ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ພົບ​ປະ ປະທານສະພາຜູ້ແທນປະຊາຊົນ ເບລາຣຸດຊີ

Oct 20, 2024

ວັນທີ 20 ຕຸລາ 2024 ທີ່ນະຄອນຫລວງວຽງຈັນ, ທ່ານ ເພັດ ພົມພິພັກ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໄດ້ຕ້ອນຮັບການເຂົ້າພົບປະຂອງ ທ່ານ ອີກໍ ເຊີເກເຢນໂກ (Igor Sergeyenko) ປະທານສະພາຜູ້ແທນປະຊາຊົນ ສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ເບລາຣຸດຊີ ພ້ອມດ້ວຍຄະນະ ໃນໂອກາດເຂົ້າຮ່ວມ ກປຊ ໃຫຍ່ສະມັດຊາລັດຖະສະພາ ລະຫວ່າງ ຊາດອາຊຽນ 45 ທີ່ນະຄອນຫຼວງວຽງຈັນ ສປປ ລາວ.
ສປປ ລາວ ແລະ ສ. ເບລາຣຸດຊີ ສ້າງຕັ້ງສາຍພົວພັນການທູດ 7 ກຸມພາ 1994 ມີການພົວພັນຮ່ວມມືດີທາງດ້ານການເມືອງ ເຊິ່ງນັບແຕ່ອະດີດຜ່ານມາ ສອງປະເທດໄດ້ສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ພາກພື້ນ ແລະ ສາກົນ ໂດຍສະເພາະ ໃນເວທີ ສປຊ ອັນພົ້ນເດັ່ນແມ່ນການແລກປ່ຽນຄະນະຜູ້ແທນການນຳຂັ້ນສູງຂອງສອງປະເທດ ພ້ອມນັ້ນການຮ່ວມມື ລາວ- ເບລາຣຸດສ ແມ່ນໄດ້ພ້ອມກັນຈັດຕັ້ງປະຕິບັດບັນດາໂຄງການເຊັ່ນ : ໂຄງການສັນຍາເງິນກູ້ເພື່ອຈັດຊື້ ແລະ ສ້ອມແປງລະບົບປ້ອງກັນທາງອາກາດຂອງ ສປປ ລາວ ການຄໍ້າປະກັນໂຄງການຂອງບໍລິສັດລັດວິສາຫະກິດໄຟຟ້າລາວ ການຮ່ວມມືທາງດ້ານການຄ້າລະຫວ່າງ ສປປ ລາວ ແລະ ສ. ເບລາຣຸດສ ການຮ່ວມມືໃນຂົງເຂດສາ ທາລະນະສຸກ ການເສີມຂະຫຍາຍສາຍພົວພັນຮ່ວມທາງດ້ານທຸລະກິດຂອງ ລາວ-ເບລາຣຸດຊີ ການຮ່ວມມືໃນຂົງເຂດວຽກງານການສຶກສາທິການ ການຮ່ວມມືໃນຂົງເຂດວິທະ ຍາສາດ ແລະ ເຕັກໂນໂລຊີ: ໃນຂົງເຂດວິທະຍາສາດ ແລະ ເທັດໂນໂລຊີ ມີ 2 ໂຄງການຄື: ໂຄງກາງສ້າງຫ້ອງທົດລອງກວດກາຄຸນ ນະພາບແຮ່ທາດລາວ-ເບລາຣຸດສ໌ ໂຄງການສ້າງເຮືອບິນບໍ່ມີຄົນຂັບ.
ສຳລັບການຮ່ວມມືລະຫວ່າງສອງນະຄອນຫຼວງເຫັນໄດ້ວ່າ : ນະຄອນຫຼວງວຽງຈັນ ສປປ ລາວ ແລະນະຄອນຫຼວງມິນສ໌ ເບລາຣຸສ ໄດ້ລິເລີ່ມການຮ່ວມມືນໍາກັນມາແຕ່ປີ 2013 ເປັນຕົ້ນມາ ແຕ່ການພົວພັນຮ່ວມມືໃນວຽກງານຂອງສອງນະຄອນຫຼວງກໍ່ຍັງບໍ່ທັນມີຄວາມຟົດຟື້ນ ແລະ ບໍ່ມີຄວາມຄືບໜ້າຫຍັງ, ຢ່າງໃດກໍ່ຕາມ ທັງສອງຝ່າຍກໍ່ຈະພະຍາຍາມສົ່ງເສີມໃຫ້ມີກິດຈະກໍາການຮ່ວມມືໃຫ້ຫຼາຍຂຶ້ນ.
ໄລຍະຜ່ານມາ ລາວ-ເບລາຣຸດສ໌ ມີການພົວພັນທາງດ້ານການເມືອງດີ ການຮ່ວມມືສອງຝ່າຍໄດ້ເລີ່ມມີບັນຍາກາດດີ ແລະ ມີທ່ວງທ່າຂະຫຍາຍຕົວ ສໍາລັບການຮ່ວມມືກັບຂົງເຂດຕ່າງໆ ເຊັ່ນ: ເສດຖະກິດ-ການຄ້າ ການລົງທຶນ ການສຶກສາ ສາທາລະນະ ສຸກ ວັດທະນາທໍາ ທ່ອງທ່ຽວ ແລະ ອື່ນໆ ແມ່ນຍັງບໍ່ໄດ້ຮັບການເສີມຂະຫຍາຍໃຫ້ໄດ້ຮັບຜົນເທົ່າທີ່ຄວນ ຍ້ອນສອງຝ່າຍຍັງບໍ່ທັນສາມາດຈັດຕັ້ງປະຕິບັດບັນດາສັນຍາ ແລະ ບົດ ບັນທຶກຄວາມເຂົ້າໃຈ ທີ່ໄດ້ຮັບການລົງນາມຮ່ວມມກັນໃນປີ 2017 ແລະ ບັນດາສັນຍາດັ່ງກ່າວນັ້ນ ໄດ້ກວມເອົາຫຼາຍໂຄງການບູລິມະສິດ ທີ່ຍັງບໍ່ໄດ້ຮັບການເຫັນດີ ແລະຈັດຕັ້ງປະຕິບັດຂອງສອງຝ່າຍ ເນື່ອງຈາກມີຫຼາຍເງື່ອນໄຂທີ່ສອງຝ່າຍບໍ່ສາມາດຕົກລົງກັນໄດ້ ແລະ ການລະບາດຂອງເຊື້ອພະຍາດໂຄວິດ-19 ເຮັດໃຫ້ສອງຝ່າຍບໍ່ສາມາດສືບຕໍ່ການແລກປ່ຽນຄະນະຜູ້ແທນ ແລະ ຊ່ຽວຊານ ເພື່ອພິຈາລະນາ ແລະ ສຶກສາຄວາມເປັນໄປໄດ້ຂອງໂຄງການຮ່ວມ ມືທີ່ສະເໜີຮ່ວມກັນ.