ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລັດຖະມົນຕີ ກະຊວງ ຜທ ຊຸກຍູ້ວຽກງານຢູ່ເຂດເສດຖະກິດພິເສດບໍ່ເຕ່ນ

Oct 25, 2024

ເມື່ອບໍ່ດົນມານີ້, ທ່ານ ເພັດ ພົມພີພັກ ລັດຖະມົນຕີກະຊວງ ແຜນການ ແລະ ການລົງທຶນ (ຜທ) ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້ວຽກງານການລົງທຶນຂອງເຂດເສດຖະກິດພິເສດ ບໍ່ເຕ່ນແດນງາມ ໂດຍໄດ້ຮັບການຕ້ອນຈາກ ທ່ານ ໂຈຄຸນ ປະທານກຸ່ມບໍລິສັດ ພັດທະນາເຂດເສດຖະກິດພິເສດບໍ່ເຕ່ນ ພ້ອມດ້ວຄະນະ.
ການລົງຊຸກຍູ້ວຽກງານຄັ້ງນີ້, ທ່ານ ລັດຖະມົນຕີ ໄດ້ຮັບຟັງການລາຍງານຄວາມຄືບໜ້າຂອງ 4 ກິດຈະການໃຫຍ່ ຂອງເຂດເສດຖະກິດພິເສດບໍ່ເຕ່ນແດນງາມ ຄື: ກິດຈະການທາງດ້ານການ ເງິນ, ດ້ານອຸດສາຫະກຳໂລຈິສຕິກ, ດ້ານການສຶກສາ, ການປິ່ນປົວສຸຂຸພາບ, ດ້ານວັດຖະນະທຳ ແລະ ທ່ອງທ່ຽວສາກົນ. ພ້ອມນີ້, ຍັງໄດ້ເຂົ້າຊົມຮູບພາບຈຳລອງ ແລະ ເຂດອຸດສາຫະກຳປຸງແຕ່ງ ຂອງເຂດເສດຖະກິດພິເສດດັ່ງກ່າວ.
ນອກຈາກນີ້, ທ່ານ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ພ້ອມດ້ວຍຄະນະ ຍັງໄດ້ລົງເບິ່ງໂຄງການກໍ່ສ້າງຕຶກ ຂອງດ່ານກວດກາຄົນເຂົ້າ-ອອກເມືອງ ແລະ ດ່ານພາສີສາກົນຫລັງໃໝ່ ແລະ ໂຄງການກໍ່ສ້າງເສັ້ນ ທາງ 12 ເລນ ທີ່ຈະສ້າງຢູ່ໜ້າດ່ານກວດກາຄົນເຂົ້າອອກເມືອງ ສາກົນບໍ່ເຕ່ນ, ຈຸດໂຄງການທີ່ຈະເຈາະອຸໂມງມິດຕະ ພາບນານໂພ ທີ່ຈະເຊື່ອມຕໍ່ລະຫວ່າງ ເຂດຮ່ວມມືເສດຖະກິດບໍ່ເຕ່ນ ສປປ ລາວ-ບໍ່ຫານ ສປ ຈີນ ເຊິ່ງເຂດເສດຖະ ກິດພິເສດບໍ່ເຕ່ນແດນງາມ ແມ່ນເປັນພາກສ່ວນໜຶ່ງ ຂອງເຂດຮ່ວມມື ລະຫວ່າງສອງລັດຖະບານ ລາວ-ຈີນ.
ຂ່າວ-ພາບ: ກະຊວງ ຜທ