ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ພ້ອມຄະນະ ເຂົ້າຮ່ວມກອງປະຊຸມອາຫານໂລກ 2024

Oct 26, 2024

ທ່ານ ລິນຄຳ ດວງສະຫວັນ, ລັດຖະມົນຕີກະຊວງ ກະສິກໍາ ແລະ ປ່າໄມ້ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມ ອາຫານໂລກ (WFF) ປະຈໍາປີ 2024 ຂອງອົງ ການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ (FAO) ທີ່ນະຄອນຫຼວງໂຣມ, ປະເທດອິຕາລີ ໃນລະຫວ່າງ ວັນທີ 14-18 ຕຸລາ 2024.
ກອງປະຊຸມຄັ້ງນີ້ ແມ່ນເນັ້ນໃສ່ການສ້າງຄວາມອາດສາມາດໃຫ້ແກ່ຊາວໜຸ່ມ ແລະ ການຊຸກຍູ້ໃຫ້ຊາວໜຸ່ມ ມີບົດບາດໃນວຽກງານການຜະລິດກະສິກຳ, ການຄໍ້າປະກັນສະບຽງອາຫານ, ມີຄວາມຮູ້ຄວາມສາມາດ, ມີຄວາມກ້າຫານ ແລະ ມີແນວຄິດປະດິດສ້າງ, ພ້ອມທັງສົ່ງເສີມ ແລະ ສ້າງແຮງບັນດານໃຈໃຫ້ແກ່ຊາວໜຸ່ມ ໃນການມີສ່ວນຮ່ວມໃນການຜະລິດກະສິກຳ.
ໃນກອງປະຊຸມດັ່ງກ່າວ ທ່ານ ລັດຖະມົນຕີ ໄດ້ຂຶ້ນກ່າວມີຄຳເຫັນກ່ຽວກັບການຜະ ລິດກະສິກຳແບບຄອບຄົວ ທີ່ເປັນພື້ນຖານຂອງການຜະລິດອາຫານ ແລະ ປະກອບສ່ວນໃນການພັດ ທະນາເສດຖະ ກິດ ຂອງ ສປປ ລາວ ຕິດພັນກັບການສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານດັ່ງກ່າວ ໃນລະດັບຊາດ ແລະ ລະດັບຂົງເຂດອາຊີຕາເວັນອອກສຽງໃຕ້.
ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້, ທ່ານ ລັດຖະມົນຕີ ຍັງໄດ້ພົບປະກັບ ທ່ານ Qu Dongyu ຜູ້ອຳນວຍການໃຫຍ່ ອົງການອາຫານ ແລະ ການກະເສດ FAO ເຊິ່ງໄດ້ປຶກສາຫາລື ກ່ຽວກັບ ສະພາບລວມການຮ່ວມມືໃນຂົງເຂດວຽກງານລະບົບສະບຽງອາຫານ ລະຫວ່າງ ສປປ ລາວ ແລະ FAO, ໂດຍໄດ້ຕົກລົງເຫັນດີເສີມຂະຫຍາຍການຮ່ວມມືທັງສອງຝ່າຍ ແລະ ໄດ້ເນັ້ນໃສ່ການສົ່ງເສີມຜະລິດຕະພັນກະສິກໍາທີ່ເປັນຈຸດເດັ່ນຂອງ ສປປ ລາວ ແລະ ການສົ່ງເສີມການລົງທຶນດ້ານກະສິກໍາ ຕິດພັນກັບການຄໍ້າປະກັນສະບຽງອາຫານ.
ນອກຈາກນີ້, ຍັງໄດ້ພົບປະກັບ ທ່ານ Francisco Tiu Laurel Jr. ລັດຖະມົນຕີກະສິກໍາ ປະເທດຟີລິບປິນ ເຊິ່ງໄດ້ປຶກສາຫາລື ກ່ຽວກັບ ທ່າແຮງສໍາລັບການສົ່ງອອກສິນຄ້າກະສິກໍາ, ຄວາມເປັນໄປໄດ້ໃນການເຊັນບົດບັນທຶກຄວາມເຂົ້າໃຈ ດ້ານການຮ່ວມມືວຽກງານກະສິກໍາ ລະຫວ່າງສອງຝ່າຍ ແລະ ການຮ່ວມມືສົ່ງເສີມການຜະລິດແນວພັນເຂົ້າ ຮ່ວມກັບສະຖາບັນຄົ້ນຄ້ວາເຂົ້າສາກົນ (IRRI) ແລະ ໄດ້ພົບປະກັບ ທ່ານ ນາງ Narumon Pinyosinwat ລັດຖະມົນຕີ ກະຊວງກະເສດ ແລະ ສະຫະ ກອນ, ຣາຊະອານາຈັກໄທ ເຊິ່ງໄດ້ປຶກສາຫາລື ກ່ຽວກັບ ທ່າແຮງໃນການຮ່ວມມືດ້ານກະສິກໍາໃນຕໍ່ໜ້າ, ໂດຍສະເພາະ ວຽກງານທີ່ຕິດພັນກັບການສົ່ງອອກສິນຄ້າກະສິກໍາຂອງທັງສອງປະເທດ.
News by: MAF Media Team