ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລັດຖະມົນຕີ ກະຊວງຍຸຕິທຳ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທູດມາເລເຊຍ ປະຈຳ ລາວ.

Mar 28, 2025

ວັນທີ 28 ມີນາ 2025 ທີ່ກະຊວງຍຸຕິທໍາ, ທ່ານ ໄພວີ ສີບົວລິພາ ລັດຖະມົນຕີ ກະຊວງຍຸຕິທໍາ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ເອດດີ້ ເອຍວັນ ມາມຸດ, ເອກອັກຄະລັດ ຖະທູດ ມາເລເຊຍ ປະຈໍາ ສປປ ລາວ.
ການເຂົ້າຢ້ຽມຂໍ່ານັບຂອງ ທາ່ນ ເອກອັກຄະລັດຖະທູດ ມາເລ ເຊຍ ໃນຄັ້ງນີ້ ເພື່ອປຶກສາຫາລືວຽກງານຮ່ວມມືສອງຝ່າຍ ລະ ຫວ່າງ ສປປ ລາວ ແລະ ມາເລເຊຍ ເວົ້າລວມ ເວົ້າສະເພາະ ແຈ້ງຂ່າວກ່ຽວກັບ ທ່ານ ນາງ YB Dato Sri Azalina Othman, ລັດຖະມົນຕີກົດໝາຍ ປະຈໍາສໍານັກງານນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ ສະເໜີພົບປະຢ້ຽມຢາມ ທ່ານ ລັດຖະມົນຕີ ກະຊວງຍຸຕິທໍາ ແຫ່ງ ສປປ ລາວ ຢ່າງເປັນທາງການ ທີ່ ນະຄອນຫຼວງວຽງ ຈັນ ໃນເດືອນເມສາ 2025. ນອກນັ້ນ, ເພື່ອເປັນການຮັດແໜ້ນການຮ່ວມມືສອງຝ່າຍລະຫວ່າງ ສປປ ລາວ ແລະ ມາເລເຊຍ ທາງດ້ານກົດໝາຍ ແລະ ສະຖາບັນ ເປັນຕົ້ນແມ່ນ (1) ການພັດທະືນາວຽກງານໄກ່ເກ່ຍ ແລະ ແກ້ໄຂຂໍ້ຂັດແຍ່ງທາງດ້ານການຄ້າລະ ຫວ່າງປະເທດ ລົງເລິກການຄົ້ນຄ້ວາທ່າແຮງໃນການແລກປ່ຽນຄວາມຮູ້ ແລະ ການຮ່ວມມື; (2) ການປະຕິຮູບສະຖາບັນ ລົງ ເລິກການກໍານົດຂອບເຂດການຮ່ວມມືໃນການສ້າງຂີດຄວາມສາ ມາດໃຫ້ສະຖາບັນ ແລະ ຂອບເຂດການຮ່ວມມືດ້ານອື່ນໆ.
ໃນໂອກາດດຽວກັນ, ທ່ານ ລັດຖະມົນຕີ ກະຊວງຍຸຕິທໍາ ໄດ້ກ່າວຍິນດີ ແລະ ພ້ອມທີ່ຈະສະນັບໜູນແລກປ່ຽນບົດຮຽນ ໂດຍ ສະເພາະແມ່ນວຽກງານປະຕິບັດຄໍາຕັດສິນຂອງສານ ແລະ ວຽກງານອື່ນໆ ໃນຂົງເຂດຍຸຕິທໍາອີກດ້ວຍ.
ຂ່າວ-ພາບ: ໄໝສີສົດ ສິນພອນເພັດ