ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລັດຖະມົນຕີ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ເດີນ ທາງຢ້ຽມຢາມ ແລະ ເຮັດວຽກຢູ່ຣາຊະອານາຈັກໄທ

Feb 20, 2025

ໃນລະຫວ່າງວັນທີ 18-19 ກຸມພາ 2025 ນີ້, ທ່ານ ພົນໂທ ຄໍາລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມຄະນະ ໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ ຣາຊະອານາຈັກໄທ ຢ່າງເປັນທາງການ, ໂດຍມີທ່ານ ພູມທຳ ເວດຊະຢະໄຊ ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ຣາຊະ ອານາຈັກໄທ, ປະທານຄະນະກຳມະການຮ່ວມມືຮັກສາຄວາມສະ ຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປ ໄທ-ລາວ ໃຫ້ການຕ້ອນ ຮັບ.
ພາຍຫຼັງສໍາເລັດພິທີການຕ້ອນຮັບຢ່າງເປັນທາງການ ທ່ານ ພົນໂທ ຄໍາລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະ ເທດ ສປປລ ລາວ ໄດ້ເຂົ້າພົບປະທ່ານ ພູມທຳ ເວດຊະຢະໄຊ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ຣາຊະອານາຈັກໄທ.
ໂອກາດນີ້, ທ່ານ ພູມທຳ ເວດຊະຢະໄຊ ໄດ້ສະແດງຄວາມ ຍິນດີຕ້ອນຮັບຢ່າງອົບອຸ່ນຕໍ່ ທ່ານ ພົນໂທ ຄຳລຽງ ອຸທະໄກ ສອນ ພ້ອມຄະນະ ທີ່ເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ຣາຊະອານາຈັກໄທ ໃນຄັ້ງນີ້, ເຊິ່ງສະແດງໃຫ້ເຫັນເຖິງການເສີມສ້າງສາຍພົວພັນຮ່ວມມືຂອງສອງປະເທດ ເວົ້າສະເພາະ ກໍຄື ສອງກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ແລະ ຣາຊະອານາຈັກໄທ ໃຫ້ຈະເລີນກ້າວໜ້າ, ມີຜົນປະໂຫຍດຮ່ວມກັນ, ພ້ອມກັນເສີມສ້າງຄວາມໝັ້ນຄົງຂອງສອງປະເທດ ໃຫ້ກາຍເປັນຮູບປະທຳຫຼາຍຂຶ້ນກວ່າເກົ່າ.
ທ່ານ ພົນໂທ ຄຳລຽງ ອຸທະໄກສອນ ໄດ້ສະແດງຄວາມຂອບ ໃຈຕໍ່ທ່ານ ພູມທຳ ເວດຊະຢະໄຊ ທີ່ໃຫ້ການຕ້ອນຮັບອັນອົບອຸ່ນເຕັມໄປດ້ວຍ ໄມຕີຈິດມິດຕະພາບທີ່ດີຕໍ່ກັນ ທັງເປັນການເສີມ ຂະຫຍາຍສາຍ ພົວພັນຮ່ວມມືລະຫວ່າງສອງກອງທັບ ລາວ-ໄທ ໃຫ້ມີຄວາມແໜ້ນແຟ້ນຍິ່ງຂຶ້ນ.
Cr: ຫນັງສືພິມກອງທັບ