ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລັດຖະມົນຕີ ຍທຂ ເຂົ້າຮ່ວມກອງປະຊຸມ ATM ຄັ້ງທີ 30 ທີ່ ກົວລາລໍາເປີ

Nov 28, 2024

ທ່ານ ງາມປະສົງ ເມືອງມະນີ (H.E. Mr. NgampasongMuongmany) ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີຂົນສົ່ງອາຊຽນ (ATM) ຄັ້ງທີ 30 ເມື່ອບໍ່ດົນມານີ້ ທີ່ ກົວລາລໍາເປີ ປະເທດມາເລເຊຍ. ໃນກອງປະຊຸມຄັ້ງນີ້, ໄດ້ມີບັນດາລັດຖະມົນຕີຂົນສົ່ງ ຈາກປະເທດອາຊຽນ, ຕີມໍແລັດສະເຕ ແລະ ບັນດາປະເທດຄູ່ຮ່ວມມືກັບອາຊຽນເຊັ່ນ: ສປ ຈີນ, ຍີ່ປຸ່ນ ແລະ ສ ເກົາຫຼີ ເຂົ້າຮ່ວມ ລວມທັງໝົດຫຼາຍກວ່າ 200 ທ່ານ.
ກອງປະຊຸມ ໄດ້ລາຍງານຜົນສໍາເລັດຂອງຂະແໜງຄົມມະນາຄົມຂົນສົ່ງອາຊຽນ ໃນໄລຍະ 1 ປີຜ່ານມາ ແລະ ຮັບຮອງເອົາຜົນສໍາເລັດຂອງກອງປະຊຸມ STOM ຄັ້ງທີ 57 ແລະ 58, ວຽກບຸລິມະສິດປະຈໍາປີ, ໝາກຜົນໃນປີ 2024 ຂອງຂະແໜງຄົມມະນາຄົມຂົນສົ່ງໃນອາຊຽນ ແລະ ບັນດາເອກະສານ ສໍາຄັນຈໍານວນໜຶ່ງຄື: ຄໍາແນະນຳກ່ຽວກັບລົດໄຟຟ້າຂະໜາດນ້ອຍ (Light Electric Vehicle “LEV”) ໃນອາຊຽນ ແລະ ຄໍາແນະນໍາອາຊຽນກ່ຽວກັບການຂົນສົ່ງສິນຄ້າໃນຕົວເມືອງ (UFT). ນອກຈາກນັ້ນ, ບັນດາລັດຖະມົນຕີຂົນສົ່ງອາຊຽນໄດ້ຮັບຮອງ ແລະ ລົງນາມຂໍ້ຜູກພັນທີ 5 ວ່າດ້ວຍສິດທິຜູ້ໂດຍສານລົງຈອດ – ຢຸດພັກຖ້ຽວບິນ – ເດີນທາງຕໍ່ກັບສາຍການບິນເດີມ (Own Stopover Rights) ພາຍໃຕ້ຂອບພັນທະສົນທິສັນຍາພະຫຸພາຄີຕໍ່ກັບສິດສຳລັບການຂົນສົ່ງຜູ້ໂດຍສານທາງອາກາດອາຊຽນ (Multilateral Agreement on Full Liberalization on Air Passenger Services/MAFLPAS) ຊຶ່ງເປັນຜົນສໍາເລັດສໍາຄັນ ທັງເປັນບາດກ້າວໃໝ່ໃຫ້ແກ່ການເຊື່ອມຈອດທາງອາກາດໃນອາຊຽນ. ຜົນສຳເລັດຂອງກອງປະຊຸມຄັ້ງນີ້ ແມ່ນສືບເນ່ື່ອງມາຈາກບັນດາແຜນງານຕ່າງໆທີ່ໄດ້ຕົກລົງກັນໃນກອງປະຊຸມລັດຖະມົນຕີຂົນສົ່ງອາຊຽນ ຄັ້ງທີ 29 ທີ່ໄດ້ຈັດຂຶ້ນ ຢູ່ ນະຄອນ-ຫຼວງພະບາງ ສປປ ລາວ ໃນເດືອນ ພະຈິກ 2023 ທີ່ຜ່ານມາ.
ຄຽງຄູ່ກັບກອງປະຊຸມລັດຖະມົນຕີຂົນສົ່ງອາຊຽນຄັ້ງທີ 30, ກະຊວງຄົມມະນາຄົມຂົນສົ່ງມາເລເຊຍ ໃນນາມເປັນເຈົ້າພາບໄດ້ຈັດກອງປະຊຸມພິເສດລະຫວ່າງລັດຖະມົນຕີຂົນສົ່ງອາຊຽນ ແລະ ຄູ່ຮ່ວມພັດທະນາຫຼັກທີ່ໄດ້ມີສ່ວນຮ່ວມໃນການພັດທະນາ ແລະ ກໍ່ສ້າງພື້ນຖານໂຄງລ່າງເພື່ອຮັບໃຊ້ການຂົນສົ່ງໃນອາຊຽນ ຄື: ADB, AIIB, WorldBank, UNESCAP ແລະ ITF ເພື່ອປືກສາຫາລືກ່ຽວກັບທິດທາງການພັດທະນາ ແລະ ການເຊື່ອມຈອດອາຊຽນໃນອະນາຄົດ.
ໃນໂອກາດນີ້, ທ່ານ ງາມປະສົງ ເມືອງມະນີ ຍັງໄດ້ພົບປະ 2 ຝ່າຍ ກັບກະຊວງ ຂົນສົ່ງແຫ່ງ ສປ ຈີນ ແລະ ກະຊວງ ຍທຂ ແຫ່ງຣາຊະອານະຈັກກຳປູເຈຍ ແລະ ຄູ່ຮ່ວມພັດທະນາຈໍານວນໜຶ່ງ ເພື່ອຕິດຕາມຊຸກຍູ້ບັນດາຂົງເຂດການຮ່ວມມືໃນຂອບ 2 ຝ່າຍ ເພື່ອການເຊື່ອມຈອດເຊື່ອມໂຍງໃຫ້ມີຄວາມຄືບໜ້າຕາມແຜນທີ່ວາງໄວ້.
ຂ່າວ-ພາບ: ຍທຂ