ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລັດຖະມົນຕີ ກຊສ ຕ້ອນຮັບ ເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈໍາ ສປປ ລາວ ຄົນໃໝ່

Dec 9, 2024

ໃນຕອນບ່າຍ ຂອງ ວັນທີ 06 ທັນວາ 2024, ທ່ານ ນາງ ບຸນຄຳ ວໍລະຈິດ ລັດຖະມົນຕີ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ) ໄດ້ຕ້ອນຮັບ ທ່ານ ຫງວຽນ ມິ່ງ ເຕິ່ມ (Nguyễn Minh Tâm) ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ເຂົ້າຢ້ຽມຂ່ຳນັບ ເນື່ອງໃນໂອກາດທີ່ໄດ້ຮັບການແຕ່ງຕັ້ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສສ. ຫວຽດນາມ ປະຈໍາ ສປປ ລາວ ຄົນໃໝ່.
ໂອກາດດັ່ງກ່າວ ທ່ານ ນາງ ບຸນຄຳ ວໍລະຈິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ທ່ານ ຫງວຽນ ມິ່ງ ເຕິ່ມ ທີ່ໄດ້ຮັບຄວາມເຊື່ອໝັ້ນ, ຄວາມໄວ້ເນື້ອເຊື່ອໃຈຈາກພັກ, ລັດ ກໍ່ຄືປະຊາຊົນຫວຽດນາມອ້າຍນ້ອງ ໃຫ້ມາປະຕິບັດໜ້າທີ່ເປັນທູດຢູ່ ສປປລາວ ເຊິ່ງເປັນຜູ້ສືບທອດພາລະກິດໜ້າທີ່ການທູດ, ກົນໄກປະສານງານ ໃຫ້ແກ່ການພົວພັນຮ່ວມມືຂອງສອງປະເທດ ກໍ່ຄືການຮັດແໜ້ນ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ໂດຍສະເພາະ ການຮ່ວມມືໃນການຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃຫ້ໄປຕາມທິດສີຂຽວ ແລະ ຍືນຍົງ.
ໃນໂອກາດດຽວກັນນີ້, ທ່ານ ຫງວຽນ ມິ່ງ ເຕິ່ມ ກໍ່ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ, ຄໍາຊົມເຊີຍ ແລະ ຄໍາເວົ້າອັນຈົບງາມ ພ້ອມທັງແຈ້ງໃຫ້ຊາບໂດຍຫຍໍ້ສະພາບການທີ່ພົ້ນເດັ່ນຂອງ ສສ. ຫວຽດນາມ ພ້ອມທັງຢືນຢັນວ່າ ຈະສືບຕໍ່ຊຸກຍູ້ສົ່ງເສີມສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຫວຽດນາມ-ລາວ ກໍ່ຄື ການຮ່ວມມືທີ່ດີ ທາງດ້ານຂະແໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນອີກດ້ວຍ.
ຂ່າວໂດຍ: ອະພິເດດ ແສງດາລາ