ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລັດຖະມົນຕີ ກະຊວງ ຍທຂ ພ້ອມຄະນະ ເຂົ້າຮ່ວມກອງປະຊຸມການພັດທະນາອຸດສາຫະກຳການກໍ່ສ້າງ ທີ່ ປະເທດຣັດເຊຍ

Oct 8, 2024

ເມື່ອບໍ່ດົນມານີ້, ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ພ້ອມຄະນະ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມປະຈໍາປີ ກ່ຽວກັບ ການພັດທະນາອຸດສາຫະກຳການກໍ່ສ້າງ “International Conference on the Development of the Construction Industry”ທີ່ເມືອງເອກາເຕີລິນເບີກ ປະເທດຣັດເຊຍ. ຈຸດປະສົງເພື່ອເປັນການສົ່ງເສີມການຮ່ວມມືສອງຝ່າຍ ແລະ ພັດທະນາການພົວພັນ ລະຫວ່າງ ຣັດເຊຍ-ລາວ ພາຍໃຕ້ກອບການຮ່ວມມື ດ້ານການຄ້າ, ເສດຖະກິດ, ວິທະຍາສາດ ແລະ ເຕັກໂນໂລຊີ ແລະ ຍົກລະດັບຄວາມຮູ້, ຄວາມເຂົ້າໃຈ, ປະສົບການ ແລະ ແລກປ່ຽນບົດຮຽນ ການປະຕິບັດທີ່ດີທີ່ສຸດລະຫວ່າງ ປະ ເທດ ເພື່ອແນໃສ່ເພີ່ມທະວີການຮ່ວມມື ໃນຂົງເຂດການກໍ່ສ້າງ ແລະ ການນໍາໃຊ້ເຕັກໂນໂລຊີຢ່າງມີຫົວຄິດປະດິດສ້າງ, ເພີ່ມທະວີການຮ່ວມມືໃນລະດັບທີ່ສູງຂື້ນ.
ການເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ເປັນການຮັດແໜ້ນຄວາມສາມັກຄີ ລະຫວ່າງ ຣັດເຊຍ ແລະ ສປປ ລາວ ແລະ ພັດທະນາການພົວພັນໃນຂະແໜງການພາຍໃຕ້ກອບການຮ່ວມມືດ້ານການຄ້າ, ເສດຖະກິດ, ວິທະຍາສາດ ແລະ ເຕັກໂນໂລໂຊີ ລະຫວ່າງ ຣັດເຊຍ-ສປປ ລາວ.
ກອງປະຊຸມໃນຄັ້ງນີ້ ໄດ້ຈັດຕັ້ງເວທີສົນທະນາທີ່ມີລັກສະນະສ້າງສັນ ແລະ ແລກປ່ຽນບົດຮຽນການປະຕິບັດທີ່ດີທີ່ສຸດ ລະຫວ່າງ ບັນດາປະເທດທີ່ເຂົ້າຮ່ວມກອງປະຊຸມ ເພື່ອແນໃສ່ເພີ່ມທະວີການຮ່ວມມືສາກົນ ໃນຂົງເຂດການກໍ່ສ້າງ ແລະ ການນຳໃຊ້ເຕັກໂນໂລຊີຢ່າງມີຫົວຄິດປະດິດສ້າງ, ປັບປຸງການປະຕິບັດຂອງລັດ ແລະ ຫົວໜ່ວຍທຸລະກິດ ໃຫ້ດີຂຶ້ນກວ່າເກົ່າ, ເພີ່ມທະວີການຮ່ວມມືໃນລະດັບສູງຂື້ນ.
​ ພ້ອມກັນນັ້ນ, ທ່ານ ລັດຖະມົນຕີ ຍັງໄດ້ປະຊຸມພົບປະ 2 ຝ່າຍ ຮ່ວມກັບທ່ານຮອງລັດຖະມົນຕີກະຊວງກໍ່ສ້າງ, ເຄຫາສະຖານ ແລະ ອຸປະໂພກ ປະເທດຣັດເຊຍ.
ກອງປະຊຸມປະຈຳປີຄັ້ງນີ້ ຍັງມີການຈັດງານວາງສະແດງຊິງແຊັມການກໍ່ສ້າງໂລກ ຄັ້ງທີ IV ທີ່ສູນວາງສະແດງສາກົນ ເອກາເຕີລິນເບີກ(Ekaterinburg) ຊຶ່ງໃນງານສັບປະດາການກໍ່ສ້າງສາກົນຄັ້ງນີ້ ແມ່ນເພື່ອເສີມຂະຫຍາຍ ການຮ່ວມມື ລະຫວ່າງ ລັດ ແລະ ບໍລິສັດ ໃນເວທີສາກົນ ໃນຂົງເຂດອຸດສະຫະກຳ ແລະ ການກໍ່ສ້າງໂຍທາທິການ. ຜູ້ເຂົ້າຮ່ວມງານວາງສະແດງດັ່ງກ່າວແມ່ນບັນດາຊ່ຽວຊານດ້ານອຸດສາຫະກຳ ແລະ ຜູ້ບໍລິຫານລະດັບສູງຂອງບໍລິສັດໃຫຍ່ ຈາກ ຣັດເຊຍ ແລະ ສາກົນ ທີ່ຈັດຕັ້ງປະຕິບັດໂຄງການກໍ່ສ້າງ ຢູ່ຣັດເຊຍ ແລະ ຕ່າງປະເທດ. ນອກຈາກນັ້ນ ກໍຍັງມີພະນັກງານຂອງບໍລິສັດ ຈາກບັນດາປະເທດສະມາຊິກ ຂອງ EAEU, CSI, SCO,BRICS, ອາຊຽນ ແລະ ອື່ນໆ.
ຂ່າວ: ຍທຂ