ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລັດຖະມົນຕີ ກຕສ ພ້ອມດ້ວຍຄະນະເຂົ້າຮ່ວມ ກອງປະຊຸມລັດຖະມົນຕີອາຊຽນດ້ານດິຈິຕອນ ຄັ້ງທີ 5

Jan 23, 2025

ລັດຖະມົນຕີ ກຕສ ພ້ອມດ້ວຍຄະນະເຂົ້າຮ່ວມ ກອງປະຊຸມລັດຖະມົນຕີອາຊຽນດ້ານດິຈິຕອນ ຄັ້ງທີ 5
ເມື່ອບໍ່ດົນມານີ້, ທ່ານ ບໍ່ວຽງຄໍາ ວົງດາລາ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ເຂົ້າຮ່ວມ ກອງປະຊຸມລັດຖະມົນຕີອາຊຽນດ້ານດິຈິຕອນ ຄັ້ງທີ 5 ( The 5th ASEAN Digital Ministers’ Meeting: ADGMIN ) ເພື່ອພັດທະນາ ແລະ ຫັນເປັນດິຈິຕອນ ພາຍໃຕ້ຫົວຂໍ້ “ Secure, Innovative, Inclusive: Shaping ASEAN’s Digital Future ” ໃຫ້ມີຄວາມໝັ້ນຄົງປອດໄພ, ສົ່ງເສີມນະວັດຕະກໍາ ແລະ ສະໜັບສະໜູນການເຂົ້າເຖິງເຕັກໂນໂລຊີຢ່າງເທົ່າທຽມ ໂດຍການເປັນປະທານຂອງ ທ່ານ ນາງ ແພທອງທານ ຊິນນະວັດ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ທີ່ ໂຮງແຮມ ອາວານີ+ ຣີເວີໄຊ, ປະເທດໄທ ໂດຍມີຜູ້ແທນ ຈາກ 10 ປະເທດສະມາຊິກອາຊຽນ ແລະ ຄູ່ເຈລະຈາຮ່ວມມືທີ່ສໍາຄັນ ເຊັ່ນ: ຈີນ, ຍີ່ປຸ່ນ, ເກົາຫຼີໃຕ້, ສະຫະລັດອາເມລິກາ, ອິນເດຍ ແລະ ສະ ຫະພາບໂທລະຄົມມະນາຄົມສາກົນ ເຂົ້າຮ່ວມຫຼາຍກວ່າ 300 ຄົນ.
ຈຸດປະສົງຂອງກອງປະຊຸມເພື່ອເສີມສ້າງອະນາຄົດຮ່ວມກັນທາງດ້ານດິຈິຕອນໃຫ້ເຂັ້ມແຂງ, ກວມລວມ ແລະ ທັນສະໄໝ. ທ່ານ ນາງ ແພທອງທານ ຊິນນະວັດ ໄດ້ເນັ້ນໜັກຢູ່ 3 ປະເດັນທີ່ສໍາຄັນໃນການຮ່ວມມືດ້ານດິຈິຕອນໃນອາຊຽນ ຄື: (1) ການຈັດການບັນຫາການຫຼອກລວງທາງອອນລາຍ ຊຶ່ງຈໍາເປັນຕ້ອງການຄວາມຮ່ວມມືໃນລະດັບພາກພື້ນເພື່ອສ້າງລະບົບນິເວດດິຈິຕອນໃຫ້ປອດໄພ ແລະ ມີມາດຕະຖານໃນການຮັບມື, (2) ການແກ້ໄຂບັນຫາຂໍ້ມູນຄາດເຄື່ອນດ້ວຍລະບົບຕິດຕາມ ແລະ ກວດສອບເນື້ອຫາໃນອອນລາຍ ເພື່ອສົ່ງເສີມຂໍ້ມູນໃຫ້ແກ່ປະຊາ ຊົນຢ່າງທົ່ວເຖິງ, (3) ການຄຸ້ມຄອງ ແລະ ກໍານົດມາດຕະຖານປັນ ຍາປະດິດທີ່ອາດເປັນຄວາມສ່ຽງ ເຖິງແມ່ນວ່າ ປັນຍາປະດິດຈະເປັນໜຶ່ງໃນເຕັກໂນໂລຊີທີ່ຈໍາເປັນ ແລະ ນໍາພາໃຫ້ເສດຖະກິດໃນປະຈຸບັນກ້າວໜ້າກໍຕາມ.
ການເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ຖືເປັນນິມິດໝາຍທີ່ສໍາຄັນໃຫ້ແກ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນການຍົກລະດັບຄວາມສາມາດທາງດ້ານດິຈິຕອນ ພ້ອມທັງເສີມ ສ້າງສາຍພົວພັນກັບບັນດາປະເທດອາຊຽນ ແລະ ສາກົນ ເພື່ອອະນາຄົດທີ່ສົດໃສ, ເຂັ້ມແຂງ ແລະ ຍືນຍົງຕະຫຼອດໄປ.
ທີ່ມາ: ຂ່າວສານເຕັກໂນໂລຊີ ແລະ ການສື່ສານ