ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລັດຖະມົນຕີ ກຜທ ລົງຊຸກຍູ້ຕິດຕາມຄວາມຄືບໜ້າການກໍ່ສ້າງໂຮງງານຂ້າສັດທັນສະໄໝ

May 10, 2025

ທ່ານ ເພັດ ພົມພິພັກ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ (ກຜທ) ພ້ອມຄະນະ ໄດ້ລົງຊຸກຍູ້ຕິດຕາມຄວາມຄືບໜ້າໂຄງການກໍ່ສ້າງໂຮງງານຂ້າສັດທັນສະໄໝ ຂອງ ບໍລິສັດ ຄຸນເຊິງ ສາກົນ (ລາວ) ຈຳກັດ ທີ່ບ້ານສິມມະໂນ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໃນວັນທີ 9 ພຶດສະພາ ຜ່ານມາ.
ໂຄງການກໍ່ສ້າງໂຮງງານຂ້າສັດທັນສະໄໝ ມີເນື້ອທີ່ທັງໝົດ 48 ເຮັກຕາ ແລະ ຂະໜາດຂອງໂຮງງານ ກວ້າງ 68 ແມັດ ຍາວ 258 ແມັດ ລວມເນື້ອທີ່ 17,544 ຕາແມັດ, ມູນຄ່າການລົງທຶນທັງໝົດ 500 ລ້ານໂດລາ ເປັນໂຄງການຄົບວົງຈອນ ທີ່ລວບລວມເອົາການລ້ຽງງົວພັນຊີ້ນ, ການຂ້າສັດ, ການປຸງແຕ່ງ ແລະ ການຈຳໜ່າຍຜະລິດຕະພັນງົວພັນຊີ້ນ. ນອກຈາກການຂ້າງົວພັນຊີ້ນ, ໂຄງການຍັງມີສ່ວນຮ່ວມໃນການຂັບເຄື່ອນຕ່ອງໂສ້ອຸດສາຫະກຳຫຼາຍປະເພດ, ລວມທັງການປັບປຸງແນວພັນງົວພັນຊີ້ນ, ການຂະຫຍາຍພັນ, ການລ້ຽງງົວພັນຊີ້ນແບບວິທະຍາສາດ, ການລ້ຽສັດແບບອຸດສາຫະກໍາ, ການປັບປຸງແນວພັນຫຍ້າສຳລັບສັດໃນທ້ອງຖິ່ນ, ການໝັກສາລີສົດແບບອຸດສາຫະກຳ, ການປູກພືດທີ່ໄດ້ມາດຕະຖານ, ການຫັນປ່ຽນຜະລິດຕະພັນກະສິກໍາສ່ວນເກີນຂອງ ສປປ ລາວ ເປັນອາຫານສັດ ແລະ ຜະລິດຕະພັນປຸງແຕ່ງກະສິກຳ ທີ່ເປັນເອກະລັກຂອງ ສປປ ລາວ (ເຟືອງເຂົ້າ, ເສດມັນຕົ້ນ, ກ້ານ ແລະ ໃບຂອງຕົ້ນອ້ອຍ).
ປັດຈຸບັນ, ໂຄງການໄດ້ກໍ່ສ້າງໂຄງສ້າງຫຼັກ ແລະ ລະບົບປິດລ້ອມຂອງໂຄງການສຳເລັດ ຊຶ່ງພວມເລັ່ງກໍ່ສ້າງເສັ້ນທາງ ແລະ ທໍ່ລະບາຍນໍ້າເຂດອ້ອມໂຮງງານໃຫ້ສຳເລັດ.
ຂ່າວ-ພາບ: ກຜທ