ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລັດຖະມົນຕີ ກະຊວງສາທາລະນະສຸກ ຢ້ຽມຢາມໂຮງໝໍເມືອງວຽງທອງ

Apr 7, 2025

ທ່ານ ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ ພ້ອມດ້ວຍຫົວໜ້າກົມ, ຕາງໜ້າທູດລຸກຊຳບວກພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມໂຮງໝໍເມືອງວຽງທອງ ເຊິ່ງໃຫ້ກຽດເຂົ້າຮ່ວມຂອງທ່ານ ດຣ ສອນໄຊ ປັນຍານຸວົງ ຫົວໜ້າພະແນກສາທາລະນະສຸກແຂວງ ໃນວັນທີ 5 ເມສາ 2025 ຜ່ານມາ ໂດຍໃຫ້ກຽດຕ້ອນຮັບ ຂອງທ່ານ ທອງລິດ ສິດທິອຳພາ ຮັກສາການຮອງເຈົ້າເມືອງວຽງທອງ ພ້ອມຫົວໜ້າ, ຄະນະຫ້ອງການສາທາລະນະສຸກ,​ ອຳນວຍການໂຮງໝໍ ແລະ ພະນັກງານແພດໝໍໃຫ້ກຽດຕ້ອນຮັບ.
ທ່ານ ດຣ. ບຸນແຝງ ພົມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ຮັບຟັງການລາຍງານສະພາບລວມໃນການຈັດຕັ້ງປະຕິບັດວຽກງານສາທາລະນະສຸກຂອງເມືອງວຽງທອງ ຈາກທ່ານ ດຣ ສຸກສະຫວັນ ທ່ອນທອງ ຫົວໜ້າຫ້ອງການສາທາລະນະສຸກເມືອງ ກ່ຽວກັບດ້ານສາທາລະນະສຸກແມ່ນໂຄງການກໍ່ສ້າງ ແລະ ປັບປຸງຫ້ອງຜ່າຕັດທີ່ເປີດໃຊ້ບໍລິການໃຫ້ສັງຄົມແລ້ວແລະຈະມີແຜນຈັດສົ່ງພະນັກງານໄປຍົກລະດັບຄວາມຮູ້, ຄວາມສາມາດໃນການຜ່າຕັດທຸກລາຍການ,​ ການປິ່ນປົວສຸຂະພາບຕາມລະດູການ.​ ຈາກນັ້ນທ່ານລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະຫ້ອງການສາທາລະນະສຸກ,​ ແພດໝໍທີ່ເຫັນໄດ້ຄວາມສຳຄັນໃນໂຄງການຮັກສາ ແລະ ສົ່ງເສີມສຸຂະພາບຂອງປະຊາຊົນໃນເຂດເມືອງວຽງທອງ ເຊິ່ງເປັນທາງເລືອກໜຶ່ງໃນການຍົກສູງຄຸນນະພາບຊີວິດຂອງປະຊາຊົນ ໃນການກວດວິ ເຄາະ, ປິ່ນປົວພະຍາດ ແລ ະຜ່າຕັດໃນທຸກກໍລະນີ, ຄືການເຂົ້າເຖິງການບໍລິການດ້ານສາທາລະນະສຸກຢ່າງທົ່ວເຖິງຫຼາຍຂຶ້ນ. ທ່ານລັດຖະມົນຕີ ຍັງໄດ້ຢືນຢັນວ່າຈະອຳນວຍຄວາມສະດວກຮອບດ້ານໃນການຮ່ວມມື, ປະສານງານກັບໂຄງການລຸກຊຳບວກ ປະຈໍາ ສປປ ລາວເພື່ອເຮັດໃຫ້ການປິ່ນປົວ ຮັກສາ ແລະ ສົ່ງເສີມສຸຂະພາບຂອງປະຊາຊົນດີຂຶ້ນ. ໃນໂອກາດນີ້​ ຄະນະກົມແຕ່ລະພາກສ່ວນຍັງໄດ້ມີຄຳເຫັນແລກປ່ຽນບົດຮຽນຕໍ່ກັບການບໍລິການທາງດ້ານສາທາລະນະສຸກຂອງເມືອງວຽງທອງຢ່າງກົງໄປກົງມາເພື່ອເຮັດໃຫ້ວຽກງານສາທາມີການບໍລິການດີຂຶ້ນເປັນກ້າວໆ
ພາບ-ຂ່າວ ທອງວັນດີ