຸດຄົ້ນບໍ່ແຮ່ ແລະ ການບໍລິການເສີມ; ອີກສິ່ງໜຶ່ງຄືການນຳໃຊ້ກົນໄກຮັດແຄບ ຈະຖືກນຳໃຊ້ກັບບາງປະເທດສະມາຊິກອາຊຽນ. ເຊິ່ງອາຊຽນຄົງມີຄວາມຫວັງວ່າ: ປະເທດສະມາຊິກທີ່ຍັງເຫຼືອຈະສາມາດເຮັດໄດ້ເຊັ່ນດຽວກັນພາຍໃນປີນີ້.
ສັນຍາສະບັບນີ້ ເມື່ອໄດ້ຮັບລາຍເຊັນບັນດາປະເທດສະມາ ຊິກທັງໝົດ, ບັນຊີລາຍຊື່ການຈອງ ການລົງທຶນຮອບດ້ານຂອງອາຊຽນ ສະບັບປັບປຸງໃຫ້ສໍາເລັດພາຍໃນ 180 ວັນ.





