ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລັດຖະມົນຕີ ກະຊວງ ຖວທ ຕ້ອນຮັບ ຫົວໜ້າອົງການຮ່ວມມືສາກົນຍີ່ປຸ່ນ ປະຈໍາລາວເຂົ້າຢ້ຽມອຳລາ

Mar 15, 2024

ໃນວັນທີ 14 ມີນາ 2024 ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຕ້ອນຮັບ ທ່ານ NAGASE Toshio ຫົວໜ້າອົງການຮ່ວມມືສາກົນຍີ່ປຸ່ນ (JICA) ປະຈໍາ ສປປ ລາວ ເຂົ້າຢ້ຽມອຳລາ ໃນໂອກາດສິ້ນສຸດການປະຕິບັດໜ້າທີ່ຢູ່ ສປປ ລາວ, ພ້ອມທັງຕ້ອນຮັບ ທ່ານ ນາງ Miyako KOBAYASHI ຫົວໜ້າອົງການຮ່ວມມືສາກົນຍີ່ປຸ່ນ ປະຈໍາ ສປປ ລາວ ຄົນໃໝ່.
ທ່ານ NAGASE Toshio ໄດ້ລາຍງານວຽກງານການຮ່ວມມື ລະຫວ່າງ ອົງການ JICA ແລະ ກະຊວງ ຖວທ ໃນໄລຍະຜ່ານມາ ໂດຍສະເພາະແມ່ນການພັດທະນາວຽກງານການທ່ອງທ່ຽວ ຢູ່ບັນດາແຂວງໃນ ສປປ ລາວ ໂດຍທ່ານ ເຫັນໄດ້ເຖິງຄວາມສຳຄັນ ແລະ ທ່າແຮງຂອງວຽກງານການທ່ອງທ່ຽວໃນ ສປປ ລາວ ແລະ ຈະສືບຕໍ່ ໃຫ້ການສະໜັບສະໜູນບັນດາກິດຈະກຳທີ່ກຳລັງດຳເນີນ ເຊັ່ນ: ສືບຕໍ່ເກັບກຳຂໍ້ມູນແຫລ່ງທ່ອງທ່ຽວ ເພື່ອເປັນຂໍ້ມູນເພື່ອປະກອບເຂົ້າໃນແຜນພັດທະນາການທ່ອງທ່ຽວໃນຕໍ່ໜ້າ ເພື່ອວິເຄາະ ແລະ ຈັດບຸລິມະສິດ ໃຫ້ແຕ່ລະກິດຈະກຳ ແລະ ກຳນົດຮູບແບບການຊ່ວຍເຫລືອໃຫ້ແທດເໝາະກັບສະພາບຕົວຈິງ ໂດຍສະເພາະດ້ານພື້ນຖານໂຄງລ່າງ ແລະ ສິ່ງອໍານວຍຄວາມສະ ດວກຕ່າງໆໃຫ້ແກ່ນັກທ່ອງທ່ຽວ. ນອກຈາກນັ້ນ, ກໍຍັງມີແຜນທີ່ຈະເຮັດໂຄງການທົດລອງກ່ຽວກັບຫລຸດຜ່ອນຄວາມແອອັດໃນການສັນຈອນພາຍໃນຕົວເມືອງຫລວງພະບາງ ເນື່ອງຈາກການເພີ່ມຂຶ້ນຂອງນັກທ່ອງທ່ຽວໃນຕົວເມືອງ ຈຶ່ງເຫັນໃຫ້ລົດໃຫ້ບໍລິການໃຫ້ແກ່ນັກທ່ອງທ່ຽວຕາມສະຖານທີ່ທ່ອງທ່ຽວເພີ່ມຂຶ້ນ ໂດຍສະ ເພາະ ແມ່ນການຈອດລົດຕາມແຄມທາງ ຈຶ່ງເຮັດໃຫ້ການສັນຈອນໄປມາບໍ່ສະດວກເທົ່າທີ່ຄວນ.
ໃນໂອກາດດຽວກັນ, ທ່ານ ນາງ ສວນສະຫວັນ ວິຍະເກດ ກໍໄດ້ເຫັນດີເປັນເອກະພາບ ຕໍ່ກັບການລາຍງານ ຂອງທ່ານ NAGASE Toshio ແລະ ສະແດງຄວາມຂອງໃຈຕໍ່ອົງການ JICA ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫລືອດ້ານວຽກງານທ່ອງທ່ຽວ ແລະ ຍັງສົ່ງອາສາສະໝັກຍີ່ປຸ່ນ ມາປະຈຳຢູ່ບັນດາຂະແໜງວັດທະນະທຳ ໂດຍ ສະເພາະແມ່ນຢູ່ ຫໍພິພິທະພັນແຫ່ງຊາດ ແລະ ຂະແໜງວັດທະນະທຳ ຢູ່ບັນດາແຂວງໃນ ສປປ ລາວ. ນອກນັ້ນ, ຍັງມີບັນດາກິດຈະກຳຍ່ອຍທີ່ ອົງການ JICA ໄດ້ໃຫ້ການສະໜັບສະໜູນ ແລະ ຈັດຕັ້ງປະຕິບັດ ໂດຍຜ່ານອົງການຈັດຕັ້ງສາກົນ ແລະ ນິຕິບຸກຄົນ ຂອງປະເທດຍີ່ປຸ່ນ ເຊິ່ງບັນດາກິດຈະກຳດັ່ງກ່າວ, ແມ່ນມີຄວາມໝາຍຄວາມສຳຄັນຕໍ່ກັບການພັດທະນາວຽກງານໃນຂະແໜງ ຖວທ ໂດຍສະເພາະແມ່ນກິດຈະກຳການພັດທະນາທັກສະຂອງ ຜູ້ນຳທ່ຽວ.
ສອງຝ່າຍ ໄດ້ເຫັນດີເປັນເອກະພາບໃນການສືບຕໍ່ຮ່ວມມື ໃນຂົງເຂດວຽກງານທີ່ໄດ້ປຶກສາຫາລື, ລວມທັງຜັນຂະຫຍາຍບັນດາວຽກງານໃນຂົງເຂດວຽກງານອື່ນໆ ທີ່ເຄີຍໄດ້ມີການປຶກສາຫາລືໃນກອງປະຊູມພົບປະສອງຝ່າຍກັບບັນດາລັດຖະມົນຕີຂອງປະເທດຍີ່ປຸ່ນ ແລະ ສູນອາຊຽນ-ຍີ່ປຸ່ນ ໃນໄລຍະທີ່ ສປປ ລາວ ກໍຄື ກະຊວງ ຖວທ ເປັນເຈົ້າພາບ ຈັດກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນ ໃນເດືອນມັງກອນ 2024 ທີ່ຜ່ານມາ.
ຂ່າວ: ກິດຕາພາບ: ຂັນໄຊ
May be an image of 2 people, dais and text