ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີຝຣັງໂກໂຟນີ ຄັ້ງທີ 45

Oct 5, 2024

ຄະນະຜູ້ແທນ ແຫ່ງ ສປປ ລາວ ນຳໂດຍ ທ່ານ ພຸດ ສິມມາລະວົງ, ລັດຖະມົນຕີ ກະຊວງສຶກສາ ແລະ ກິລາ, ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີຝຣັງໂກໂຟນີ ຄັ້ງທີ 45, ຊຶ່ງໄດ້ຈັດຂຶ້ນໃນວັນທີ 3 ຕຸລາ 2024, ທີ່ ນະຄອນຫຼວງປາຣີ, ປະເທດ ສາທາລະ ນະລັດ ຝຣັ່ງ. ຈຸດປະສົງຂອງການເຂົ້້າຮ່ວມກອງປະຊຸມດັ່ງກ່າວ ແມ່ນເພື່ອປຶກສາຫາລື ກ່ຽວກັບການເສີມຂະຫຍາຍການຮ່ວມມື ໃນຂອບວຽກງານຝຣັງໂກໂຟນີ.
ໃນກອງປະຊຸມດັ່ງກ່າວ, ທ່ານ ລັດຖະມົນຕີ ກະຊວງສຶກສາ ແລະ ກິລາ ໄດ້ຂຶ້ນກ່າວຄຳເຫັນໂດຍເນັ້ນເຖິງຄວາມສຳຄັນຂອງກອງປະຊຸມດັ່ງກ່າວ ແລະ ຄວາມສຳຄັນຂອງການຮ່ວມມື ເພື່ອສົ່ງເສີມພາສາຝຣັ່ງຢ່າງກວ້າງຂວາງ ໃນລະດັບພາກພື້ນ ແລະ ສາກົນ, ພ້ອມທັງສະເໜີໃຫ້ເຫັນເຖິງຄວາມສຳຄັນຂອງພາກເອກະຊົນ ກໍ່ຄືບັນດາຫົວໜ່ວຍທຸລະກິດໃນການປະກອບສ່ວນເຂົ້້າໃນວຽກງານດັ່ງກ່າວ ແນໃສ່ເພື່ອສົ່ງ ເສີມການສ້າງວຽກເຮັດງານທຳໃຫ້ແກ່ຜູ້ທີ່ໃຊ້ພາສາຝຣັ່ງ. ນອກຈາກນີ້, ຍັງໄດ້ສະເໜີໃຫ້ມີການເພີມທະວີການຮ່ວມມື ໃນຂົງເຂດວຽກງານຕ່າງໆ ເຊັ່ນ: ການສຶກສາ, ສາ ທາລະນະສຸກ, ເສດຖະກິດ, ການຄ້າ, ການລົງທຶນ, ວິທະຍາສາດ ແລະ ນະວັດຕະກຳ. ພ້ອມດຽວກັນນີ້, ຍັງໄດ້ສະເໜີໃຫ້ມີການສຶບຕໍ່ເສີມຂະຫຍາຍການຮ່ວມມື ໃນການສົ່ງເສີມການຮຽນ-ການສອນພາສາຝຣັ່ງ ແລະ ການຝຶກອົບຮົມດ້ານວິຊາ ຊີບ, ຢູ່ໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ກໍ່ຄື ຢູ່ ສປປ ລາວ.
ອົງການຝຣັງໂກໂຟນີີສາກົນ ແມ່ນອົງການຈັດຕັ້ງສາກົນສຳລັບບັນດາປະເທດທີ່ໃຊ້ພາສາຝຣັ່ງ, ສ້າງຕັ້ງຂຶ້ນໃນປີ ໃນປີ 1970, ມີສະມາຊິກ ທັງໝົດຈຳນວນ 88 ປະ ເທດ ແລະ ມີຈຸດປະສົງຕົ້ນຕໍ ເພື່ອສົ່ງເສີມຄວາມຫຼາກຫຼາຍດ້ານວັດທະນະທຳ ແລະ ພາສາຝຣັ່ງ, ເພື່ອສົ່ງເສີມສັນຕິພາບ, ປະຊາທິປະໄຕ ແລະ ສິທິມະນຸດ, ເພື່ອສະໜັບ ສະໜູນການສຶກສາ, ການຄົ້ນຄວ້າ ແລະ ການພັດທະນາ.
ກອງປະຊຸມລັດຖະມົນຕີຝຣັງໂກໂຟນີ ແມ່ນໜຶ່ງໃນເວທີປຶກສາຫາລືລະດັບສູງທີ່ສໍາຄັນ ຮອງຈາກກອງປະຊຸມສຸດຍອດຂອງອົງການຝຣັງໂກໂຟນີສາກົນ, ໂດຍແມ່ນຂັ້ນລັດຖະມົນຕີ ເຂົ້້າຮ່ວມກອງປະຊຸມດັ່ງກ່າວ ຊຶ່ງຈັດຂຶ້ນທຸກໆປີ, ໂດຍບັນດາປະ ເທດສະມາຊິກຂອງອົງການ OIF ໄດ້ມີການພັດປ່ຽນກັນເປັນເຈົ້້າພາບ. ຈຸດປະສົງຂອງກອງປະຊຸມສຸດຍອດດັ່ງກ່າວ ແມ່ນເພື່ອຕິດຕາມກວດກາ ການຈັດຕັ້ງປະຕິບັດບັນດາມະຕິຂອງກອງປະຊຸມສຸດຍອດທີ່ຜ່ານມາ ແລະ ເພື່ອກະກຽມກອງປະຊຸມສຸດຍອດຄັ້ງຕໍ່ໄປ; ປຶກສາຫາລືວຽກງານການຮ່ວມມືຕ່າງໆ; ຮັບຮອງເອົາງົບປະມານ ແລະ ບົດລາຍງານການເງິນ, ລວມທັງງົບປະມານສຳລັບໂຄງການຮ່ວມມືຕ່າງໆ; ແລະ ປຶກສາຫາລືກ່ຽວກັບບັນຫາຕ່າງໆ ໃນຂົງເຂດປະເທດສະມາຊິກ.
ໃນຖານະເປັນສະມາຊິກສົມບູນຂອງອົງການ OIF ນັບແຕ່ປີ 1991 ເປັນຕົ້ນມາ, ສປປ ລາວ ໄດ້ແຕ່ງຕັ້ງຄະນະຜູ້ແທນຂັ້ນສູງຂອງຕົນ ເພື່ອເຂົ້້າຮ່ວມກອງປະຊຸມລັດ ຖະມົນຕີຝຣັງໂກໂຟນີ ແລະ ກອງປະຊຸມສຳຄັນອື່ນໆຂອງອົງການ OIF ຢ່າງເປັນປົກ ກະຕິ.