ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລັດຖະມົນຕີ ກະຊວງອຸດສາຫະກຳ ເຂົ້າຮ່ວມກອງປະຊຸມສະພາປະຊາຄົມເສດຖະກິດອາຊຽນ

May 28, 2025

ໃນວັນທີ 24-27 ພຶດສະພາ 2025 ນີ້, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທັງເປັນລັດຖະມົນຕີເສດຖະກິດອາຊຽນ ຂອງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຈາກ ສປປ ລາວ ເຂົ້າຮ່ວມກອງປະຊຸມສະພາປະຊາຄົມເສດຖະກິດອາຊຽນ ຄັ້ງທີ 25 (The 25th AECC), ພ້ອມທັງຕິດຕາມ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄລຍະເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46 ແລະ ກອງປະຊຸມສຸດຍອດອື່ນໆ ທີ່ກ່ຽວຂ້ອງ ທີ່ກົວລາລໍາເປີ, ປະເທດມາເລເຊຍ.
ກອງປະຊຸມຄັ້ງນີ້, ບັນດາທ່ານລັດຖະມົນຕີເສດຖະກິດອາຊຽນ ໄດ້ຮັບຊາບຄວາມຄືບໜ້າໃນການຈັດຕັ້ງປະຕິບັດ ວຽກງານພາຍໃຕ້ເສົາຄໍ້າເສດຖະກິດອາຊຽນ ໂດຍສະເພາະ ແຜນວຽກບຸລິມະສິດຂອງເສົາຄໍ້າເສດຖະກິດ (PEDs) ພາຍໃຕ້ການເປັນປະທານອາຊຽນຂອງ ມາເລເຊຍ ປີ 2025, ລວມທັງໄດ້ຮັບຊາບຜົນສຳເລັດໃນການຈັດຕັ້ງປະຕິບັດ ແຜນວຽກບຸລິມະສິດຂອງເສົາຄໍ້າເສດຖະກິດ ພາຍໃຕ້ການເປັນປະທານອາຊຽນຂອງ ສປປ ລາວ ປີ 2024 ຜ່ານມາ ທີ່ສາມາດຈັດຕັ້ງປະຕິບັດໄດ້ສຳເລັດຢ່າງສົມບູນ ທັງໝົດ 14 ແຜນວຽກບຸລິມະສິດ ເຊິ່ງບັນດາປະເທດສະມາຊິກອາຊຽນ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດ ພາຍໃຕ້ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ຜ່ານມາ. ນອກນັ້ນ, ກອງປະຊຸມ ຍັງໄດ້ຮັບຊາບຄວາມຄືບໜ້າ ແລະ ຜົນສຳເລັດໃນການຈັດຕັ້ງປະຕິບັດແຜນແມ່ບົດປະຊາຄົມອາຊຽນ 2025 (AEC Blueprint 2025), ແຜນວຽກບຸລິມະສິດ ປະຈຳປີ 2024-2025 (Annual Priorities), ຜົນສໍາເລັດໃນການສ້າງວິໄສທັດປະຊາຄົມເສດຖະກິດອາຊຽນ 2045, ການສ້າງແຜນຍຸດທະສາດປະຊາຄົມເສດຖະກິດອາຊຽນ ສຳລັບ ປີ 2026-2030 (AEC Strategic Plan 2026-2030) ເຊິ່ງຖືເປັນການປະກອບສ່ວນໜຶ່ງຂອງ ສປປ ລາວ ໃນໄລຍະການເປັນປະທານອາຊຽນປີ 2024 ຜ່ານມາ ທີ່ສາມາດຮ່າງຍຸດທະສາດດັ່ງກ່າວໄດ້ສຳເລັດເຖິງ 90% ແລະ ໄດ້ຖືກຮັບຮອງໂດຍຜູ້ນຳຂອງອາຊຽນ ໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46 ເພື່ອເລີ່ມຈັດຕັ້ງປະຕິບັດແຜນຍຸດທະສາດດັ່ງກ່າວໃຫ້ເປັນຮູບປະທຳ.
ນອກຈາກນັ້ນ, ບັນດາລັດຖະມົນຕີເສດຖະກິດ ຍັງໄດ້ແລກປ່ຽນທັດສະນະຮ່ວມກັນ ກ່ຽວກັບບັນຫາຄວາມເຄັ່ງຮ້ອນທາງດ້ານເສດຖະກິດໂລກ ທີ່ໄດ້ຮັບຜົບກະທົບ ຈາກນະໂຍບາຍການປັບອັດຕາຂຶ້ນພາສີນຳເຂົ້າສິນຄ້າ ຈາກສະຫະລັດອາເມລິກາ, ຮັບຟັງການລາຍງານຄວາມຄືບໜ້າ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດບັນດາຂໍ້ລິເລີ່ມກ່ຽວກັບວາລະຄວາມຍືນຍົງຂອງອາຊຽນ ໂດຍສະເພາະແມ່ນ ການຫລຸດຜ່ອນອາຍກາກໂບນິກອາຊຽນ, ການນຳໃຊ້ພະລັງງານສະອາດ ແລະ ສາຍສົ່ງພະລັງງານອາຊຽນ, ການຫັນເປັນດີຈິຕອນອາຊຽນ, ການສ້າງຂອບວຽກໂຄງການລິເລີ່ມອຸດສາຫະກຳອາຊຽນ ແລະ ອື່ນໆ ທີ່ເປັນຜົນສຳເລັດຂອງປະຊາຄົມເສດຖະກິດອາຊຽນ ໃນໄລຍະປະຊຸມສຸດຍອດອາຊຽນ ຄັ້ງທີ 46 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ຄັ້ງນີ້.
ຂ່າວ-ພາບ: ກົມເຈລະຈາການຄ້າ-ຮ່ວມມືເສດຖະກິດສາກົນ